ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກຸມພາ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ວັນທີ 21 ກຸມພາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກ ລັດຖະມົນຕີ ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມຢ່າງພ້ອມພຽງ.

ໃນເດືອນກຸມພາ 2022 ນີ້ ມີຫຼາຍເຫດການສໍາຄັນທີ່ພົ້ນເດັ່ນຢູ່ປະເທດເຮົາ ໃນນັ້ນ ລັດຖະບານໄດ້ແຕ່ງຕັ້ງ, ຍົກຍ້າຍ ແລະ ສັບປ່ຽນຄວາມຮັບຜິດຊອບຂອງສະມາຊິກລັດຖະບານ ແລະ ພະນັກງານຂອງບັນດາກະຊວງຈຳນວນໜຶ່ງ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ສຳລັບການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດ ເຖິງວ່າພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດໃນຊຸມຊົນ ໂດຍລວມເຫັນວ່າ ພາຍຫຼັງທີ່ມີການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ຕັ້ງແຕ່ຕົ້ນເດືອນທັນວາ 2021 ເປັນຕົ້ນມາບັນຍາກາດການລົງທຶນ ແລະ ການຟື້ນຟູເສດຖະກິດ ມີທ່າອ່ຽງທີ່ດີຂຶ້ນຢ່າງຕັ້ງໜ້າ ການແກ້ໄຂບັນຫາທີ່ປິ່ນອ້ອມການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະ ການແກ້ໄຂບັນຫາຂັ້ນຂອດທີ່ເປັນອຸປະສັກຕໍ່ການລົງທຶນ ລວມທັງການກຳນົດມາດຕະການໃນການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແທດເໝາະກັບສະພາບຄວາມເປັນຈິງ ຈຶ່ງເປັນວຽກບູລິມະສິດທີ່ລັດຖະບານຈະໄດ້ສືບຕໍ່ບຸກບືນສູ້ຊົນແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້ານີ້. ກອງປະຊຸມຄັ້ງນີ້ ສະມາຊິກລັດຖະບານຈະໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາຄິດຄຳເຫັນ ເພື່ອພິຈາລະນາຮັບຮອງເອກະສານສຳຄັນຈຳນວນໜຶ່ງ ເປັນຕົ້ນ ສະຫຼຸບການປະຕິບັດວຽກງານຈຸດສຸມປະຈຳເດືອນກຸມພາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນມີນາ 2022 ຂອງລັດຖະບານ; ລາຍງານກ່ຽວກັບການຄົ້ນຄ້ວາສ້າງແຜນການລົງທຶນຂອງລັດ ປະຈຳປີ 2022 ຮ່າງກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ). ຮ່າງດຳລັດວ່າດ້ວຍການຄຸ້ມຄອງການຄ້າຂາຍຊະນິດພັນສັດນໍ້າ ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ ຮ່າງດຳລັດວ່າດ້ວຍສະຖາບັນການເງິນຈຸລະພາກ (ສະບັບປັບປຸງ). ຮ່າງຍຸດທະສາດການພັດທະນາຕະຫຼາດທຶນຂອງ ສປປ ລາວ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035 (ສະບັບປັບປຸງ). ຮ່າງຍຸດທະສາດການພັດທະນາ ການບິນພົນລະເຮືອນ 2021-2025 ແລະ ວິໄສທັດຮອດປີ 2030. ການສ້າງລະບົບຄຸ້ມຄອງຕົວຕົນທາງດີຈີຕອນ (DIGITAL ID). ຮ່າງແຜນຄຸ້ມຄອງອ່າງຮັບນໍ້າ, ນໍ້າອູ ນໍ້າງື່ມ ແລະ ນໍ້າເທິນ-ນໍ້າກະດິງ.
ໃນໂອກາດກ່າວເປີດກອງປະຊຸມຄັ້ງນີ້ ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາທ່ານສະມາຊິກລັດຖະບານ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ ການສະເໜີບົດລາຍງານຕ່າງໆ ກໍໃຫ້ຮັກສາເວລາຕາມທີ່ໄດ້ກຳນົດໄວ້ ປະກອບຄໍາເຫັນຢ່າງກົງໄປກົງມາ ກະທັດຮັດ ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອໃຫ້ກອງປະຊຸມມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້. ກອງປະຊຸມລັດຖະບານ ສະໄໝສາມັນຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 02 ວັນ ນັບແຕ່ວັນທີ 21-22 ກຸມພາ 2022.

.
# ຂ່າວ-ພາບ : ກົມປະຊາສຳພັນ ຫສນຍ.