ຍ້ອງຍໍພາກສ່ວນທີ່ມີຜົນງານໃນການປະກອບສ່ວນວຽກງານສ້າງລາຍຮັບ ເຂົ້າງົບປະມານ

    ວັນທີ 16 ກຸມພາ 2022 ເມືອງຫົງສາ ແຂວງໄຊຍະບູລີ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021 ແລະ ແນະນຳການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2022 ຢູ່ທີ່​ສະໂມສອນ​ກອງບັນຊາການ​ ປກສ ​ເມືອງ ເປັນປະທານຂອງທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງຫົງສາ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດຂອງເມືອງ ມີຫົວໜ້າ ຮອງ​ຫົວໜ້າ​ຫ້ອງການ-ກົມກອງ​ ພ້ອມດ້ວຍ​ພະນັກງານ​ຮັບຜິດຊອບ​ວຽກງານ​ການເງິນ​ຂອງ​ຫ້ອງການ​ອ້ອມຂ້າງເມືອງ ນາຍບ້ານ ພ້ອມດ້ວຍການເງິນບ້ານ ຜູ້ປະກອບການພາຍໃນເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ບຸນເລີດ ແກ້ວວົງສາ ຫົວໜ້າຫ້ອງການ-ການເງິນເມືອງຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານປະຈຳປີ 2021 ແລະ ຜ່ານທິດທາງແຜນການ 2022 ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 5.169 ຕື້ກີບ ເທົ່າກັບ 129,81% ຂອງແຜນການເບື້ອງຕົ້ນ ເທົ່າກັບ 112,32% ຂອງແຜນການດັດແກ້ ເທົ່າກັບ 100,94% ຂອງປີຜ່ານມາ ໃນນັ້ນ: ສ່ວຍສາອາກອນ ປະຕິບັດໄດ້ທັງໝົດ 5.001 ຕື້ກີບ ເທົ່າກັບ 113,14% ຂອງແຜນການດັດແກ້ ລະອຽດຄື:  ຮັບຈາກອາກອນປົກກະຕິ 3.495 ຕື້ກີບ ທີ່ດິນ (ຈົດທະບຽນທີ່ດິນ ທໍານຽມນໍາໃຊ້ທີ່ດິນ) 370,68 ລ້ານກີບ ຮັບຈາກຄ່າທໍານຽມ 40,27 ລ້ານກີບ ແຜນລາຍຮັບບໍລິການ (ວິຊາການ+ກອງທຶນ) 1.095 ຕື້ກີບ ແລະ ຮັບຈາກຄຸ້ມຄອງຊັບສິນຂອງລັດ 167,46 ລ້ານກີບ ເທົ່າກັບ 92,02% ຂອງແຜນການປີ.

    ສຳລັບທິດທາງ 2022 ຈະສຸມໃສ່ຈັດເກັບລາຍຮັບມອບເຂົ້າງົບປະມານໃຫ້ໄດ້ 5.565,00 ຕື້ກີບ. ໃນນັ້ນ ຮັບຈາກສ່ວຍສາອາກອນ 5.325,00 ຕື້ກີບ ແລະ ຮັບຈາກຊັບສິນ  240 ລ້ານກີບ ແລະ ປະຕິບັດລາຍຈ່າຍຕາມແຜນງົບປະມານສູງສຸດບໍ່ໃຫ້ເກີນ 3.668,16 ຕື້ກີບ ໃນນັ້ນ ຈ່າຍເງິນບໍລິຫານ 3.038,94 ຕື້ກີບ ຈ່າຍເງິນດັດສົມສົ່ງເສີມ 629,22 ລ້ານກີບ ແລະ ຄາດຄະເນດູ່ນໃຫ້ແຂວງທັງໝົດ 1.897 ຕື້ກີບ ພ້ອມນີ້ ກໍໄດ້ຮັບຟັງການຜ່ານຄຳແນະນຳຂອງທ່ານເຈົ້າແຂວງໄຊຍະບູລີ ເລກທີ 11/ຈຂຊຍ ລົງວັນທີ 03 ກຸມພາ 2022 ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2022.

    ໂອກາດນີ້ ໄດ້ຈັດພິທີມອບໃບຍ້ອງຍໍ ຈຳນວນ 47 ໃບ ໃຫ້ຫ້ອງການ 11 ຫ້ອງການ 20 ບ້ານ ແລະ 16 ທ່ານ ທີ່ມີຜົນງານດີເດັ່ນໃນການຈັດເກັບ ແລະ ປະກອບສ່ວນມອບພັນທະອາກອນເຂົ້າງົບປະມານປະຈໍາປີ 2021 ໄດ້ຕາມແຜນການ ແລະ ທ່ວງທັນຕາມກຳນົດເວລາ.

..# ຂ່າວ & ພາບ :  ບຸນມີ

error: Content is protected !!