ປີ 2021 ເມືອງສີໂຄດຕະບອງ ມີອຸບັດເຫດເກີດຂື້ນ 91 ເລື່ອງ ເສຍຊີວິດ 14 ຄົນ

    ໄລຍະຜ່ານມາ ກອງຮ້ອຍຕຳຫຼວດຈະລາຈອນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ຕໍ່ວຽກງານສະກັດກັ້ນ ແລະ ແກ້ໄຂຫຼຸດຜ່ອນອຸບັດເຫດດ້ວຍຄວາມເອົາໃຈໃສ່ຫ້າວຫັນ ໂດຍສະເພາະວຽກງານການຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມຈຸດສາມແຍກ ສີ່ແຍກ ຕາມປ້ອມຖາວອນ ຍາມຕະຫຼອດ 24 ຊົ່ວໂມງ ແລະ ບ່ອນທີ່ມີຄວາມສັບສົນ ບັນດາດ່ານຈຸດກວດກາ ປະຕິບັດຕາມແຈ້ງການກ່ຽວກັບມາດຕະການປ້ອງກັນ ຄວບຄຸມແກ້ໄຂ ຂອງພະຍາດໂຄວິດ-19 ມີທັງໜົດ 270 ຄັ້ງ ມີຜູ້ເຂົ້າຮ່ວມ 4.050 ຄົນ ຍິງ 810 ຄົນ ອອກຕັ້ງຈຸດກວດກາຕາມເສັ້ນທາງ ເພື່ອກວດທາດເຫຼົ້າ 43 ຄັ້ງ ພົບເຫັນຜູ້ລະເມີດ ພ້ອມທັງສຶກສາອົບຮົມຈໍານວນ 3.295 ຄົນ ຍິງ 1.602 ຄົນ ພົບຜູ້ລະເມີດທາດເຫຼົ້າເກີນ 189 ຄົນ ຍິງ 65 ຄົນ ລົງສົມທົບກັບອໍານາດການປົກຄອງບ້ານ ເພື່ອເຜີຍແຜ່ກົດລະບຽບ ການສັນຈອນຕາມທ້ອງຖະໜົນ 4 ຄັ້ງ ມີຜູ້ເຂົ້າຮ່ວມ 1.320 ຄົນ ຍິງ 526 ຄົນ.

    ໃນປີ 2021 ຜ່ານມາ ທົ່ວເມືອງມີຄະດີອຸບັດເຫດເກີດຂື້ນທັງໜົດ 91 ເລື່ອງ ທຽບໃສ່ປີ 2020 ເກີດຂຶ້ນ 150 ເລື່ອງ ຫຼຸດລົງ 59 ເລື່ອງ ມີຄົນໄດ້ຮັບບາດເຈັບເລັກໜ້ອຍ 39 ຄົນ ສົມຄວນ 91 ຄົນ ສາຫັດ 17 ຄົນ ເສຍຊີວິດ 14 ຄົນ ພາຫະນະເປ່ເພ່ເລັກໜ້ອຍ 92 ຄັນ ສົມຄວນ 90 ຄັນ. ພ້ອມກັນນີ້ ໄດ້ລົງສົມທົບ ປກສ ກຸ່ມບ້ານ ອໍານາດການປົກຄອງບ້ານ ກວດກາລົດດັດແປງສະພາບເຕັກນິກ 24 ຄັ້ງ ມີ 30 ຄັນ ສຶກສາອົບຮົມກັບທີ່ 20 ຄັ້ງ ມີ 24 ຄັນ ບໍ່ມີເອກະສານລົດ 6 ຄັນ ແລະ ສົ່ງໃຫ້ກອງບັນຊາການ ປກສ ເມືອງສີໂຄດຕະບອງ ດຳເນີນຄະດີຂັ້ນຕໍ່ໄປ.

# ຂ່າວ-ພາບ :  ຊິລິການດາ

error: Content is protected !!