ເມືອງສີສັດຕະນາກ ຈັດສອບເສັງນັກຮຽນເກ່ງ ສົກຮຽນ 2021-2022

    ພິທີສອບເສັງນັກຮຽຍນເກ່ງ ຊັ້ນ ປ5 ມ4 ແລະ ມ7 ຂັ້ນເມືອງສີສັດຕະນາກ ປະຈໍາສົກຮຽນ 2021-2022 ຈັດຂຶ້ນວັນທີ 23 ກຸມພາ 2022 ຢູ່ໂຮງຮຽນມັດທະຍົມຕອນປາຍ ສີສັດຕະນາກ ໂດຍມີທ່ານ ທິນນະກອນ ທອງຄໍາ ຮອງເຈົ້າເມືອງສີສັດຕະນາກ ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ທ່ານ ຄໍາສິງ ດວງດາລາ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງສີສັດຕະນາກ ມີບັນດາຄະນະຜູ້ອໍານວຍການ ຄະນະກໍາມະການສອບເສັງ ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

    ທ່ານ ຄໍາສິງ ດວງດາລາ ກ່າວວ່າ: ການຈັດສອບເສັງນັກຮຽຍນເກ່ງ ຊັ້ນ ປ5 ມ4 ແລະ ມ7 ຂັ້ນເມືອງສີສັດຕະນາກ ຄັ້ງນີ້ ກໍເພື່ອເປັນການທົດສອບຄວາມຮູ້ ຄວາມສາມາດຂອງນ້ອງນັກຮຽນ ແລະ ການສິດສອນຂອງຄູອາຈານ ດ້ານວິຊາການ ລະຫວ່າງໂຮງຮຽນກັບໂຮງຮຽນ ທັງເປັນການຊອກຫານັກຮຽນທີ່ມີພອນສະຫວັນ ຮຽນດີ-ຮຽນເກ່ງທີ່ສຸດຢູ່ແຕ່ລະໂຮງຮຽນໃນຊັ້ນປະຖົມ ມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ທັງພາກລັດ ແລະ ເອກະຊົນ ໃນທົ່ວເມືອງ.

   ການສອບເສັງນັກຮຽນເກ່ງປີນີ້ ແມ່ນມີຄວາມຫຍຸ້ງຍາກສັບສົນພໍສົມຄວນ ຍ້ອນສະພາບການແຜ່ລະ ບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ການຮຽນ-ການສອນ ເຮັດໃຫ້ການຈັດຕັ້ງການຮຽນ-ການສອນບໍ່ໄດ້ຕາມແຜນທີ່ກໍານົດເວລາ ແນວໃດກໍຕາມ ຂໍຍ້ອງຍໍຊົມເຊີຍມາຍັງຜູ້ອໍານວຍການໂຮງຮຽນທຸກແຫ່ງ ທັງພາກລັດ ແລະ ເອກະຊົນ ທີ່ໄດ້ເອົາໃຈໃສ່ທຸ່ມເທເຫື່ອແຮງ ສະຕິປັນຍາຂອງຕົນເຂົ້າໃນການຄັດເລືອກ ແລະ ຈັດຕັ້ງບໍາລຸງນັກຮຽນເກ່ງ ຈົນໄດ້ຈັດສົ່ງນັກຮຽນຂອງຕົນທີ່ເປັນຕົວແທນຂອງໂຮງຮຽນ ເຂົ້າມາແຂ່ງຂັນສອບເສັງນັກຮຽນເກ່ງໃນຄັ້ງນີ້.

   ເຖິງແນວໃດກໍຕາມ ຂໍຮຽກຮ້ອງມາຍັງຄະນະກໍາມະການທຸກຄົນ ຈົ່ງໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ຂອງຕົນ ປະຕິບັດກົດລະບຽບການສອບເສັງຢ່າງເຂັ້ມງວດ ຮຽກຮ້ອງມາຍັງນັກສອບເສັງທຸກຄົນ ຈົ່ງໄດ້ສຸມຈິດໃຈ ເອົາຄວາມຮູ້ທີ່ຕົນໄດ້ຄົ້ນຄວ້າ ໄດ້ເຝິກຊ້ອມ ເອົາອອກມານໍາໃຊ້ຈົນສຸດຄວາມສາມາດ ແລະ ກໍໃຫ້ປະຕິບັດຕາມກົດລະບຽບທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ.

   ສໍາລັບການສອບເສັງຄັ້ງນີ້ ມີນັກຮຽນສອບເສັງທັງໝົດ ມີ 387 ຄົນ ຍິງ 247 ຄົນ ໃນນັ້ນ ຊັ້ນປະຖົມ ມີ 176 ຄົນ ຍິງ 116 ຄົນ ສອບເສັງ 3 ວິຊາ ຄື: ຄະນິດສາດ ພາສາລາວ-ວັນນະຄະດີ ແລະ ໂລກອ້ອມຕົວ ຊັ້ນ ມ.ຕົ້ນ ມີ 127 ຄົນ ຍິງ 92 ຄົນ ສອບເສັງ 4 ວິຊາ ຄື:ຄະນິດສາດ ຟິຊິກສາດ ເຄມີສາດ ແລະ ພາສາລາວ-ວັນນະຄະດີ ແລະ ຊັ້ນ ມ.ປາຍ ມີ 84 ຄົນ ຍິງ 39 ຄົນ ສອບເສັງ 4 ວິຊາ ຄື:ຄະນິດສາດ ຟິຊິກສາດ ເຄມີສາດ ແລະ ພາສາລາວ-ວັນນະຄະດີ.

# ຂ່າວ-ພາບ :  ສີພອນ

error: Content is protected !!