ປະເມີນໂຄງການຂະຫຍາຍໂຄງລ່າງນ້ຳສະອາດ ທີ່ປອດໄພໃນຊຸມຊົນ ເພື່ອຍົກລະດັບສະພາບໂພຊະນາການ

    ກອງປະຊຸມຄະນະຊີ້ນໍາໂຄງການ ປະຈໍາປີ 2022 ໂຄງການຂະຫຍາຍໂຄງລ່າງນໍ້າສະອາດ ແລະ ໂພຊະນະການ ຈັດຂຶ້ນວັນທີ 21 ກຸມພາ 2022 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ທ່ານນາງ ລີນ່າ ມາຊີອູລີໂອນິດ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ ມີຮອງລັດຖະມົນຕີຈາກກະtຊວງ ຮອງເຈົ້າແຂວງ ກົມ ກອງ ຫ້ອງການ ຂະແໜງການ ແລະ ອົງການຈັດຕັ້ງສາກົນປະຈໍາລາວກ່ຽວຂ້ອງເຂົ້າຮ່ວມຜ່ານອອນລາຍ.

    ທ່ານນາງ ວິໄລຄຳ ໂພສາລາດ ກ່າວວ່າ: “ ພວກເຮົາພາກພູມໃຈຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອທີ່ມອບໃຫ້ໂດຍສະຫະພາບເອີຣົບ ເພື່ອຊ່ວຍໃຫ້ພວກເຮົາຕ້ານກັບຄວາມອຶດຫີວ ແລະ ຂາດສານອາຫານ ພ້ອມທັງເຮັດໃຫ້ປະຊາຊົນປະມານ 100.000 ຄົນ ສາມາດເຂົ້າເຖິງການສະໜອງນ້ຳທີ່ສະອາດ ປອດໄພ ແລະ ສາມາດດື່ມໄດ້.” ເຊິ່ງ ກົມນໍ້າປະປາ (DWS) ກະຊວງ ຍທຂ (MPWT) ເປັນໜ່ວຍງານຫຼັກໃນການຄຸ້ມຄອງນໍາພາການຈັດຕັ້ງປະຕິບັດໂຄງການ ໂດຍໄດ້ສົມທົບກັບກອງເລຂາຄະນະກຳມະການໂພຊະນາການແຫ່ງຊາດ (NNCS) ແລະ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ທະນາຄານພັດທະນາເຢຍລະມັນ KfW ມີບົດບາດສໍາຄັນໃນການຊີ້ນໍາ ແລະ ນໍາພາການຈັດຕັ້ງປະຕິບັດໂຄງການເພື່ອຮັບປະກັນກິດຈະກໍາຕ່າງໆຂອງໂຄງການໃຫ້ສໍາເລັດຕາມແຜນການ.

    ທ່ານ ສົມປອງ ສິດທິວົງ ຫົວໜ້າກົມນ້ຳປະປາ ກະຊວງ ຍທຂ ໃນນາມຄະນະຊີ້ນໍາ ຜູ້ຈັດຕັ້ງປະຕິບັດໂຄງການ ຍັງໄດ້ສະເໜີກ່ຽວກັບສະພາບລວມຂອງໂຄງການ SUNWIP ເຊິ່ງໄດ້ຈັດຕັ້ງປະຕິບັດຢູ່ 2 ເມືອງຂອງແຂວງຄຳມ່ວນ (ຫີນບູນ ແລະ ຍົມມະລາດ) ແລະ 4 ເມືອງຂອງແຂວງສະຫວັນນະເຂດ (ເມືອງນອງ ອາດສະພອນ ເຊໂປນ ແລະ ອຸທຸມພອນ) ໂດຍໄດ້ສະໜອງທຶນໃນການກໍ່ສ້າງ ປັບປຸງ ແລະ ການຂະຫຍາຍລະບົບນ້ຳປະປາທີ່ມີຢູ່ ແລະ ສ້າງໃໝ່ ໃນເຂດອ້ອມຮອບຕົວເມືອງ ໂຄງການ SUNWIP ຍັງໄດ້ປະກອບສ່ວນໃນການປູກຈິດສໍານຶກວຽກສຸຂະອະນາໄມໃຫ້ປະຊາຊົນຢູ່ຊົນນະບົດ ຜູ້ທີ່ໄດ້ຮັບຜົນປະໂຫຍດກ່ຽວກັບວິທີການນໍາໃຊ້ນ້ໍາສະອາດທີ່ປອດໄພທີ່ສຸດ ຄວາມສໍາຄັນຂອງສຸຂາພິບານ ແລະ ການປະຕິບັດສຸຂະອະນາໄມທີ່ເໝາະສົມ ໂດຍສະເພາະໃນບັນດາຊຸມຊົນຕົວເມືອງ ແລະ ໂຮງຮຽນໃນຕົວເມືອງເປົ້າໝາຍຂອງໂຄງການ ດ້ວຍເຫດນັ້ນ ໂຄງການ SUNWIP ສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 2 ເປົ້າໝາຍຄື: SDG 2 “  ຢຸດຕິຄວາມອຶດຫິວ  ບັນລຸການຄ້ຳປະກັນສະບຽງອາຫານ  ແລະ  ປັບປຸງໂພຊະນາການ  ແລະ  ສົ່ງເສີມກະສິກຳແບບຍືນຍົງ ”  ແລະ SDG 6 “ ຮັບປະກັນໃຫ້ມີນໍ້າໃຊ້ ແລະ ການບໍລິຫານນໍ້າແບບຍືນຍົງ ແລະ ສຸຂະອະນາໄມສຳລັບໝົດທຸກຄົນ” ໂຄງການ SUNWIP ຍັງປະກອບສ່ວນໂດຍກົງເຂົ້າໃນການຈັດຕັ້ງປະຕິບັດຍຸດທະສາດໂພຊະນາການແຫ່ງຊາດເຖິງປີ 2025.

    ທ່ານນາງ ລີນ່າ ມາຊີອູລີໂອນິດ ກ່າວວ່າ: “ ຕັ້ງແຕ່ສອງປີແລ້ວ ພະຍາດ COVID-19 ໄດ້ສົ່ງຜົນກະທົບຕໍ່ຊີວິດພວກເຮົາໃນຫຼາຍດ້ານ ”  “ ແຕ່ວ່າ ມັນບໍ່ໄດ້ກະທົບເຖິງຄວາມປາຖະໜາຂອງພວກເຮົາທີ່ຈະຊ່ວຍປະຊາຊົນທີ່ດໍາລົງຊີວິດຢູ່ໃນ 62 ບ້ານໃນສອງແຂວງເປົ້າໝາຍຂອງລາວ ຄໍາມ່ວນ ແລະ ສະຫວັນນະເຂດ ໃຫ້ເຂົ້າເຖິງນໍ້າສະອາດ ແລະ ສຸຂາພິບານ ແລະ ສຸຂະອະນາໄມທີ່ເໝາະສົມ ໂດຍສະເພາະ ນໍ້າດື່ມເກືອບ 15.000 ແມັດກ້ອນ (m3) ຕໍ່ມື້ ຈະຖືກຜະລິດໂດຍລະບົບໃໝ່ ແລະ ແຈກຢາຍໃຫ້ 61.000 ຄົວ ເຮືອນໂດຍຜ່ານເຄືອຂ່າຍຫຼາຍກວ່າ 400 ກິໂລແມັດ ຈໍານວນດັ່ງກ່າວ ຄາດວ່າຈະເພີ່ມຂຶ້ນເປັນ 90.000 ຄົວເຮືອນໃນ 20 ປີຂ້າງໜ້າ ”.

..# ຂ່າວ & ພາບ : ວຽງມາ

error: Content is protected !!