ເພື່ອຕອບສະໜອງຄວາມຕ້ອງການໃນການຂົນສົ່ງສິນຄ້າໃນປັດຈຸບັນ ແລະ ອຳນວຍຄວາມສະດວກໃຫ້ການຂົນສົ່ງສິນຄ້າ ບໍລິສັດທາງລົດໄຟ ລາວ-ຈີນ ຈຶ່ງໄດ້ເປີດໃຫ້ບໍລິການ/ດຳເນີນທຸລະກຳຂົນສົ່ງສິນຄ້າຢູ່ສະຖານີຫຼວງພະບາງເປັນທາງການ ວັນທີ 22 ກຸມພາ 2022 ເຊິ່ງເປັນສະຖານີທີ 4 ທີ່ໄດ້ເປີດທຸລະກຳຂົນສົ່ງສິນຄ້າ ຖັດຈາກສະຖານີວຽງຈັນໃຕ້ ສະຖານີນາເຕີຍ ແລະ ສະຖານີວັງວຽງ.

ສະຖານີຫຼວງພະບາງ ຕັ້ງຢູ່ພາກກາງຂອງແລວທາງລົດໄຟ ລາວ-ຈີນ ເປັນສະຖານີຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າທີ່ສຳຄັນຂອງເສັ້ນທາງລົດໄຟ ລາວ-ຈີນ ມີເນື້ອທີ່ 156 ເຮັກຕາ ມີເສັ້ນທາງລົດໄຟເຂົ້າ-ອອກ 4 ສາຍ ໃນນີ້ ເສັ້ນທາງຂົນສົ່ງສິນຄ້າ 2 ສາຍ ເນື້ອທີ່ອາຄານສະຖານີ 8.000 ຕາແມັດ ແລະ ພື້ນທີ່ຂອງລານຂົນສົ່ງສິນຄ້າ ປະມານ 50.000 ຕາແມັດ.

ທຸລະກຳຂົນສົ່ງສິນຄ້າຂອງສະຖານີຫຼວງພະບາງ ຫຼັກໆແມ່ນດຳເນີນທຸລະກຳສິນຄ້າຂາເຂົ້າ-ຂາອອກ ໂດຍມີເສັ້ນທາງຂົນສົ່ງສິນຄ້າ 2 ສາຍ ເສັ້ນທາງຂົນສົ່ງສິນຄ້າທີ 1 ສາມາດເຮັດວຽກໜຶ່ງໄດ້ 25 ຕູ້ຄອນ ເທັນເນີ ເສັ້ນທາງຂົນສົ່ງສິນຄ້າທີ 2 ເຮັດວຽກໜຶ່ງໄດ້ 26 ຕູ້ຄອນເທັນເນີ ລານບັນຈຸຕູ້ຄອນເທນເນີ ສະ ຖານີຫຼວງພະບາງສາມາດບັນຈຸຕູ້ຄອນເທນເນີໄດ້ 1.568 ຕູ້ ໄລຍະເລີ່ມຕົ້ນຂອງການຂົນສົ່ງ ສິນຄ້າຂາອອກຕົ້ນຕໍແມ່ນໂລຫະ ແຮ່ ແລະ ຊີມັງ ສ່ວນສິນຄ້າຂາເຂົ້າສ່ວນໃຫຍ່ແມ່ນຖ່ານຫີນ ແລະ ສິນຄ້າທົ່ວໄປ.
ເນື່ອງຈາກສະຖານີຫຼວງພະບາງ ທີ່ເປັນສະຖານີຫຼັກຂອງເສັ້ນທາງລົດໄຟ ລາວ-ຈີນ ການເປີດທຸລະກຳຂົນສົ່ງສິນຄ້າຢູ່ສະຖານີຫຼວງພະບາງ ຈະເຮັດໃຫ້ເວລາໃນການສົ່ງອອກສິນຄ້າສັ້ນລົງ ເຊັ່ນ: ການສົ່ງ ອອກແປ້ງມັນຕົ້ນ ແຮ່ເຫຼັກ ແລະ ອື່ນໆ ເຊິ່ງກໍຈະເຮັດໃຫ້ການຂົນສົ່ງສິນຄ້າມີຄວາມເຂັ້ມແຂງຫຼາຍຂຶ້ນ.
ເພື່ອອໍານວຍຄວາມສະດວກໃຫ້ລູກຄ້າໃນການດໍາເນີນທຸລະກຳການຂົນສົ່ງສິນຄ້າລະຫວ່າງປະເທດ ສະຖານີຫຼວງພະບາງຈຶ່ງເລັ່ງກໍ່ສ້າງລະບົບສູນລວມທາງລົດໄຟ ແລະ ດ່ານພາສີ ເພື່ອປັບປຸງປະສິດທິຜົນການກວດກາສິນຄ້າ ແລະ ຫຼຸດຜ່ອນເວລາການຂົນສົ່ງສິນຄ້າ ລົດໄຟ ລາວ-ຈີນ ມີຄວາມຍິນດີຕ້ອນຮັບ ລູກຄ້າທຸກທ່ານ ຮັບການຈັດການສິນຄ້າຫຼາຍຊ່ອງທາງຕາມຄວາມຕ້ອງການຂອງການດຳເນີນທຸລະກຳຂົນສົ່ງສິນຄ້າ 24 ຊົ່ວໂມງ ມີຄວາມໂປ່ງໃສ ແລະ ເປີດເຜີຍຕໍ່ຄ່າບໍລິການຂົນສົ່ງ ແລະ ຄ່າບໍລິການອື່ນໆ ລູກຄ້າສາມາດຮັບການບໍລິການ 3 ພາສາ ຄື: ພາສາຈີນ ພາສາລາວ ແລະ ພາສາອັງກິດ ພ້ອມນີ້ ຍັງມີ ການບໍລິການ “Door to Door” (ການບໍລິການຮັບ-ສົ່ງສິນຄ້າ ເຖິງຈຸດທີ່ລູກຄ້າກຳນົດເອົາສິນຄ້າລົງ) ທີ່ກວມເອົາການຈັດສົ່ງໃນໄລຍະບໍ່ເກີນ 30 ກິໂລແມັດ ເພື່ອໃຫ້ລູກຄ້າມີການບໍລິການຂົນສົ່ງສິນຄ້າທີ່ມີປະສິດທິຜົນ ແລະ ມີຄຸນນະພາບສູງ.
..# ຂ່າວ & ພາບ : ສະບາໄພ