ສາລະວັນ ແລະ ຄົງເຊໂດນ ຮັບຮອງເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ

    ໃນວັນທີ 16-17 ກຸມພາ 2022 ຜ່ານມາ ໄດ້ຈັດພິທີປະກາດຮັບຮອງເມືອງສາລະວັນ ແລະ ເມືອງຄົງເຊໂດນ ແຂວງສາລະວັນ ເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳເຜີຍ ບຸດດາວຽງ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ ​ມີຄະນະນໍາຂອງແຂວງ ເມືອງ ແລະ ບ້ານທົ່ວເມືອງເຂົ້າຮ່ວມ.

    ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ ແມ່ນການປະຕິບັດຕາມແນວທາງນະໂຍບາຍຂອງພັກ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ແມ່ນການປະຕິບັດບົດບາດ ປຸກລະດົມກຳລັງແຮງຂອງທົ່ວປວງຊົນ ໃນການປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາຕາມທິດ 3 ສ້າງ

    ສຳລັບຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເມືອງສາລະ​ວັນ ​ແລະ ​ເມືອງ​ຄົງ​ເຊ​ໂດນ ແບ່ງອອກເປັນແຕ່ລະບາດກ້າວຄື: ບາດກ້າວການກະກຽມ ບາດກ້າວໃນການເຊື່ອມຊຶມເອກະສານ ບາດກ້າວໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ບາດກ້າວໃນການກວດກາ ແລະ ປະເມີນ ຜ່ານການຈັດຕັ້ງປະຕິບັດແມ່ນສາມາດປະເມີນ ແລະ ຮັບຮອງເອົາບ້ານສາມັກຄີປອງດອງຕາມ 5 ມາດຕະຖານ. ຜ່ານການປະເມີນສາມາດປະເມີນ ໄດ້ຕາມ 5 ມາດຖານ ກວມເອົາ 100% ປະກາດຮັບຮອງເມືອງສາລະວັນ ແລະ ເມືອງຄົງເຊໂດນ ເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເມືອງສາລະ​ວັນ​ເປັນ​ເມືອງ ທີ 17 ແລະ ​ເມືອງ​ຄົງ​ເຊ​ໂດນ​ເປັນ​ເມືອງ ​ທີ 18 ຂອງປະເທດ.

# ຂ່າວ-ພາບ :  ບຸນມີ

error: Content is protected !!