ເປີດບໍລິການສູນອາຫານ SONA FOOD HOUSE

    ສູນອາຫານ SONA FOOD HOUSE ເປີດໃຫ້ບໍລິການເປັນທາງການວັນທີ 19 ກຸມພາ 2022 ຢູ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເພື່ອເປັນທາງເລືອກໃໝ່ໃຫ້ບັນດາລູກຄ້າ ຕອບສະໜອງຄວາມຕ້ອງການໃນການຮັບປະທານອາຫານ ແລະ ເຄື່ອງດື່ມທີ່ເປັນເອກະລັກສະເພາະ ພ້ອມທັງສາມາດຕອບສະໜອງ Life Style ຂອງຄົນຍຸກໃໝ່ ນອກນີ້ ຍັງເປັນບ່ອນພົບປະ ແລກປ່ຽນວຽກງານ ແລະ ອື່ນໆ ຢ່າງສະສະບາຍ.     

    ທ່ານ ແສງລາຕີ ສະຫວັນຄໍາ ປະທານກຸ່ມບໍລິສັດ ສະຫວັນຄໍາ ເຈົ້າຂອງກິດຈະການຮ້ານອາຫານ SONA FOOD HOUSE ກ່າວວ່າ: ກຸ່ມບໍລິສັດ ສະຫວັນຄໍາ ເຮັດທຸລະກິດຫຼາຍຢ່າງ ເປັນຕົ້ນເຂື່ອນໄຟຟ້າ ສະຖານີໄຟຟ້າ ໂຮງງານຜະລິດນໍ້າປະປາ ໂຮງງານຄອນກຣີດ ໂຮງງານນໍ້າດື່ມ SONA ແລະ ອື່ນໆ ພວກເຮົາໄດ້ເພີ່ມກິດຈະການຂຶ້ນຕື່ມອິກປະເພດໜຶ່ງ ໂດຍຕັດສິນໃຈສໍາປະທານສະຖານທີ່ໂຮງໝໍ ກະເສມຣາດ ອິນເຕີເນຊັນແນລ ວຽງຈັນ ເພື່ອສ້າງເປັນສູນອາຫານ ແລະ ເຄື່ອງດື່ມຄົບວົງຈອນ ເຊິ່ງໄດ້ໂຮມຮ້ານອາຫານ ເຊັ່ນ: ຮ້ານເຄື່ອງດື່ມກາເຟ ZAZA Coffee ຮ້ານຣົດດີເດັດ ຮ້ານຮ່ອງເຕ້ ຮ້ານແຊບອີ່ຫຼີ MOMIZU HOUSE ຮ້ານ Attitude MOM ແລະ ອື່ນໆ ມາຮວມກັນຢູ່ບ່ອນດຽວແລ້ວ ຍັງຕອບສະໜອງ Life Style ຂອງຄົນຍຸກໃໝ່ ທັງເປັນບ່ອນພົບປະ ແລກປ່ຽນວຽກງານ ແລະ ອື່ນໆອີກ ເຊິ່ງຕົນເຊື່ອວ່າສູນອາຫານແຫ່ງນີ້ຈະນໍາເອົາສິ່ງດີໆມາໄວ້ບໍລິການທຸກຄົນດ້ວຍຄວາມປະທັບໃຈ.

..# ຂ່າວ & ພາບ : ສະບາໄພ

error: Content is protected !!