ສະໂມສອນ ແຮທ່າ ເບີລິນ (Hertha Berlin) ທີມໃນເວທີລີກສູງສຸດ ບຸນເດັສລີກ້າ ເຢຍລະມັນ ແຕ່ງຕັ້ງ ເຢນ ເລມັນ ອະດີດຜູ້ຮັກສາປະຕູທີມຊາດເຢຍລະມັນ ແລະ ສະໂມສອນ ອາຣເຊນອລ ເປັນຄະນະບໍລິຫານລະດັບສູງຂອງສະໂມສອນ ພ້ອມກັບ ມາກ ໂຄຊິກເກ້ (Marc Kosicke) ນາຍໜ້າທີ່ຮັບໜ້າທີ່ເປັນຕົວແທນຂອງ ເຈີເກັນ ຄັອບ ຜູ້ຈັດການທີມ ລີເວີພູລ ແລະ ຢູລຽນ ນາເກວສະມັນ ຜູ້ຈັດການທີມ ອາຣແບ ໄລຊິກ ມາເປັນຄະນະບໍລິຫານທີມເຊັ່ນດຽວກັນ.

ການປັບປ່ຽນຄະນະບໍລິຫານໃໝ່ຄັ້ງນີ້ ເພື່ອຫວັງປັບປຸງສະໂມສອນໃຫ້ດີຂຶ້ນ ສຳລັບ ເຢນ ເລມັນ ໄວ 50 ປີ ເປັນຜູ້ຮັກສາປະຕູທີ່ມີປະສົບການສູງ ໃນຍຸກປີ 1988-2011 ເຄີຍຫຼີ້ນກັບສະໂມສອນ ຊາວເກ້ 04 ເອຊີ ມິລານ ໂບຣຸສເຊຍ ດັອດມຸນ ສະຕຸດກາດ ແລະ ອາຣເຊນອລ ລົງຫຼິ້ນ 787 ນັດ ຍິງ 2 ປະຕູ.
ປັດຈຸບັນ ສະໂມສອນ ແຮທ່າ ເບີລິນ ຜົນງານໃນລີກສູງສຸດລະດູການນີ້ ມີ 28 ຄະແນນຈາກ 25 ນັດ ຢູ່ອັນດັດທີ 13 ຂອງຕາຕະລາງ ຊະນະ 7 ສະເໝີ 7 ແລະ ເສຍ 11 ນັດ ຫ່າງຈາກພື້ນທີ່ຕົກຊັ້ນ 6 ຄະແນນ.