ສື່ອອນລາຍ ເວົ້າເຖິງງານກີລາໂອແລມປິກລະດູໜາວ ຄັ້ງທີ 24 ຈັດຂຶ້ນວັນທີ 4-20 ກຸມພາ 2022 ຢູ່ປັກກິ່ງ ສປ ຈີນ ດ້ວຍຄຳທີ່ວ່າ: “ຂອບໃຈ” ເຊິ່ງໄດ້ສະແດງໃຫ້ເຫັນເຖິງ “ຄວາມສາມັກຄີກັນກວ່າເກົ່າ” ຢ່າງແທ້ຈິງ ງານກີລາດັ່ງກ່າວໄດ້ສິ້ນສຸດລົງຢ່າງຈົບງາມ ການແຂ່ງຂັນກີລາລະດັບສູງທີ່ທຳລາຍສິຖິຕິໂລກ ໄດ້ເຮັດໃຫ້ຄົນທັງຫຼາຍຮູ້ສຶກປະທັບໃຈ ບັນຍາກາດທີ່ຄຶກຄື້ນ ແລະ ນ້ຳໃຈມິດຕະພາບຂອງງານກີລາໂອ ແລມປິກລະດູໜາວ ໄດ້ເຮັດໃຫ້ຄົນທັງຫຼາຍຮູ້ສຶກອົບອຸ່ນໃຈທີ່ສຸດ.

ພາຍຫຼັງການແຂ່ງຂັນສະເກັດຄວາມໄວປະເພດທີມຍິງສິ້ນສຸດລົງ ນາງ ມິໂຮະ ຕາກາກິ ນັກກີລາຍີ່ປຸ່ນ ກ່າວວ່າ: “ຜູ້ຊົມປັກກິ່ງໄດ້ໃຫ້ກຳລັງໃຈ ແລະ ສະໜັບສະໜູນຕົນ ເຮັດໃຫ້ຕົນມີແຮງ ແລະ ມີພະລັງກ້າວໄປໜ້າຫຼາຍກວ່າເກົ່າ ນາງ ນິນາ ໂອໄບຣອັນ ນັກກີລາສະກີຫິມະເທິງພູຈາກ ສ ອາເມຣິກາ ເຄີຍລົ້ມລົງໃນເວລາແຂ່ງຂັນ ພະນັກງານແພດໝໍໃຊ້ເວລາພຽງ 1 ນາທີເທົ່ານັ້ນ ກໍສາມາດເຂົ້າໄປຊ່ວຍເຫຼືອ ແລະປິ່ນປົວນາງທັນທີ ກ່ອນຈະເດີນທາງກັບຄືນປະເທດ ນາງ ນິນາ ໂອໄບຣອັນ ໄດ້ກ່າວວ່າ: ຕົນ ຂໍຂອບໃຈອີກຄັ້ງໜຶ່ງ ຂອບໃຈນຳຄົນທັງຫຼາຍທີ່ຊ່ວຍເບິ່ງແຍງດູແລຕົນ ໂດຍສະເພາະພະນັກງານແພດໝໍພາກສະໜາມທີ່ຟ້າວໄປຫາຕົນຢູ່ຈຸດທີ່ຕົນລົ້ມລົງ ຂໍຂອບໃຈທ່ານໝໍ ແລະ ພະຍາບານຂອງເຂດແຂ່ງຂັນຢຽນຊິ້ງ.

ທ້າວ ເນເຕິນ ຄລຳເຕິນ ຜູ້ຈັບທຸງຊາດຂອງຄະນະນັກກກີລາຊາມົວ ທີ່ຂຶ້ນກັບ ສ ອາເມຣິກາ ບໍ່ໄດ້ໃສ່ເສື້ອ ນັກແຕ້ມຮູບຈີນຜູ້ໜຶ່ງໄດ້ແຕ້ມຮູບດັ່ງກ່າວເປັນພິເສດ ຮູບພາບດັ່ງກ່າວທີ່ສະກົດສາຍຕາຖືກໃຈທ້າວ ເນເຕິນ ຄລຳເຕິນ ທີ່ສຸດ ຈາກນັ້ນທ້າວ ເນເຕິນ ຄລຳເຕິນ ໄດ້ເອົາຮູບດັ່ງກ່າວຕິດໃສ່ລົດແຂ່ງຂັນສະເກັດຂອງຕົນ ແລະ ກ່ອນເຂົ້າຮ່ວມການແຂ່ງຂັນ ແຟນຄລັບຂອງທ້າວ ຮັນຢຸ ຢຸຊູຣຸ ນັກກີລາຍີ່ປຸ່ນ ໄດ້ຮຽກຮ້ອງໃຫ້ຜູ້ຊົມຊາວຈີນໃຫ້ກຳລັງໃຈຕົນ ເຊິ່ງທ່ານນາງ ຮວ້າຊຸນຢິງ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ຕອບວ່າ: “ບໍ່ມີບັນຫາ ພວກເຮົາຈະເຮັດເລື່ອງນີ້ໃຫ້ດີ”.

“ທ່ານຈະໝັ້ນໃຈກັບຄົນປັກກິ່ງໄດ້ຈົນເທົ່າໃດໆ” “ທ່ານຈະໝັ້ນໃຈກັບປະຊາຊົນຈີນໄດ້ຈົນເທົ່າໃດໆ” ພາບສະທ້ອນຂອງ 2 ປະໂຫຍກດັ່ງກ່າວ ໄດ້ສະແດງໃຫ້ເຫັນຢູ່ສະໜາມກີລາທີ່ດີເດັ່ນ ວິທະຍາສາດເຕັກນິກທີ່ທັນສະໄໝ ການແຂ່ງຂັນທີ່ໜ້າເບິ່ງໜ້າຊົມ ແລະ ການບໍລິການທີ່ອົບອຸ່ນ ທຸກດ້ານຂອງງານກີລາໂອແລມປິກລະດູໜາວ ປັກກິ່ງ ລ້ວນແຕ່ເຮັດໃຫ້ຄົນທັງຫຼາຍຮູ້ສຶກໄດ້ເຖິງມະໂຫລານກີລາຫິມະ ແລະ ນ້ຳກ້ອນທີ່ມີລະດັບສູງ ແລະ “ຢາກຢູ່ປະເທດຈີນອີກຕໍ່ໄປ” ນີ້ກໍຄືສຽງຈາກໃຈຈິງຂອງໝູ່ເພື່ອນທັງຫຼາຍທີ່ມາຈາກແຫ່ງຕ່າງໆຂອງໂລກ.

ທ່ານ ໂທມັສ ບັກສຸ ປະທານຄະນະກຳມະການໂອແລມປິກສາກົນ ກ່າວວ່າ: ຕົນ ຂໍຂອບໃຈນຳປະຊາຊົນຈີນ ທີ່ໄດ້ສ້າງໂອກາດແຫ່ງສັນຕິພາບ ຂໍໃຫ້ແບບຢ່າງແຫ່ງຄວາມສາມັກຄີ ແລະ ສັນຕິພາບທີ່ພວກເຈົ້າສ້າງຂຶ້ນ ຈະເປັນການຊຸກຍູ້ຜູ້ນຳການເມືອງຂອງທົ່ວໂລກ ພ້ອມນີ້ທ່ານຍັງໄດ້ສະແດງຄວາມຂອບໃຈແລະ ຄວາມຊົມເຊີຍປະຊາຊົນຈີນ ແລະ ອາສາສະໝັກທັງຫຼາຍທີ່ຮັບໃຊ້ງານກີລາໂອແລມປິກລະດູໜາວ ປັກກິ່ງ ດ້ວຍພາສາຈີນ 4 ຄັ້ງ.
ສື່ສັງຄົມອອນລາຍໄດ້ສືບຕໍ່ໃຫ້ຄວາມສົນໃຈງານກີລາໂອແລມປິກລະດູໜາວ ປັກກິ່ງ ນີ້ແມ່ນການສະແດງຄວາມຊົມເຊີຍ ແລະ ເຫັນດີນຳງານກີລາໂອແລມປິກລະດູໜາວ ທີ່ຈັດຂຶ້ນໄດ້ຢ່າງປອດໄພ ແລະ ໜ້າເບິ່ງໜ້າຊົມ ງານກີລາດັ່ງກ່າວໄດ້ສິ້ນສຸດດ້ວຍໃນຖ້ອຍຄວາມ “ຂອບໃຈປະເທດຈີນ” ໃນຖານະເປັນງານມະໂຫລານກີລາທົ່ວໂລກ ຄັ້ງທຳອິດ ທີ່ຈັດຂຶ້ນຕາມເວລາກຳນົດພາຍໃຕ້ສະພາບການການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນໂລກ ການຈັດງານກີລາໂອແລມປິກລະດູໜາວ ປັກກິ່ງ ໄດ້ຢ່າງສະດວກ ສະແດງໃຫ້ເຫັນວ່າງານກີລາໂອແລມປິກລະດູໜາວມີຄວາມສາມັກຄີກັນ ມີການແຂ່ງຂັນກັນ ແລະ ອົບອຸ່ນ ແມ່ນຄວາມປາດຖະໜາຮ່ວມກັນຂອງປະຊາຊົນທົ່ວໂລກ ທັງເປັນການສະແດງໃຫ້ເຫັນ “ຄວາມສາມັກຄີກັນກວ່າເກົ່າ” ຢ່າງແທ້ຈິງ.
# ຂ່າວ-ພາບ : ສະບາໄພ