ງານກີລາໂອແລມປິກລະດູໜາວ ຄັ້ງທີ 24 ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ

    ພິທີປິດງານກີລາໂອແລມປິກລະດູໜາວ ຄັ້ງທີ 24 ຈັດຂຶ້ນຢ່າງຍິ່ງໃຫຍ່ຢູ່ສະໜາມກີລາແຫ່ງຊາດຈີນ ນະຄອນຫຼວງປັກກິ່ງ ວັນທີ 20 ກຸມພາ 2022 ໂດຍມີມວນຊົນຈໍານວນຫຼາຍພາກັນເປັນສັກຂີພິຍານໃຫ້ ງານກີລາດັ່ງກ່າວ ເຊິ່ງໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ.

     ວັນທີ 31 ກໍລະກົດ 2015 ໃນເວລາທີ່ກອງປະຊຸມຄົບຄະນະກຳມະການໂອແລມປິກສາກົນ ຈະລົງຄະແນນສຽງ ເພື່ອຕັດສິນສິດເປັນເຈົ້າພາບຈັດງານກີລາໂອແລມປິກລະດູໜາວ 2022 ວ່າຈະເປັນຂອງຕົວເມືອງໃດ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວຢືນຢັນການເດັດດ່ຽວສະໜັບສະໜູນ ແລະ ຄຳໝັ້ນສັນຍາອັນໜັກແໜ້ນຜ່ານທາງວິດີໂອວ່າ:  “ ປະຊາຊົນຈີນ ຄອງຄອຍ ແລະ ລໍຖ້າໂອກາດເທື່ອນີ້ ຕົນເຊື່ອໝັ້ນວ່າຖ້າບັນດາທ່ານຄັດເລືອກປັກກິ່ງ  ປະຊາຊົນຈີນຈະສາມາດຈັດງານກີລາໂອແລມປິກລະດູໜາວທີ່ໜ້າຊົມ ບໍ່ທຳມະດາ ແລະ ໂດດເດັ່ນໃຫ້ໂລກໄດ້ແນ່ນອນ.”

    ປີ 2017-2022 ທ່ານ ສີຈິ້ນຜິງ ໄດ້ສຳຫຼວດກວດກາວຽກງານກະກຽມຈັດງານກີລາໂອແລມປິກລະດູໜາວໃນພື້ນທີ່ຕົວຈິງ 5 ເທື່ອ ຕາມລຳດັບ ຈາກການວາງແຜນແມ່ບົດຈົນຮອດການກໍ່ສ້າງສະໜາມກີລາ ຈາກການບຳລຸງກໍ່ສ້າງຜູ້ມີຄວາມຮູ້ຄວາມສາມາດຈົນຮອດການເຝິກແອບຂອງນັກກີລາ ເພື່ອກຽມເຂົ້າຮ່ວມການແຂ່ງຂັນ ທ່ານໄດ້ໃຫ້ຄວາມເອົາໃຈໃສ່ຢ່າງລະອຽດ ໃນຂະບວນການນີ້ ທ່ານ ສີຈິ້ນຜິງ ໄດ້ກ່າວເນັ້ນໜັກມາຫຼາຍເທື່ອວ່າ: “ຈີນ ຈະປະຕິບັດຕາມຄຳໝັ້ນສັນຍາທຸກຢ່າງທີ່ໃຫ້ໄວ້ໃນຂະບວນການຂໍຮ້ອງເປັນເຈົ້າພາບຈັດງານກີລາໂອແລມປິກລະດູໜາວ ປັກກິ່ງ ໃຫ້ປາກົດຜົນເປັນຈິງຢ່າງຮອບດ້ານ ຈີນຈັດງານກີ ລາໂອແລມປິກລະດູໜາວ ແມ່ນເມື່ອເວົ້າຄຳໃດອອກມາແລ້ວ ຕ້ອງມີຄວາມໜ້າເຊື່ອຖື ແລະ ເມື່ອເວົ້າແລ້ວຕ້ອງເຮັດໄດ້ຢ່າງແນ່ນອນ”.

    ງານກີລາໂອແລມປິກລະດູໜາວ ທີ່ກະທັດຮັດ ປອດໄພ ແລະ ໜ້າຊົມ ໄດ້ປາກົດຂຶ້ນຢູ່ຕໍ່ໜ້າຊາວໂລກ ຈີນ ໄດ້ປະຕິບັດຕາມຄຳໝັ້ນສັນຍາອັນໜັກແໜ້ນທີ່ໃຫ້ໄວ້ກັບປະຊາຄົມໂລກ ໃນຄຳໝັ້ນສັນຍາຂອງປະເທດໃຫຍ່ດັ່ງກ່າວ ມີແນວຄວາມຄິດຕາມຫຼັກວິທະຍາສາດທີ່ຈີນໄດ້ປະຕິບັດມາໂດຍຕະຫຼອດ ປີ 2015 ພາຍຫຼັງໄດ້ປະສົບຜົນສຳເລັດໃນການຂໍຮ້ອງເປັນເຈົ້າພາບຈັດງານກີລາໂອແລມປິກລະດູໜາວ ປັກກິ່ງ ທ່ານ ສີຈິ້ນຜິງ ໄດ້ສະເໜີແນວຄວາມຄິດຈັດງານກີລາໂອແລມປິກວ່າ “ສີຂຽວ ຊົມໃຊ້ຮ່ວມກັນ ເປີດປະຕູ ແລະ ປອດໃສຂາວສະອາດ”.

    ຈາກຄະນະຈັດງານກີລາໂອແລມປິກລະດູໜາວ ປັກກິ່ງ ຄັດເລືອກ ແລະ ຮັບຈ້າງຜູ້ຊ່ຽວຊານຕ່າງປະ ເທດເຂົ້າຮ່ວມວຽກງານກະກຽມ ແລະ ຈັດງານ ຈົນຮອດການກະກຽມສະໜາມກີລາສະ ເພາະງານກີລາໂອແລມປິກລະດູໜາວ ໂດຍນຳໃຊ້ເງື່ອນໄຂທີ່ມີຢູ່ໃນປັດຈຸບັນໃຫ້ເກີດປະສິດທິຜົນຫຼາຍເທົ່າທີ່ຈະຫຼາຍໄດ້ ຈາກການທີ່ສະໜາມກີລານຳໃຊ້ໄຟຟ້າສີຂຽວຢ່າງທົ່ວເຖິງເປັນຄັ້ງທຳອິດ ຈົນຮອດເມືອງສົງຫຼີ ເຊິ່ງເປັນເມືອງນ້ອຍທີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ຍ້ອນກີລາຫິມະ ແລະ ນ້ຳກ້ອນ ທັດສະນະການພັດທະ ນາໃໝ່ໄດ້ສ່ອງແສງໃຫ້ເຫັນຢ່າງຮອບດ້ານໃນວຽກງານກະກຽມ ແລະ ຈັດງານກີລາໂອແລມປິກລະດູໜາວ ປັກກິ່ງ ໃນຄຳໝັ້ນສັນຍາຂອງປະເທດໃຫຍ່ດັ່ງກ່າວ ແມ່ນການມີສ່ວນຮ່ວມຂອງປະຊາຊົນນັບເປັນຮ້ອຍລ້ານຄົນຢ່າງເປັນຂະບວນຟົດຟື້ນ ມາຮອດເດືອນຕຸລາ 2021 ຢູ່ຈີນມີປະຊາຊົນ 346 ລ້ານຄົນ ໄດ້ເຂົ້າຮ່ວມກີລາຫິມະ ແລະ ນ້ຳກ້ອນ ໃນໄລຍະຈັດງານກີລາໂອແລມປິກລະດູໜາວ ປັກກິ່ງ ສະເພາຢູ່ພາຍໃນປະເທດຈີນ ມີ 600 ລ້ານຄົນ ໄດ້ເບິ່ງງານກີລາໂອແລມປິກະດູໜາວຜ່ານທາງໂທລະພາບ.

    ງານກີລາໂອແລມປິກລະດູໜາວ ປັກກິ່ງ ເປັນມະຫາກຳກີລາສັງລວມລະດັບໂລກ ທີ່ຈັດຂຶ້ນເປັນຄັ້ງທຳອິດ ນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ ໃນທຸກຂົງເຂດ ແລະ ທຸກຂອດ ເຊັ່ນ: ທີ່ພັກອາໄສ ອາຫານ ການປິ່ນປົວ ແລະ ອື່ນໆ ມີມາດຕະການທຸກຢ່າງໃນການປ້ອງກັນພະ ຍາດ ເພື່ອຮັບປະກັນຄວາມປອດໄພໃນການຈັດການແຂ່ງຂັນ ການເຂົ້າຮ່ວມການແຂ່ງຂັນ ແລະ ຜູ້ຊົມການແຂ່ງຂັນຢ່າງເຕັມຄວາມສາມາດ ເຊິ່ງໄດ້ກາຍເປັນ “ໜຶ່ງໃນສະຖານທີ່ຕ່າງໆທີ່ປອດໄພທີ່ສຸດໃນທົ່ວໂລກ” ດັ່ງທີ່ທ່ານ ໂທມັສ ບັກສ ປະທານຄະນະກຳມະການໂອແລມປິກສາກົນ ໄດ້ກ່າວມາ.

    ໃນຄຳໝັ້ນສັນຍາຂອງປະເທດໃຫຍ່ດັ່ງກ່າວ ມີວິໄສທັດອັນດີງາມທີ່ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ

ປີ 2021 ຄຳຂວັນໂອແລມປິກ ໄດ້ຮັບການປັບປຸງໃໝ່ ຄື: ຈາກຄຳຂວັນເດີມທີ່ວ່າ “ໄວກວ່າເກົ່າ ສູງກວ່າເກົ່າ ເຂັ້ມແຂງກວ່າເກົ່າ” ໄດ້ເພີ່ມຄຳວ່າ “ມີຄວາມສາມັກຄີຫຼາຍກວ່າເກົ່າ” ເຊິ່ງໄດ້ອະທິບາຍເຖິງຄຸນຄ່າຍຸກສະໄໝຂອງນ້ຳໃຈໂອແລມປິກ ຫິມະ ແລະ ນ້ຳກ້ອນ ເປັນສື່ເພື່ອກ່າຍຂົວແຫ່ງການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນສຳລັບທົ່ວໂລກ ນັກກີລາທີ່ມາຈາກ 91 ປະເທດ ແລະ ເຂດແຄວ້ນ ເກືອບ 3.000 ຄົນ ໄດ້ມາເຕົ້າໂຮມກັນຢູ່ທີ່ນີ້ ເພື່ອບັນເລັງດົນຕີກ່ຽວກັບຄວາມສາມັກຄີ ມິດຕະພາບ ແລະ ຄວາມກ້າວໜ້າ “ກ້າວໄປສູ່ອະນາຄົດຮ່ວມກັນ” ເຊິ່ງເປັນສຽງຮຽກຮ້ອງທີ່ຈິງໃຈຂອງປະຊາຊົນຈີນ ທັງເປັນສຽງໃນໃຈຮ່ວມກັນຂອງປະຊາຊົນໂລກເຊັ່ນກັນ.

..# ຂ່າວ & ພາບ : ສະບາໄພ

error: Content is protected !!