ນັກຮຽນເຫຼົ່າເສນາລະບົບ 6 ເດືອນ ມອບເຄື່ອງກິລາໃຫ້ຄະນະວິຊາຄູ ຍຸດທະວິທີ ວິທະຍາຄານກົມມະດຳ

    ວັນທີ 19 ກຸມພາ 2022 ຜ່ານມານີ້.ນັກຮຽນເຫຼົ່າເສນາລະບົບ 6 ເດືອນ ຊຸດທີ 7 ນຳພາໂດຍສະຫາຍ ພັນຕີ ສຸກກັນຍາ ດວງປັນຍາ ຕາງໜ້າຫົວໜ້າເຫຼົ່ານັກຮຽນພ້ອມດ້ວຍຄະນະ ໄດ້ນຳເອົາຊຸດກີລາຈຳນວນ 34 ຊຸດ ແລະ ຈັກໄອຄອມສື່ສານ (ໂຟນີ) ຈຳນວນ 10 ເຄື່ອງ ລວມມູນຄ່າ 3 ລ້ານກີບ ມາມອບໃຫ້ແກ່ຄະນະວິຊາຄູ ຍຸດທະວິທີ ຫ້ອງອົບຮົມ ກໍ່ສ້າງ ວິທະຍາຄານ ກ່າວຮັບເຄື່ອງໂດຍສະຫາຍ ພັນໂທ ຕູ້ຍ ຈັນທະລາ ຫົວໜ້າຄະນະວິຊາຄູ ຍຸດທະວີທີ ວິທະຍາຄານກົມມະດຳ ໂດຍຊ້ອງໜ້າພະນັກງານຄູ ອາຈານ ແລະ ນັກຮຽນເຂົ້າຮ່ວມເປັນສັກສີພິຍານ.

    ໂອກາດດຽວກັນນີ້.ຫົວໜ້າຄະນະວິຊາຄູ ຍູດທະວີ.ໄດ້ຕາງໜ້າໃຫ້ຄະນະພັກ ຄະນະບັນຊາກົມກອງດັ່ງກ່າວ.ສະແດງຄວາມຂອບໃຈ ແລະ ຕີລາຄາສູງມາຍັງນັກຮຽນເສນາບຳລຸງຊຸດທີ 7.ທີ່ໄດ້ປະກອບສ່ວນມອບວັດຖຸໃຫ້ຄະນະວິຊາພວກເຮົາ.ເພື່ອນຳໃຊ້ເຄື່ອນໄຫວເຂົ້າໃນການຫັດແອບຮຳ່ຮຽນ ແລະ ກິດຈະກຳຂະບວນການກິລາຂອງກົມກອງຢ່າງເປັນຂະບວນການຟົດຟື້ນ.ຈາກນັ້ນຄະນະທັງສອງຝ່າຍຍັງໄດ້ພ້ອມກັນສ້າງຂະບວນການແຂ່ງຂັນກີລາມິດຕະພາບລະຫວ່າງຄູອາຈານກັບນັນຮຽນຕື່ມອີກ.

ຂ່າວ:  ວັນນະເລດ ລໍວັນໄຊ.

ພາບ: ວິໄລພອນ.

error: Content is protected !!