ອັດຕາການວ່າງງານຢູ່ ສປປ ລາວ ເພີ່ມຂຶ້ນຫຼາຍກວ່າ 21%

    ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ມີການປິດໂຮງຈັກ-ໂຮງງານຊົ່ວຄາວ ບາງແຫ່ງໄດ້ປິດຕົວລົງ ຍ້ອນໄດ້ຮັບຜົນກະທົບໜັກໜ່ວງ ບາງແຫ່ງມີການຍົກເລີກ ຫຼື ຫຼຸດຜ່ອນກໍາລັງແຮງງານລົງ ເຮັດໃຫ້ມີຜົນກະທົບໂດຍກົງຕໍ່ຜູ້ອອກແຮງງານ ແລະ ກາຍເປັນຜູ້ວ່າງງານ.

     ທ່ານ ນາງ ຈັນເພັນ ມະນີແສງ ຫົວໜ້າກົມປົກປ້ອງແຮງງານ ສູນກາງສະຫະພັນກໍາມະບານລາວ ໃຫ້ຮູ້ໃນໂອກາດກ່າວຄໍາເຫັນໃນພິທີຖະແຫຼງຂ່າວກ່ຽວກັບການຈັດງານມະຫະກໍາສົ່ງເສີມແຮງງານລາວ 2022 ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ເມື່ອບໍ່ດົນວ່າ: ປັດຈຸບັນ ເຖີງວ່າລັດຖະບານມີມາດຕະການຜ່ອນຜັນໃນການປ້ອງກັນພະຍາດໂຄວິດ-19 ແລ້ວກໍຕາມ ແຕ່ບາງໂຮງຈັກ-ໂຮງງານ ຍັງບໍ່ສາມາດເປີດດໍາເນີນກິດຈະການໄດ້ເຕັມຮ້ອຍ ຈິ່ງເຮັດໃຫ້ມີຜົນກະທົບໂດຍກົງຕໍ່ຜູ້ອອກແຮງງານ ແລະ ເຮັດໃຫ້ອັດຕາການວ່າງງານຢູ່ ສປປ ລາວ ເພີ່ມຂຶ້ນ ຈາກ 9,24% ມາເປັນ 21,8% ໃນປີ 2021 ຜ່ານມາ ໂດຍມີຜູ້ວ່າງງານຫຼາຍກວ່າ 400.000 ຄົນ.

    ທ່ານໃຫ້ຮູ້ຕື່ມວ່າ: ຕໍ່ສະພາບການທີ່ເກີດຂຶ້ນ ອົງການກໍາມະບານລາວ ໃນນາມເປັນຕົວແທນປົກປ້ອງຜູ້ອອກແຮງງານສຸດທີ່ມີຄວາມເປັນຫວ່ງເປັນໄຍ ໂດຍໄດ້ເຄື່ອນໄຫວຕິດຕາມໃຫ້ກໍາລັງໃຈ ແລະ ຊ່ວຍເຫຼືອຜູ້ອອກແຮງງານຢູ່ບັນດາໂຮງຈັກ-ໂຮງງານຕາມຄວາມສາມາດຕົວຈິງ ສ່ວນການແກ້ໄຂບັນຫາການວ່າງງານທີ່ເພີ່ມຂຶ້ນ ອົງການກໍາມະບານລາວຈະຮ່ວມກັບທຸກຂະແໜງການກ່ຽວຂ້ອງ ເພື່ອຊຸກຍູ້ສົ່ງເສີມການຈັດຫາງານດ້ວຍຫລາຍຮູບແບບ ເພື່ອໃຫ້ຜູ້ວ່າງງານສາມາດເຂົ້າເຖີງການຈ້າງງານ ເຊີ່ງໃນລະຫວ່າງວັນທີ 16-20 ມີນາ 2022 ສູນກາງກໍາມະບານລາວ ຮ່ວມກັບບັນດາພາກສ່ວນກ່ຽວຂ້ອງ ຈະຈັດງານມະຫະກໍາສົ່ງເສີມແຮງງານລາວ 2022 ເຊີ່ງເປັນງານສົ່ງເສີມແຮງງານລາວໃຫຍ່ຄັ້ງທໍາອິດຢູ່ປະເທດ ຄາດວ່າຈະເປັນໂອກາດດີໃຫ້ຜູ້ວ່າງງານໄດ້ເຂົ້າເຖີງການຈ້າງງານຕາມຄວາມສາມາດຂອງຕົນໄດ້ຫຼາຍສົມຄວນ.

    ອີງຕາມການຊີ້ແຈງຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈັດຂຶ້ນເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: ການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ແຮງງານລາວຖືກເລີກຈ້າງ ແລະ ໂຈະການເຮັດວຽກຈໍານວນ 439.082 ຄົນ ໃນຂະນະທີ່ຂໍ້ມູນແຮງງານທີ່ກັບມາຈາກຕ່າງປະເທດທີ່ວ່າງງານ ແລະ ຜູ້ວ່າງງານພາຍໃນປະເທດ ມີຈໍານວນ 496.000 ຄົນ ເທົ່າກັບ 21,8% ໃນນີ້ ກັບມາຈາກຕ່າງປະເທດ 56.918 ຄົນ ແລະ ວ່າງງານພາຍໃນປະເທດຈໍານວນ 439.082 ຄົນ. ອັດຕາການວ່າງງານດັ່ງກ່າວນີ້ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ໄດ້ວາງຄາດໝາຍ ໂດຍຈະຮ່ວມກັບພາກສ່ວນກ່ຽວຂ້ອງແກ້ໄຂໃຫ້ຫຼຸດລົງເຫຼືອ 19,4% ພາຍໃນປີ 2022 ນີ້.

error: Content is protected !!