ກຸ່ມກະສິກຳອິນຊີ ນວ ຂະຫຍາຍຕົວ ສາມາດສະໜອງຜົນຜະລິດໄດ້ຫຼາຍກວ່າ 2 ພັນໂຕນ

ກຸ່ມ​ຜະ­ລິດ​ກະ­ສິ­ກຳ​ອິນ​ຊີ ນະ­ຄອນ­ຫຼວງ​ວຽງ​ຈັນ ແມ່ນ​ໄດ້​ຮັບ​ການ​ຊຸກ­ຍູ້​ມາ​ແຕ່​ປີ 2004 ເປັນ­ຕົ້ນ​ມາ ໂດຍ​ການ​ສົມ­ທົບ​ລະ­ຫວ່າງ​ກົມ​ປູກ­ຝັງ ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ຂະ­ແໜງ​ປູກ­ຝັງ ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແລະ ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້​ເມືອງ ໂດຍ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ​ໂຄງ­ການ​ສົ່ງ­ເສີມ​ກະ­ສິ­ກຳ​ອິນ​ຊີ ແລະ ການ​ຕະ­ຫຼາດ ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ຢູ່ 4 ເມືອງ​ເປົ້າ​ໝາຍ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ຮູບ​ແບບ​ການ​ສົ່ງ­ເສີມ​ດັ່ງ­ກ່າວ ແມ່ນ​ມີ​ລັກ­ສະ­ນະ​ຄອບ­ຄົວ​ຕົວ​ແບບ ມາ​ຮອດ​ປີ 2006 ຈຶ່ງ​ໄດ້​ສັ້ງ​ຕັ້ງ​ເປັນ​ກຸ່ມ ໃນ​ເບື້ອງ​ຕົ້ນ​ປະ­ກອບ​ມີ 15 ຄອບ­ຄົວ ເນື້ອ­ທີ່ 2,5 ເຮັກ­ຕາ ປັດ­ຈຸ­ບັນ​ກຸ່ມ​ຜະ­ລິດ​ກະ­ສິ­ກຳ​ອິນ​ຊີ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ມີ​ບາດ­ກ້າວ​ການ​ຂະ­ຫຍາຍ­ຕົວ ແລະ ນັບ​ມື້​ນັບ​ເຂັ້ມ­ແຂງ​ເພີ່ມ​ຂຶ້ນ.

ທ່ານ ທອງ​ໄຊ ເພັດ​ນະ­ຄອນ​ສີ ປະ­ທານ​ກຸ່ມ​ຜະ­ລິດ​ກະ­ສິ­ກຳ​ອິນ​ຊີ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ລາຍ​ງານ​ຕໍ່​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VII ຂອງ​ຄະ­ນະ​ພັກ​ຮາກ​ຖານ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນະ­ຄອນ­ຫຼວງ​ວຽງ​ຈັນ ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ກຸ່ມ​ຜະ­ລິດ​ກະ­ສິ­ກຳ ນະ­ຄອນ­ຫຼວງ​ວຽງ​ຈັນ ນັບ​ແຕ່​ມື້​ສ້າງ­ຕັ້ງ​ໃນ​ປີ 2006 ໄດ້​ມີ 5 ບ້ານ 15 ຄອບ­ຄົວ ຄື: ກຸ່ມ​ໂຄກ​ຊາຍ ເມືອງ​ຫາດ​ຊາຍ​ຟອງ ກຸ່ມ​ໂນນ​ແຕ້ ເມືອງ​ໄຊ​ທາ­ນີ ກຸ່ມ​ໜອງ​ດາ ເມືອງ​ສີ​ໂຄດ​ຕະ­ບອງ ກຸ່ມ​ຊຽງ​ດາ ແລະ ນາ​ສ້າງ​ໄຜ່ ເມືອງ​ໄຊ​ເສດ​ຖາ ແລະ ໄດ້​ເລີ່ມ​ຈັດ​ຕະ­ຫຼາດ­ນັດ​ກະ­ສິ­ກຳ​ອິນ​ຊີ ຢູ່​ເດີນ​ທາດ­ຫຼວງ​ເດືອນ​ລະ​ຄັ້ງ ຜົນ​ຜະ­ລິດ​ສ່ວນ​ຫຼາຍ​ແມ່ນ​ບໍ່​ໄດ້​ຂາຍ ຍັງ​ເປັນ​ລັກ­ສະ­ນະ​ໂຄ­ສະ­ນາ ໃນ​ໄລ­ຍະ​ນັ້ນ ໂຄງ­ການ​ໄດ້​ຊ່ວຍ​ຈ່າຍ​ຄ່າ​ນ້ຳ­ມັນ​ລົດ ໃນ​ການ​ຂົ່ນ​ສົ່ງ​ພືດ​ຜັກ​ມາ​ຂາຍ ຈ່າຍ​ອັດ­ຕາ​ການ​ກິນ ພ້ອມ​ທັງ​ສະ­ໜັບ­ສະ­ໜູນ​ໂຕະ​ຕັ່ງ ແລະ ເຕັ້ນ ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ສະ­ມາ­ຊິກ ພ້ອມ​ນັ້ນ ທາງ​ພາກ​ລັດ​ກໍ​ໄດ້​ລະ­ດົມ​ພະ­ນັກ­ງານ​ຊື້​ຊ່ວຍ ໂດຍ​ສະ­ເພາະ ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ກະ­ສິ­ກຳ​ເມືອງ ອົງ­ການ​ປົກ­ຄອງ​ເມືອງ ແລະ ພະ­ນັກ­ງານ​ໂຄງ­ການ.

ສະ­ເພາະ​ໄລ­ຍະ 5 ປີ­ຜ່ານ­ມາ (2015-2019) ກຸ່ມ​ຜະ­ລິດ​ກະ­ສິ­ກຳ​ອິນ​ຊີ ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ບາດ­ກ້າວ​ຂະ­ຫຍາຍ­ຕົວ ແລະ ມີ​ຄວາມ​ເຂັ້ມ­ແຂງ​ຫຼາຍ​ຂຶ້ນ ເມື່ອ​ທຽບ­ໃສ່​ໃນ​ເມື່ອ​ກ່ອນ ມາ​ຮອດ​ປັດ­ຈຸ­ບັນ ປະ­ກອບ​ມີ 12 ກຸ່ມ​ນ້ອຍ ມີ​ສະ­ມາ­ຊິກ​ຊາວ​ສວນ​ທັງ​ໝົດ 303 ຄອບ­ຄົວ ເນື້ອ­ທີ່ 329 ເຮັກ­ຕາ ຜົນ​ຜະ­ລິດ 2.874 ໂຕນ​ຕໍ່​ປີ ໃນ​ນັ້ນ ເມືອງ​ຫາດ​ຊາຍ​ຟອງ ມີ 2 ກຸ່ມ​ຄື: ກຸ່ມ​ໂຄກ​ຊາຍ ຫາດ​ຊາຍ​ຟອງ​ເໜືອ 19 ຄອບ­ຄົວ ເນື້ອ­ທີ່ 7,12 ເຮັກ­ຕາ ເມືອງ​ໄຊ​ເສດ​ຖາ 2 ກຸ່ມ​ຄື: ກຸ່ມ​ຊຽງ​ດາ ແລະ ນາ​ສາງ​ໄພ 24 ຄອບ­ຄົວ ເນື້ອ­ທີ່ 14,39 ເຮັກ­ຕາ ເມືອງ​ສີ​ໂຄດ​ຕະ­ບອງ ມີ 2 ກຸ່ມ​ຄື: ກຸ່ມ​ໜອງ​ດາ ແລະ ກຸ່ມ​ຈຳ­ປາ 22 ຄອບ­ຄົວ ເນື້ອ­ທີ່ 21,59 ເຮັກ­ຕາ ເມືອງ​ໄຊ​ທາ­ນີ ມີ 4 ກຸ່ມ​ຄື: ໂນນ​ແຕ້ ສົມ​ສະ­ຫວັນ ທົ່ງ​ມັ່ງ ແລະ ກຸ່ມ ປາກ​ຊາບ​ໃໝ່ 120 ຄອບ­ຄົວ ເນື້ອ­ທີ່ 160,2 ເຮັກ­ຕາ ເມືອງ​ນາ​ຊາຍ​ທອງ​ມີ​ກຸ່ມ​ໂພນ​ແກ້ວ 7 ຄອບ­ຄົວ ເນື້ອ­ທີ່ 5,84 ເຮັກ­ຕາ ແລະ ເມືອງ​ປາກ​ງື່ມ ກຸ່ມ​ທ່າ​ຊ້າງ 111 ຄອບ­ຄົວ ເນື້ອ­ທີ່ 120 ເຮັກ­ຕາ ສຳ­ລັບ​ການ​ປູກ​ພືດ​ລະ­ດູ­ຝົນ ໄດ້​ມີ​ການ​ຂະ­ຫຍາຍ​ຈຳ­ນວນ​ເຮືອນ​ຮົ່ມ ປູກ​ພືດ​ຜັກ​ຂອງ​ກຸ່ມ​ກະ­ສິ­ກຳ​ອິນ​ຊີ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ທັງ​ໝົດ 400 ກວ່າ​ຫຼັງ ເຊິ່ງ​ການ​ປະ­ກອບ​ອາ­ຊີບ​ກະ­ສິ­ກຳ​ອິນ​ຊີ ໄດ້​ພັດ­ທະ­ນາ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ ກໍ​ຄື ສະ­ມາ­ຊິກ​ກຸ່ມ​ຜະ­ລິດ​ພືດ​ຜັກ​ອິນ​ຊີ ມີ​ລະ­ດັບ​ການ​ດຳ­ລົງ​ຊີ­ວິດ​ທີ່​ດີ​ຂຶ້ນ ຖ້າ​ທຽບ­ໃສ່​ເມື່ອ​ກ່ອນ​ຈາກ​ຄອບ­ຄົວ​ທຸກ​ຍາກ​ຂາດ­ເຂີນ ກາຍ­ເປັນ​ຄອບ­ຄົວ​ມີ​ຢູ່​ມີ​ກິນ ແລະ ມີ​ເງິນ​ສະ​ສົມ​ໄວ້​ໃນ​ຍາມ​ຈຳ­ເປັນ ສາ­ມາດ​ຫຼຸດ​ພົ້ນ​ຈາກ​ຄອບ­ຄົວ​ທຸກ​ຍາກ ໄດ້​ກາຍ­ເປັນ​ຄອບ­ຄົວ​ມີ​ຢູ່​ມີ​ກິນ ມາ​ເຖິງ​ປັດ­ຈຸ­ບັນ ຫຼາຍ​ຄອບ­ຄົວ​ມີ​ລົດ​ໃຫຍ່ ລົດ​ຮຸນ​ໄດ ແກ່​ພືດ​ຜັກ​ມາ​ຂາຍ​ຕະ­ຫຼາດ​ອິນ​ຊີ​ຮັບ​ໃຊ້​ໃນ​ຄອບ­ຄົວ ແລະ ອື່ນໆ.

ເຖິງ​ຢ່າງ­ໃດ​ກໍ​ຕາມ ຕໍ່​ກັບ​ຜົນ­ສຳ­ເລັດ ແລະ ໝາກ­ຜົນ​ທີ່​ສະ­ມາ­ຊິກ​ພາຍ​ໃນ​ກຸ່ມ​ໄດ້​ຮັບ​ນັ້ນ ແມ່ນ​ຍ້ອນ​ການ​ນຳ­ພາ​ຂອງ​ພັກ ແລະ ລັດ ແຕ່​ຂັ້ນ​ເທິງ​ຮອດ​ຂັ້ນ​ພື້ນ­ຖານ​ການ​ຜະ­ລິດ ໄດ້​ເອົາ­ໃຈ­ໃສ່​ຊີ້​ນຳ-ນຳ­ພາ ລົງ​ເລິກ​ກຸ່ມ​ກະ­ສິ­ກຳ​ອິນ​ຊີ ນອກ​ນັ້ນ ກໍ​ຍັງ​ມີ​ໂຄງ­ການ​ລົງ­ທຶນ​ຂອງ​ລັດ ແລະ ສາ­ກົນ ທີ່​ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ດ້ານ​ວັດ­ຖຸ​ອຸ­ປະ­ກອນ ເຕັກ­ນິກ​ວິ­ຊາ​ການ ຈາກ​ການ​ເລີ່ມ​ຕົ້ນ​ຈົນ​ຮອດ​ປັດ­ຈຸ­ບັນ.

error: Content is protected !!