ເຮັດວຽກງານຈຸດສຸມກ່ຽວກັບການຊຸກຍູ້ການສ້າງຊົນນະບົດ ໃຫ້ຈະເລີນຢ່າງຮອບດ້ານ

    ເອກະສານ “ຄວາມເຫັນຂອງສູນກາງພັກກອມມູນິດຈີນ ແລະ ຄະນະລັດຖະບານຈີນ ວ່າດ້ວຍການ ເຮັດວຽກງານຈຸດສຸມກ່ຽວກັບການຊຸກຍູ້ການສ້າງຊົນນະບົດໃຫ້ຈະເລີນຢ່າງຮອບດ້ານໃຫ້ດີ ປະຈຳປິ 2022” ໄດ້ເປີດເຜີຍວັນທີ 22 ກຸມພາ 2022 ເຊິ່ງແມ່ນເອກະສານເລກ 1 ສະບັບທີ 19 ທີ່ຊີ້ນຳວຽກ ງານຊົນນະບົດ ກະສິກຳ ແລະ ຊາວກະສິກອນ ນັບແຕ່ສະຕະວັດໃໝ່ມານີ້.

    ເອກະສານເລກ 1 ຂັ້ນສູນກາງ ໄດ້ດຳເນີນການຈັດສັນຕໍ່ວຽກງານຈຸດສຸມກ່ຽວກັບການຊຸກຍູ້ການ ສ້າງຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ ປະຈຳປີ 2022 ປັດຈຸບັນ ການປ່ຽນແປງທີ່ບໍ່ເຄີຍມີມາກ່ອນ ໃນຮອບ 100 ປີ ບວກກັບການແຜ່ລະບາດຂອງພະຍາດໂຄວິດ-19 ສະພາບແວດລ້ອມພາຍນອກຍິ່ງສັບ ສົນຂຶ້ນ ແລະ ບໍ່ແນ່ນອນ ເນື້ອໃນເອກະສານໄດ້ເນັ້ນໜັກວ່າ:ຕ້ອງຍຶດໝັ້ນການສະແຫວງຫາການເຕີບ ໂຕໃນທ່າມກາງຄວາມໝັ້ນທ່ຽງ ຮັດແໜ້ນພື້ນຖານກະສິກຳ ເຮັດວຽກງານຊົນນະບົດ ກະສິກຳ ແລະ ຊາວກະສິກອນໃຫ້ດີຮັບປະກັນໃຫ້ກະສິກຳໄດ້ຮັບຜົນເກັບກ່ຽວຢ່າງໝັ້ນທ່ຽງ ແລະ ມີການເພີ່ມຂຶ້ນ ເຮັດໃຫ້ ຊາວກະສິກອນມີລາຍໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ ຊົນນະບົດມີຄວາມໝັ້ນຄົງ ແລະ ສະຫງົບສຸກ ເພື່ອອຳ ນວຍການຄ້ຳປະກັນທີ່ໜັກແໜ້ນ ແຂງແຮງ ໃຫ້ການຮັກສາສະພາບແວດລ້ອມເສດຖະກິດທີ່ໝັ້ນທ່ຽງ ປອດ ໃສ ແລະ ສະພາບແວດລ້ອມສັງຄົມທີ່ໝັ້ນຄົງສະຫງົບສຸກ.

    ການຮັບປະກັນການສະໜອງຜະລິດຕະພັນເບື້ອງຕົ້ນໃຫ້ດີ ແມ່ນບັນຫາທີ່ມີຄວາມສຳຄັນດ້ານຍຸດທະ ສາດເອກະສານເລກ 1 ຂັ້ນສູນກາງປະຈຳປີນີ້ ໄດ້ຈັດເອົາວຽກງານການຜະລິດສະບຽງອາຫານ ແລະ ການສະໜອງຜະລິດຕະພັນກະສິກຳທີ່ສຳຄັນໃຫ້ດີໄວ້ຢູ່ໃນຖານະສຳຄັນອັນດັບໜຶ່ງ ໂດຍມີຈຸດປະສົງເພື່ອ ເຮັດໃຫ້ບັນຫາຄວາມໝັ້ນຄົງດ້ານສະບຽງອາຫານຂອງປະຊາຊົນຈີນ 1,4 ຕື້ກວ່າຄົນ ມີຄວາມໝັ້ນຄົງ ກວ່າເກົ່າ ໂດຍຢູ່ໃນຖ້ວຍເຂົ້ານັ້ນ ຕົ້ນຕໍແມ່ນໃສ່ອາຫານຈີ ຈຸດສຸມແມ່ນເຮັດວຽກໃນ 3 ດ້ານ ຄື: ເຮັດ ໃຫ້ຜົນຜະລິດມີຄວາມໝັ້ນທ່ຽງ ປັບປຸງອົງປະກອບ ແລະ ການຮັກສາດິນປູກຝັງໃຫ້ດີ ນອກນີ້ ເອກະສານ ເລກ 1 ຂັ້ນສູນກາງປະຈຳປີນີ້ ຍັງລະບຸວ່າ: ຕ້ອງນຳໃຊ້ຫຼາຍມາດຕະການພ້ອມກັນ ເພື່ອບໍ່ໃຫ້ເກີດມີການ ກັບຄືນມາທຸກຍາກຢ່າງຂະໜາດໃຫຍ່ ຮັດແໜ້ນ ແລະ ຂະຫຍາຍຜົນການແກ້ໄຂບັນຫາຄວາມທຸກ ຍາກແມ່ນເງື່ອນໄຂເບື້ອງຕົ້ນ ໃນຂະນະດຽວກັນຕ້ອງຊຸກຍູ້ໃຫ້ປະຊາກອນທີ່ຫຼຸດພົ້ນອອກຈາກຄວາມທຸກ ຍາກ ສືບຕໍ່ມີລາຍໄດ້ເພິ່ມຂຶ້ນຢ່າງໝັ້ນທ່ຽງ ອາໄສການພັດທະນາໃຫ້ຫຼາຍກວ່າເກົ່າເພື່ອຕັ້ງໜ້າຮັດແໜ້ນ ແລະ ຂະຫຍາຍຜົນການແກ້ໄຂບັນຫາຄວາມທຸກຍາກ ຜ່ານການຊັກນຳອຸດສາຫະກຳເພື່ອຍົກສູງລາຍຮັບ ລັກສະນະທຸລະກິດຂອງຄອບຄົວປະຊາກອນທີ່ຫຼຸດພົ້ນອອກຈາກຄວາມທຸກຍາກ ຊຸກຍູ້ໃຫ້ແຮງງານທີ່ຫຼຸດ ພົ້ນອອກຈາກຄວາມທຸກຍາກມີວຽກເຮັດງານທຳ ຮັບປະກັນໃຫ້ການປະກອບອາຊີບຂອງແຮງງານທີ່ຫຼຸດ ພົ້ນອອກຈາກຄວາມທຸກຍາກມີຂະໜາດທີ່ໝັ້ນທ່ຽງ.

    ພາຍຫຼັງຈຸດສຸມວຽກງານຊົນນະບົດ ກະສິກຳ ແລະ ຊາວກະສິກອນມີການເຄື່ອນຍ້າຍຄັ້ງປະຫວັດ ສາດແລ້ວ ວຽກງານຊົນນະບົດ ກະສິກຳ ແລະ ຊາວກະສິກອນຂອງປະເທດຈີນໃນຍຸກໃໝ່ ກໍແມ່ນຊຸກຍູ້ ການສ້າງຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ ໂດຍຈະຊຸກຍູ້ທຸກໜ້າວຽກຈຸດສຸມຢ່າງໜັກແໜ້ນ ແລະ ມີ ລະບຽບ ຊຸກຍູ້ການສ້າງຊົນນະບົດໃຫ້ຈະເລີນຢ່າງຮອບດ້ານໃຫ້ໄດ້ຮັບຄວາມຄືບໜ້າໃໝ່ ສ້າງກະສິກຳ ແລະ ຊົນນະບົດທີ່ທັນສະໄໝ ໃຫ້ໄດ້ບາດກ້າວໃໝ່.

# ຂ່າວ-ພາບ : ສະບາໄພ 

error: Content is protected !!