ຄະນະສະເພາະກິດ ເລັ່ງແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ບໍ່ຄຳ ຄຳເກີດ-ແສນອຸດົມ

ຄະ­ນະ​ສະ­ເພາະ​ກິດ​ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້ ຂັ້ນ​ແຂວງ ຂັ້ນ​ເມືອງ ທີ່​ປະ­ຈຳ​ຢູ່​ບໍ່​ຄຳ ຄຳ​ເກີດ-ແສນ​ອຸ­ດົມ ເມືອງ​ຄຳ​ເກີດ ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ສະ­ຫຼຸບ​ຕີ​ລາ­ຄາ​ຄືນ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້​ທີ່​ເກີດ​ຂຶ້ນ ຢູ່​ບໍ່​ຄຳ ຄຳ​ເກີດ-ແສນ​ອຸ­ດົມ

ທ່ານ ພັນ​ໂທ ລຳ​ເງິນ ພະ​ບາດ​ໄຊ ຫົວ­ໜ້າ​ກອງ​ບັນ­ຊາ​ການ ປກສ ເມືອງ​ຄຳ​ເກີດ ໄດ້​ຜ່ານ​ບົດ​ລາຍ​ງານ​ການ­ຈັດ­ຕັ້ງ​ເຄື່ອນ​ໄຫວ ຂອງ​ຄະ­ນະ​ສະ­ເພາະ​ກິດ​ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້​ຢູ່​ບໍ່​ຄຳ ຄຳ​ເກີດ-ແສນ​ອຸ­ດົມ ແຕ່​ວັນ​ທີ 22 ເມ­ສາ ຫາ​ວັນ​ທີ 5 ພຶດ­ສະ­ພາ 2020 ພາຍ­ຫຼັງ​ໄດ້​ຮັບ​ການ​ແຕ່ງ­ຕັ້ງ​ຈາກ​ຂັ້ນ​ເທິງ ຄະ­ນະ​ສະ­ເພາະ​ກິດ​ກໍ​ໄດ້​ເປີດ​ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື ແລະ ແບ່ງ​ໜ້າ​ວຽກ​ໃຫ້​ແຕ່​ລະ​ສະ­ຫາຍ​ຮັບ­ຜິດ­ຊອບ ຫຼັງ​ຈາກ​ນັ້ນ​ກໍ່​ໄດ້​ປະ­ສານ​ສົມ­ທົບ​ກັບ​ບໍ­ລິ­ສັດ ເພື່ອ​ເອົາ​ຂໍ້​ມູນ​ການ​ເສຍ​ຫາຍ ພ້ອມ​ທັງ​ຂຶ້ນ​ບັນ­ຊີ​ຄັດ​ຈ້ອນ​ເປົ້າ​ໝາຍ ລົງ​ກວດ­ກາ​ສະ­ຖານ­ທີ່​ເກີດ​ເຫດ ຂຶ້ນ​ບັນ­ຊີ​ກວດ­ກາ​ວັດ­ຖຸ​ສິ່ງ​ຂອງ​ທີ່​ຄົນ​ຮ້າຍ​ລັກ​ໄປ ໄດ້​ສົມ­ທົບ​ກັບ​ກຳ­ລັງ​ຂອງ​ເຈົ້າ​ໜ້າ­ທີ່​ທະ­ຫານ ແລະ ຄະ­ນະ​ຮັກ­ສາ​ຄວາມ​ປອດ​ໄພ​ຂອງ​ບໍ­ລິ­ສັດ ລົງ​ເກັບ​ຂໍ້​ມູນ​ຂອງ​ກາງ​ຄະ­ດີ​ລັກ​ຂຸດ​ແຮ່​ຄຳ ເຂດ​ຍອດ​ຫ້ວຍ​ນ້ຳ​ໄຫຼ​ພູ​ນ້ຳ​ປານ ໄດ້​ຈັກ​ປັ່ນ​ໄຟ­ຟ້າ​ຂະ­ໜາດ​ນ້ອຍ 7 ເຄື່ອງ ອຸ­ປະ­ກອນ​ທີ່​ໃຊ້​ຂຸດ​ແຮ່​ຄຳ 12 ລາຍ­ການ ນຳ​ກຳ­ລັງ​ເຂົ້າ​ກວດ​ຄົ້ນ​ເຄ­ຫາ​ສະ­ຖານ​ຂອງ 10 ເປົ້າ​ໝາຍ ທີ່​ຜ່ານ​ການ​ຄັດ​ຈ້ອນ​ພົບ​ເຫັນ​ຂອງ​ກາງ​ປະ­ເພດ​ໂທລະ­ພາບ ຈຳ­ນວນ 12 ໜ່ວຍ ສາຍ­ທອງ​ໄຟ­ຟ້າ ແຜ່ນ​ທອງ­ເຫຼືອງ ອຸ­ປະ­ກອນ​ໄຟ­ຟ້າ​ຈຳ­ນວນ 487 ກິ​ໂລກ​ຣາມ ພ້ອມ​ກັກ​ຜູ້​ຖືກ​ຫາ​ໄດ້ 9 ຄົນ​ມາ​ດຳ­ເນີນ​ຄະ­ດີ ນອກ​ນັ້ນ​ຍັງ​ໄດ້​ນຳ​ກຳ­ລັງ​ເຂົ້າ​ກວດ​ຄົ້ນ​ເຄ­ຫາ​ສະ­ຖານ ທ້າວ ມາຍ​ຫົງ​ຟູ ອາ­ຍຸ 46 ປີ ຄົນ​ສັນ­ຊາດ​ຫວຽດ­ນາມ ທີ່​ພັກ​ເຊົາ​ຢູ່​ບ້ານ​ແສນ​ອຸ­ດົມ ເມືອງ​ຄຳ​ເກີດ ແຂວງ​ບໍ​ລິ​ຄຳ​ໄຊ ທີ່​ມີ​ເຈດ​ຕະ​ນາ​ຊຸກ­ເຊື່ອງ ຊື້-ຂາຍ​ຊັບ​ທີ່​ບໍ່​ຖືກ​ຕາມ​ລະ­ບຽບ​ກົດ­ໝາຍ ພົບ​ເຫັນ​ເຄື່ອງ​ຂອງ​ກາງ​ປະ­ເພດ​ສາຍ­ທອງ​ໄຟ­ຟ້າ ແຜ່ນ​ທອງ ແລະ ອຸ­ປະ­ກອນ​ຮັບ​ໃຊ້​ນ້ຳ­ໜັກ​ລວມ 1.573 ກິ​ໂລກ​ຣາມ ສົມ­ທົບ​ກັບ​ກຳ­ລັງ​ທະ­ຫານ​ແຂວງ​ເຂົ້າ​ກັກ​ຕົວ​ເປົ້າ​ໝາຍ​ລັກ​ຂຸດ​ແຮ່​ຄຳ ເຂດ​ສຳ​ປະ­ທານ​ຂອງ​ບໍ­ລິ­ສັດ ສາ­ມາດ​ກັກ​ເປົ້າ​ໝາຍ​ໄດ້ 2 ຄົນ ພ້ອມ​ຂອງ​ກາງ​ແຮ່​ທາດ 5 ກິ​ໂລກ​ຣາມ ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕົວ​ຈິງ​ກັກ ຕົວ​ຜູ້​ຖືກ​ຫາ​ໄດ້ 12 ຄົນ ຄົນ​ສັນ­ຊາດ​ຫວຽດ­ນາມ 1 ຄົນ ໃນ​ນັ້ນ​ຂໍ້​ຫາ​ລັກ​ຊັບ​ພົນ­ລະ­ເມືອງ 8 ຄົນ ຂໍ້​ຫາ​ຊຸກ­ເຊື່ອງ ຊື້-ຂາຍ​ຊັບ​ບໍ່​ຖືກ­ຕ້ອງ 2 ຄົນ ຂໍ້​ຫາ​ລັກ​ຂຸດ​ແຮ່​ຄຳ 2 ຄົນ ລວມ​ຂອງ​ກາງ​ທີ່​ເກັບ​ກູ້​ໄດ້​ມີ​ຄື: ໂທລະ­ພາບ 12 ໜ່ວຍ ໜ້າ​ຈໍ​ຄອມ​ພິວ​ເຕີ 1 ໜ່ວຍ ສາຍ​ໄຟ­ຟ້າ ອຸ­ປະ­ກອນ​ໄຟ­ຟ້າ ສາຍ­ທອງ​ແດງ ແຜ່ນ​ທອງ­ເຫຼືອງ ຈຳ­ນວນ 2.062 ກິ​ໂລ​ກຼາມ ແຮ່​ຄຳ 92 ກິ​ໂລ​ກຼາມ ມາ​ສືບ­ສວນ-ສອບ​ສວນ​ຕາມ​ລະ­ບຽບ​ກົດ­ໝາຍ.

error: Content is protected !!