ອີໂວ້ ມອບຮັບຕໍາແໜ່ງຜູ້ອໍານວຍການໃຫຍ່ ພ້ອມເຊັນສັນຍາສະໜັບສະໜູນຄູ່ຮ່ວມງານ

   ບໍລິສັດ ອີໂວ້ ຈໍາກັດ ຈັກພິທີແຕ່ງຕັ້ງຜູ້ອໍານວຍການໃຫຍ່ ແລະ ເຊັນສັນຍາຄູ່ຮ່ວມງານປະຈໍາປີ 2022 ຂຶ້ນເມື່ອວັນທີ 18 ກຸມພາ 2022 ຢູ່ບໍລິສັດດັ່ງກ່າວ ບ້ານຄໍາຮຸ່ງ ເມືອງໄຊທານີ ເຊິ່ງໄດ້ແຕ່ງຕັ້ງທ່ານ ສີສະຫວັນ ມ່າຢົງເຊີນ ເປັນຜູ້ອໍານວຍການໃຫຍ່ ມີທ່ານ ວັນນະກອນ ພົມມະຈັກ ເປັນຜູ້ອຳນວຍການຝ່າຍພັດທະນາຜະລິດຕະພັນ ແລະ ການຜະລິດ ແລະ ທ່ານ ບູ້ສະໄໝ ບຸດທະວົງ ເປັນຮອງຜູ້ອໍານວຍການຝ່າຍພັດທະນາຜະລິດຕະພັນ ແລະ ການຜະລິດ.    

   ທ່ານ ສີສະຫວັນ ມ່າຢົງເຊີນ ກ່າວຫຼັງຈາກທີ່ມາຮັບຕໍາແໜ່ງຜູ້ອໍານວຍການໃຫຍ່ຂອງອີໂວ້ ວ່າ: ຕະຫຼອດຫຼາຍປີຜ່ານມາ ພວກເຮົາໄດ້ເປັນສ່ວນໜຶ່ງໃນວົງການກີລາລາວ ໃນຫຼາກຫຼາຍຮູບແບບ ແລະ ຫຼາຍປະເພດກີລາ ພ້ອມທັງສ້າງວຽກເຮັດງານທໍາໃຫ້ຫຼາຍກວ່າ 100 ຄົນ ປັດຈຸບັນ ອີໂວ້ ມີ 7 ສາຂາໃນ 5 ແຂວງທົ່ວປະເທດຄື: ນະຄອນຫຼວງວຽງຈັນ ແຂວງຫຼວງນໍ້າທາ ແຂວງວຽງຈັນ ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ ໂດຍມີຫຼາຍກວ່າ 10.000 ທີມທີ່ໃຊ້ການບໍລິການນໍາພວກເຮົາ ແລະ ຜະລິດຫຼາຍກວ່າ 500.000 ຜືນ ເປົ້າໝາຍຄືສືບຕໍ່ພັດທະນາຢ່າງບໍ່ຢຸດຢັ້ງ ຂະຫຍາຍສາຂາໃຫຍ່ໃນນະຄອນຫຼວງວຽງຈັນໃຫ້ໄດ້ 2 ສາຂາ ແລະ ສາຂາຕ່າງແຂວງເພີ່ມ 5 ສາຂາ ພ້ອມທັງສ້າງເດີ່ນບານຕົວແທນຈໍາໜ່າຍໃຫ້ໄດ້ 10 ເດີ່ນຄວບຄຸມທົ່ວນະຄອນຫຼວງ ພ້ອມທັງສຶກສາຄວາມເປັນໄປໄດ້ໃນການສົ່ງອອກຕ່າງປະເທດ ພັດທະນາການຜະລິດຕະພັນຍີ່ຫໍ້ອີໂວ້ໃຫ້ຫຼາກຫຼາຍຂຶ້ນ ແລະ ສືບຕໍ່ສະໜັບສະໜູນວົງການກີລາຕ່າງໆ.

   ສ່ວນການເຊັນສັນຍາສະໜັບສະໜູນ ວົງການກີລາຕ່າງໆໃນ ສປປ ລາວ ລະຫວ່າງ ອີໂວ້ ກັບ ພາກສ່ວນອື່ນໆ ປະກອບມີ:ສັນຍາສະໜັບສະໜູນສະຫະພັນແລ່ນ-ລານແຫ່ງຊາດລາວ  ສັນຍາສະໜັບສະໜູນ ທີມບານເຕະ Lao All Star ສັນຍາສະໜັບສະໜູນ  ທີມບານເຕະວຽງຈັນ ເອັຟຊີ  ສັນຍາສະໜັບສະໜູນ ທີມບານເຕະຈໍາປາສັກ ເອັຟຊີ ສັນຍາສະໜັບສະໜູນ ທີມບານເຕະເອສະຣາ ເອັຟຊີ ສັນຍາສະໜັບສະໜູນ ທີມ ERUN ສັນຍາສະໜັບສະໜູນ ທີມອີໂວ້ (E-Sport) ແລະ ສັນຍາສະໜັບສະໜູນ Influencer.

   ນອກນັ້ນ ກໍຍັງເຊັນສັນຍາກັບ ອະທິສັກ ຣັຕະນະວົງ (Sack Cells) ອັດສະວິນ ເພັດສັງຫານ ຄໍາພຸດ ສົມບູນ ພູມຊະນະ ສີຣິວົງສາ ອານຸສອນ ໄຊສາ ແລະ ວິລະພອນ ພຸດທະວົງ.

..# ຂ່າວ & ພາບ :  ສີພອນ

error: Content is protected !!