ກວດພົບສາຍພັນໂອໄມຄຣອນ BA.1 ກໍລະນີທໍາອິດຢູ່ ສປປ ລາວ

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກຖະແຫຼງຂ່າວປະຈໍາວັນທີ 23 ກຸມພາ 2022 ກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ວ່າ: ວັນທີ 22 ກຸມພາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.432 ຕົວຢ່າງ ໃນຂອບເຂດທົ່ວປະເທດ ເຊິ່ງຜົນກວດວິເຄາະພົບຜູ້ຕິດເຊື້ອທັງໝົດ 253 ຄົນ ໃນນີ້ ຕິດເຊື້ອພາຍໃນ 225 ຄົນ ທີ່ມາຈາກນະຄອນຫຼວງວຽງຈັນ 52 ຄົນ ແຂວງ ຊຽງຂວາງ 32 ຄົນ ສະຫວັນນະເຂດ 30 ຄົນ ຫົວພັນ 26 ຄົນ ໄຊຍະບູລີ 16 ຄົນ ອັດຕະປື 14 ຄົນ ວຽງຈັນ ແລະ ຜົ້ງສາລີ ແຂວງລະ 11 ຄົນ ສາລະວັນ 9 ຄົນ ຄໍາມ່ວນ ແລະ ໄຊສົມບູນ ແຂວງລະ 6 ຄົນ ຫຼວງພະບາງ 4 ຄົນ ບໍ່ແກ້ວ ຫຼວງນໍ້າທາ ແລະ ອຸດົມໄຊ ແຂວງລະ 2 ຄົນ ຈໍາປາສັກ ແລະ ເຊກອງ ແຂວງລະ 1 ຄົນ ສ່ວນການຕິດເຊື້ອນໍາເຂົ້າມີ 28 ຄົນ ຈາກແຂວງບໍລິຄໍາໄຊ 9 ຄົນ ນະຄອນຫຼວງວຽງຈັນ 5 ຄົນ ຈໍາປາສັກ 8 ຄົນ ສະຫວັນນະເຂດ 5 ຄົນ ແລະ ຄໍາມ່ວນ 1 ຄົນ ທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.

     ມາຮອດປັດຈຸບັນ ທົ່ວປະເທດລາວມີຕົວເລກຜູ້ຕິດເຊື້ອທັງໝົດ 141.694 ຄົນ ອອກໂຮງໝໍວັນທີ 22 ກຸມພາ 471 ຄົນ ກໍາລັງປິ່ນປົວ 1.859 ຄົນ ແລະ ເສຍຊີວິດທັງໝົດ 616 ຄົນ ໃນນີ້ເສຍຊີວິດໃໝ່ 3 ຄົນທີ່ມາຈາກແຂວງຫົວພັນ ນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ ແຂວງລະ 1 ຄົນ. 

    ທ່ານ ສີສະຫວາດ ສຸດທານີລະໄຊ ໃຫ້ຮູ້ຕື່ມອີກວ່າ: ສປປ ລາວ ເຮົາ ເຖິງວ່າໄລຍະນີ້ ຕົວເລກຜູ້ຕິດເຊື້ອໃໝ່ຈະຫຼຸດລົງກໍຕາມ ແຕ່ກໍຕ້ອງໄດ້ເຂັ້ມງວດໃນການເຝົ້າລະວັງ ປ້ອງກັນບໍ່ໃຫ້ມີການລະບາດແບບແຜ່ລາມຂອງສາຍພັນໂອໄມຄຣອນໃນຊຸມຊົນ ເພາະສາຍພັນໂອໄມຄຮອນ ສາມາດແຜ່ເຊື້ອໄດ້ງ່າຍ ແລະ ໄວກວ່າສາຍພັນອື່ນໆ ຖ້າເກີດການລະບາດຂຶ້ນມາ ຈະສົ່ງຜົນກະທົບຕໍ່ລະບົບສາທາລະນະສຸກຂອງລາວເຮົາ ໄດ້ກວດພົບສາຍພັນໂອໄມຄຣອນທັງໝົດ 27 ກໍລະນີ ນັບແຕ່ເດືອນມັງກອນ 2022 ເປັນຕົ້ນມາ ໃນນັ້ນ 26 ກໍລະນີແມ່ນກວດພົບຈາກຜູ້ທີ່ເດີນທາງມາຈາກຕ່າງປະເທດ ແລະ 1 ກໍລະນີ ແມ່ນກວດພົບຈາກ ເພດຍິງ ອາຍຸ 60 ປີ ຈາກແຂວງບໍລິຄຳໄຊ ຜູ້ກ່ຽວຮູ້ສຶກບໍ່ສະບາຍ ຈຶ່ງໄດ້ມາກວດຢູ່ໂຮງໝໍແຂວງ ພ້ອມທັງຖືກເກັບຕົວຢ່າງ ແລະ ກວດພົບເຊື້ອໂຄວິດ-19 ພ້ອມນັ້ນ ກໍໄດ້ກວດພົບສາຍພັນໂອໄມຄຣອນ BA.1 ສິ່ງທ້າທາຍແມ່ນຜູ້ກ່ຽວບໍ່ມີປະຫວັດເດີນທາງມາຈາກຕ່າງປະເທດ ປັດຈຸບັນ ທີມງານເຝົ້າລະວັງກຳລັງລົງສອບສວນ ແລະ ຕິດຕາມຜູ້ສຳຜັດໃກ້ຊິດ.

# ຂ່າວ-ພາບ :  ຂັນທະວີ

error: Content is protected !!