ກຸ່ມທ້ອນເງິນແມ່ຍິງ ມີທຶນໝູນວຽນ 353 ຕື້ກວ່າກີບ

   ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານພັດທະນາແມ່ຍິງ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2021 ແລະ ແຜນການປະຈຳປີ 2022 ຈັດຂຶ້ນວັນທີ 22 ກຸມພາ 2022 ຢູ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງທ່ານ ນາງ ຫຼຽນຄໍາ ວິລະພັນ ປະທານສະຫະພັນແມ່ຍິງ ນວ ມີຄະນະປະທານ ຕາງໜ້າສະຫະພັນແມ່ຍິງ 9 ຕົວເມືອງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

     ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານພັດທະນາແມ່ຍິງ 3 ດີ ແລະ ວຽກງານກຸ່ມທ້ອນເງິນ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ຂອງສະຫະພັນແມ່ຍິງ ນວ ເຊິ່ງປັດຈຸບັນ ທົ່ວ ນວ ມີກຸ່ມທ້ອນເງິນແມ່ຍິງ 342 ກຸ່ມ ໃນນີ້ ມີກຸ່ມທ້ອນເງິນອ້ອມຂ້າງເມືອງ 11 ກຸ່ມ ຂັ້ນບ້ານ 330 ກຸ່ມ ແລະ 1 ກຸ່ມກອງບັນຊາການທະຫານ ນວ ມີສະມາຊິກທັງໝົດ 134.112 ຄົນ ຍິງ 88.230 ຄົນ ປັດຈຸບັນສະຫະພັນແມ່ຍິງ ນວ ຍັງມີກຸ່ມທ້ອນເງິນແມ່ຍິງທີ່ເຄື່ອນໄຫວປົກກະຕິ 302 ກຸ່ມ ມີເງິນໝູນວຽນໃນ 10 ຮ່ວງຂອງກຸ່ມທ້ອນເງິນທັງໝົດ 353,57 ຕື້ກີບ   ນອກນີ້ ຍັງມີກຸ່ມທ້ອນເງິນທີ່ບໍ່ສາມາດປັນຜົນໄດ້ຕາມກຳນົດ 44 ກຸ່ມ ກຸ່ມທ້ອນເງິນທີ່ຍັງສືບຕໍ່ເກັບເງິນສົ່ງຄືນໃຫ້ສະມາຊິກ 26 ກຸ່ມ  ກຸ່ມທ້ອນເງິນທີ່ຢຸດເຊົາການເຄື່ອນໄຫວ (ຍຸບ) ແລະ ສາມາດເກັບເງິນຄືນສົ່ງໃຫ້ສະມາຊິກໝົດແລ້ວ 30 ກຸ່ມ.

     ດ້ານການຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງຂັນ 3 ດີ ຜ່ານການຕິດຕາມ ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດເນື້ອໃນດັ່ງກ່າວຢູ່ບັນດາພະແນກການ  ແລະ ເມືອງ ສາມາດສັງລວມຜົນຂອງການປະເມີນໄດ້ຄື: 1 ປີຜ່ານມາ ມີຜູ້ເຂົ້າຮ່ວມເຊື່ອມຊືມເນື້ອໃນທັງໝົດ 145.931 ຄົນ ຍິງ 73.433 ຄົນ ແລະ ມີຜູ້ເຂົ້າຮ່ວມແຂ່ງຂັນ 53.399 ຄົນ ສາມາດປະເມີນໄດ້ພົນລະເມືອງດີ 53.399 ຄົນ ພັດທະນາດີ 50.678 ຄົນ ສ້າງຄອບຄົວດີ 47.233 ຄົນ ສາມາດປະເມີນຄັດເລືອກ ແລະ ຈັດປະເພດບຸກຄົນ 3 ດີ ຄື:  ບຸກຄົນ 3 ດີປະເພດ 1 ໄດ້ 47.652 ຄົນ ບຸກຄົນ 3 ດີປະເພດ 2 ໄດ້ 5.620 ຄົນ ບໍ່ໄດ້ຈັດປະເພດ 3.969 ຄົນ.

    ສຳລັບທິດທາງແຜນການປະຈຳປີ 2022 ສະຫະພັນແມຍິງ ນວ ຈະສືບຕໍ່ສຸມໃສ່ເຂົ້າໃນການຊຸກຍູ້ສົ່ງເສີມວຽກງານດັ່ງກ່າວຢ່າງຕັ້ງໜ້າ ເປັນຕົ້ນ ການຊູກຍູ້ສົ່ງເສີມ ຈັດເຝີກອົບຮົມວຽກງານ 3 ດີ ຕິດພັນກັບການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ໃຫ້ແມ່ຍິງຂັ້ນເມືອງ  ຕິດຕາມ ຊູກຍູ້ ຊີ້ນຳ-ນຳພາສະຫະພັນແມ່ຍິງເມືອງ ແມ່ຍິງຮາກຖານໜ່ວຍແມ່ຍິງບ້ານ ໃນການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ພ້ອມທັງສະຫຼຸບສັງລວມປະເມີນຂໍ້ແຂ່ງຂັນຂອງສະຫະພັນແມ່ຍິງລາວວາງອອກແຕ່ລະໄລຍະໃຫ້ມີຜົນສຳເລັດເປັນກ້າວໆ.

   ກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ລະບຽບວ່າດ້ວຍການຄຸ້ມຄອງ ການເຄື່ອນໄຫວ ກຸ່ມທ້ອນເງິນ ແມ່ຍິງຂັ້ນບ້ານ ແລກປ່ຽນຄໍາຄິດເຫັນໃສ່ກົດລະບຽບກ່ຽວກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານໃນຕໍ່ໜ້າມີຜົນສຳເລັດຍິ່ງຂຶ້ນ.

# ຂ່າວ-ພາບ :  ລັດເວລາ

error: Content is protected !!