ພາລູກຫຼານຂອງທ່ານອາຍຸ 6 ປີຂຶ້ນໄປ ຮັບວັກຊີນປ້ອງກັນໂຄວິດ-19

    ເພື່ອເຮັດໃຫ້ການສັກຢາວັກຊີນປ້ອງກັນໂຄວິດ-19 ໃຫ້ບັນລຸຕາມເປົ້າໝາຍທີ່ລັດຖະບານວາງໄວ້ ດັ່ງນັ້ນຂະແໜງການກ່ຽວຂ້ອງ ຈຶ່ງໄດ້ສຸມໃສ່ໃນການສັກຢາໃຫ້ກັບປະຊາຊົນບັນດາເຜົ່າໃນກຸ່ມເປົ້າໝາຍໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ ດ້ວຍຫຼາຍຮູບແບບເຊັ່ນ ຕັ້ງເປັນຈຸດສັກຢາຄົງທີ່ ແລະ ໜ່ວຍງານເຄື່ອນທີ່ເພື່ອລົງສັກຕາມບ້ານ ທັງນີ້ກໍເພື່ອຍົກລະດັບອັດຕາພູມຄຸ້ມກັນໃຫ້ແກ່ປະຊາຊົນບັນດາເຜົ່າໃຫ້ສູງຂຶ້ນ. 

    ທ່ານນາງ ສຸພາພອນ ພິມມະສອນ ວິຊາການຄະນະພະຍາບານສາດ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ມວສ) ທີມງານແພດສັກຢາຢູ່ວັດຈີນ (ດົງປາແຫຼບ) ໃຫ້ສຳພາດວັນທີ 21 ກຸມພາ 2022 ໃຫ້ຮູ້ວ່າ ແຕ່ລະວັນ ທີມງານແພດ ມວສ ຈະມາປະຈຳຢູ່ຈຸດນີ້ເພື່ອສັກຢາວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ພໍ່ແມ່ປະຊາຊົນປະມານ 10 ທ່ານ ໂດຍເລີ່ມແຕ່ກາງເດືອນພຶດສະພາປີຜ່ານມາ ໂດຍມີພໍ່ແມ່ປະຊາຊົນໃນກຸ່ມເປົ້າໝາຍຈຳນວນຫຼາຍເຂົ້າມາໃຊ້ບໍລິການ. 

     ພາຍຫຼັງໄດ້ຮັບການຊີ້ນຳຈາກຂະແໜງການກ່ຽວຂ້ອງ ໃນການສັກຢາວັກຊີນປ້ອງກັນໂຄວິດ-19 ໃຫ້ແກ່ເດັກນ້ອຍອາຍຸ 6 ປີຂຶ້ນໄປ ເລີ່ມສັກຢ່າງເປັນທາງການໃນວັນທີ 21 ກຸມພາເປັນຕົ້ນໄປ ແລະ ຄາດວ່າຈະສັກເຖິງ 28 ກຸມພານີ້ ຜ່ານການຈັດຕັ້ງປະຕິບັດຕົວຈິງໃນມື້ທຳອິດ ໄດ້ມີເດັກນ້ອຍຈຳນວນໜຶ່ງເຂົ້າມາສັກຢາວັກຊິນປ້ອງກັນໂຄວິດ-19 ແລ້ວ ແລະ ຄາດວ່າເພີ່ມຂຶ້ນໃນແຕ່ລະວັນ ສຳລັບວັກຊີນທີ່ສັກເດັກນ້ອຍອາຍຸ 6 ປີ ຂຶ້ນໄປແມ່ນສັກຢາຊີໂນຟາມ ສ່ວນເດັກນ້ອຍອາຍຸ 11 ປີຂຶ້ນໄປແມ່ນສັກໄດ້ຫຼາຍພໍສົມຄວນ ເພື່ອເຮັດໃຫ້ປະຊາຊົນໄດ້ເຂົ້າເຖິງການສັກວັກຊີນປ້ອງກັນໂຄວິດ-19 ນອກຈາກນີ້ ທາງທີມງານແພດໝໍຍັງໄດ້ລົງສັກຢາເຄື່ອນທີ່ຢູ່ຕາມບ້ານຕ່າງໆໃນ 9 ຕົວເມືອງຂອງນະຄອນຫຼວງວຽງຈັນ. 

    ໂອກາດນີ້ ທ່ານນາງ ສຸພາພອນ ພິມມະສອນ ໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ໂດຍສະເພາະຜູ້ປົກຄອງເດັກທີ່ມີອາຍຸ 6 ປີຂຶ້ນໄປ ບໍ່ຄວນຢ້ານ ແລະ ກັງວົນນຳລູກຈົນເກີນໄປ ໃນການສັກຢາວັກຊີນ ເພາະວ່າທາງທີມງານແພດໝໍໄດ້ສອບຖາມປະຫວັດຢ່າງຄັກແນ່ ພ້ອມທັງປະເມີນນໍ້າໜັກ ລວງສູງຂອງເດັກວ່າສາມາດຮັບວັກຊິນໄດ້ຫຼືບໍ່ ແລະ ຮັບຢາປະເພດໃດ ຖ້າຫາກວ່າລູກຫຼານຂອງທ່ານບໍ່ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ຈະເຮັດໃຫ້ເດັກນ້ອຍບໍ່ມີພູມຄຸ້ມກັນ ສາມາດຕິດເຊື້ອໄດ້ງ່າຍ ຖ້າຫາກໄດ້ຮັບການສັກວັກຊີນແລ້ວກໍຈະເປັນເກາະປ້ອງກັນອັນໜຶ່ງແກ່ເດັກນ້ອຍໃຫ້ມີຄວາມປອດໄພຫຼາຍຂຶ້ນ ໃນໄລຍະຜ່ານມາ ໄດ້ສັກຢາວັກຊີນປ້ອງໂຄວິດ-19 ໃຫ້ເດັກນ້ອຍອາຍຸ 11 ປີຂຶ້ນໄປແມ່ນບໍ່ພົບເຫັນກໍລະນີເດັກນ້ອຍທີ່ສັກຢາແລ້ວເກີດມີອາການແພ້ ຫຼື ອາການແຊກຊ້ອນຕ່າງໆເກີດຂຶ້ນ ເຊິ່ງທຸກຄົນແມ່ນປອດໄພ.

.

..# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!