ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ (ສພຊ) ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ເພື່ອຕິດຕາມຊີ້ນໍາການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ XI ຂອງພັກ ພ້ອມທັງໂອ້ລົມຕໍ່ພະນັກງານການນຳຫຼັກແຫຼ່ງແຂວງຄຳມ່ວນ ລະຫວ່າງວັນທີ 17-18 ກຸມພາ 2022 ຕ້ອນຮັບໂດຍທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ມີບັນດາຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ຄະນະສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ບຸນມີ ພິມມະສອນ ໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ສູ້ຊົນຈັດຕັ້ງປະຕິບັດເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວໃນລະດັບ 5,73% ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 2.272 ໂດລາສະຫະລັດຕໍ່ປີ ການຜະລິດເຂົ້າແມ່ນບັນລຸໄດ້ 100,20% ແລະ ການຜະລິດພືດບັນລຸຄາດໝາຍຢ່າງກ້າວກະໂດດເຖິງ 180,41% ດ້ານວຽກງານອື່ນໆ ກໍໄດ້ຮັບການຈັດຕັ້ງປະຕິບັດ ແລະ ພັດທະນາດີຂຶ້ນເປັນກ້າວໆ. ໂອກາດນີ້ ທ່ານນາງ ສູນທອນ ໄຊຍະຈັກ ກໍໄດ້ໂອ້ລົມ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍມາຍັງການນຳຂອງແຂວງທີ່ໄດ້ເອົາໃຈໃສ່ໃນການເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກຕິດພັນກັບການຜັນຂະຫຍາຍ 2 ວະລະແຫ່ງຊາດໄດ້ຢ່າງກວ້າງຂວາງ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວໃນລະດັບທີ່ດີ ການເກັບລາຍຮັບກໍປະຕິບັດໄດ້ລື່ນແຜນການ ຄຽງຄູ່ກັນນັ້ນ ຈະຕ້ອງໄດ້ເອົາໃຈໃສ່ກໍຄືດ້ານວຽກງານການລົງທຶນທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ບັນຫາການແກ້ໄຂແຮງງານ ວຽກງານທາງດ້ານການຄ້າ-ການລົງທຶນລວມເຖິງການແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ນອກຈາກນີ້ ທ່ານຮອງປະທານ ສພຊ ໄດ້ຢ້ຽມຢາມເບິ່ງຈຸດຕັ້ງໂຮງງານຜະລິດໄຟຟ້າດ້ວຍພະລັງຖ່ານຫີນຂອງບໍລິສັດບົວລະພາພາວເວີ ແລະ ຢ້ຽມຊົມແຫຼ່ງທ່ອງທ່ຽວຖໍ້ານໍ້າລອດເຊບັ້ງໄຟຢູ່ເມືອງບົວລະພາຕື່ມອີກ.

