ເຊີນທ່ຽວງານ Made in Laos ! ມີສິນຄ້າຫຼາຍປະເພດໃຫ້ເລືອກ

    ພິທີເປີດງານຜະລິດຕະພັນລາວ (Made in Laos) ປະຈຳປີ 2022 ຈັດຂຶ້ນວັນທີ 23 ກຸມພາ 2022 ທີ່ສູນການຄ້າລາວ-ໄອເຕັກ ເປັນກຽດເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍລັດຖະມົນຕີ ຮອງລັດຖະມົນຕີ ບັນດາຫົວໜ່ວຍທຸລະກິດ ຜູ້ປະກອບການ ຂະແໜງການກ່ຽວຂ້ອງ ແລະ ແຂກຖືກເຊີນ.

    ງານໃນຄັ້ງນີ້ ມີຜູ້ປະກອບການໃນທົ່ວປະເທດເຂົ້າຮ່ວມ 127 ບໍລິສັດ ຈາກ 17 ແຂວງ ມີຫ້ອງວາງສະ ແດງ-ຂາຍ 201 ຫ້ອງ ຜະລິດຕະພັນຕົ້ນຕໍທີ່ນໍາມາວາງສະແດງ ມາຈາກຫຼາຍຂະແໜງການ ເຊັ່ນ  ຫັດຖະກໍາແຜ່ນແພ ເຄື່ອງປະດັບ ໄມ້ແກະສະຫຼັກ ເຟີນີເຈີ ກະສິກຳ ອຸດສາຫະກໍາ ອຸດສາຫະກໍາປຸງແຕ່ງ ເຄື່ອງດື່ມ ແລະ ອາຫານ ຮູບພາບ ສິລະປະ ວັດທະນະທໍາ ການບໍລິການ ສິນຄ້າທີ່ໂດດເດັ່ນຈາກແຕ່ລະແຂວງ ແລະ ອື່ນໆ.

    ງານ Made in Laos ເລີ່ມແຕ່ວັນທີ 19 ຫາວັນທີ 28 ກຸມພາ 2022 ພາຍໃນງານ ມີກິດຈະກຳຫຼາຍຢ່າງເຊັ່ນ ການສຳມະນາໃນຫົວຂໍ້ຕ່າງໆເພື່ອມາໃຫ້ຄວາມຮູ້ ແລະ ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ ເປັນຕົ້ນ ການສໍາມະນາກ່ຽວກັບການຊຸກຍູ້ສົ່ງເສີມວຽກງານມາດຕະຖານຕໍ່ກັບຜະລິດຕະພັນລາວ ຄວາມຮູ້ພຶ້ນຖານກ່ຽວກັບກົນໄກກອງປະຊຸມທຸລະກິດລາວ (Lao Business Forum) ເວທີສົນທະນາການນໍາໃຊ້ດີຈີຕອລໃນການສົ່ງເສີມ ແລະ ຊື້ຂາຍຜະລິດຕະພັນ ເວທີສົນທະນາການທ່ຽວແບບມີຄວາມຮັບຜິດຊອບ ທ່ຽວແບບໃສໃຈ ແລະ ສິ່ງແວດລ້ອມຕ່າງໆ.

error: Content is protected !!