ສູນການຄ້າວຽງຈັນເຊັນເຕີ ຮ່ວມທຸລະກິດກັບ 7 ບໍລິສັດ ເພື່ອພັດທະນາທາງດ້ານທຸລະກິດ

    ໃນວັນທີ 18 ກຸມພາ 2022 ສູນການຄ້າວຽງຈັນເຊັນເຕີ ໄດ້ຈັດພິທີເຊັນສັນຍາຮ່ວມທຸລະກິດກັບ 7 ບໍລິສັດ ລວມມີ 15 ຍີ່ຫໍ້ດັງ ທັງພາຍໃນ ແລະ ຕ່າງປະເທດ ເປັນກຽດເຂົ້າຮ່ວມພິທີ  ມີທ່ານ WU XING HUA ຮອງຜູ້ອໍານວຍການໃຫຍ່ບໍລິສັດພັດທະນາ ສູນເສດຖະກິດການຄ້າຄົບວົງຈອນ ໜອງຈັນຕອນເໜືອ ຈໍາກັດ ທ່ານ ນາງ ທອງສະຫວັນ ອຸ່ນມີໄຊ ຮອງຜູ້ອໍານວຍການໃຫຍ່ບໍລິສັດພັດທະນາ ສູນເສດຖະກິດການຄ້າຄົບວົງຈອນ ໜອງຈັນຕອນເໜືອ ຈໍາກັດ ແລະ ຄະນະບໍລິຫານງານສູນການຄ້າວຽງຈັນເຊັນເຕີ ທ່ານ XU ZI HONG ປະທານບໍລິສັດ D MART SUPERMAKAET ທ່ານ LI LIANG SHUANG ປະທານບໍລິສັດ MKE ທ່ານ ນາງອານິດ ສີວິໄຊ ປະທານບໍລິສັດ ມິສທິນກ້າວໜ້າ ປະເທດລາວ ຈໍາກັດຜູ້ດຽວ ທ່ານ ອຸ່ນຫຼ້າ ພາອຸດົມ ອໍານວຍການບໍລິສັດ FANGLAO ທ່ານ PITER GILLIGAN ເຈົ້າຂອງ international Music School of LAOS ທ່ານ ເຈນຈິລາ ຈິນະນຸວະຕະນະ ປະທານບໍລິສັດ POP&PLOY SHOP ທ່ານ ສີນະຄອນ ຜູ້ຈັດການທົ່ວໄປ MC JEAN  ພ້ອມດ້ວຍບັນດາແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນາງ ທອງສະຫວັນ ອຸ່ນມີໄຊ ກ່າວວ່າ: ຈໍານວນ 7 ບໍລິສັດ  15 ຍີ່ຫໍ້ດັງ ຮ່ວມທຸລະກິດ ມີ:  ບໍລິສັດ D-MART SUPERMAKAETບໍລິສັດ MKE ເປັນຕົວແທນຈໍາໜ່າຍຍີ່ຫໍ້ HUAWEI HAIER HIK VISION TECNO ບໍລິສັດ ມິສທິນກ້າວໜ້າປະເທດລາວ ຈໍາກັດ ຜູ້ດຽວ ຜູ້ຈັດຕັ້ງຮ້ານອາຫານ LAO SCALA CAFÉ AND RESTAURANT ສູນລວມອາຫານ ບໍລິສັດ FANGLAO ເປັນສູນກາງການຮຽນການສອນເຕັ້ນ FANGLAO STUDIO ໂຮງຮຽນສອນດົນຕີ international Music School of LAOS ບໍລິສັດ POP&PLOY SHOP ເປັນຕົວແທນຈໍາໜ່າຍຍີ່ຫໍ້ JOHN HENRY G2000, ESP ESPADA, S’FARE ແລະ ບໍລິສັດຕົວແທນຈໍາໜ່າຍ MC JEAN ນອກນີ້ ສູນການຄ້າວຽງຈັນເຊັນເຕີ  ຈະເປີດດໍາເນີນທຸລະກິດສູນອາຫານຮູບແບບໃໝ່ ໃນຊື່: FOOD CENTER ຢູ່ຊັ້ນ3  ພ້ອມທັງຈະເປັນຈຸດບໍລິການຈໍາໜ່າຍປີ້ລົດໄຟ ລາວ-ຈີນ ພາຍໃນປະເທດ ແຫ່ງທໍາອິດໃນ ນວ  ທີ່ບໍລິເວນ ຊັ້ນ 1 ຂ້າງທະນາຄານ Bank of china ໃນໄວໆນີ້ ເຖິງວ່າ ສະຖານະການໂຄວິດ-19 ກໍາລັງລະບາດໃນປະເທດລາວ ກໍຄືທົ່ວໂລກ ເຊິ່ງສ້າງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຊີວິດການເປັນຢູ່ ລວມເຖິງສະພາບເສດຖະກິດ ແຕ່ສູນການຄ້າ ວຽງຈັນ ເຊັນເຕີ ກໍບໍ່ຢຸດເຊົາທີ່ຈະຄຽງຂ້າງກັບຄູ່ຮ່ວມທຸລະກິດທຸກພາກສ່ວນ ເພື່ອແນໃສ່ເຮັດໃຫ້ຜົນປະກອບການຄ່ອຍໆດີຂຶ້ນຕາມລໍາດັບ ທັງນີ້ ສະແດງໃຫ້ເຫັນເຖິງໂອກາດທີ່ນັກລົງທຶນໃໝ່ເຂົ້າມາຮ່ວມຊຸກຍູ້ເສດຖະກິດ ແລະ ດໍາເນີນທຸລະກິດ ກັບສູນການຄ້າວຽງຈັນເຊັນເຕີ.

..# ຂ່າວ & ພາບ :  ບຸນມີ

error: Content is protected !!