ແຫຼ່ງທ່ອງທ່ຽວຕາດເຍືອງ ໄດ້ຮັບລາງວັນທຸລະກິດ SME ດີເດັ່ນ ຂະແໜງນະວັດຕະກໍາດີເດັ່ນ

   ຕາດເຍືອງ ເປັນສະຖານທີ່ທ່ອງທ່ຽວນໍ້າຕົກຕາດທີ່ສວຍງາມ ແລະ ມີຄວາມໂດດເດັ່ນທາງທໍາມະຊາດ ຕັ້ງຢູ່ບ້ານຫຼັກ 40 ເມືອງປາກຊ່ອງ ແຂວງຈໍາປາສັກ ເຊິ່ງປັດຈຸບັນໄດ້ມີຫົວໜ່ວຍທຸລະກິດເຂົ້າໄປພັດທະນາແບບໃຫ້ປະຊາຊົນມີສ່ວນຮ່ວມ ເພື່ອໃຫ້ສະຖານທີ່ທ່ອງທ່ຽວແຫ່ງມີສິ່ງອໍານວຍຄວາມສະດວກຕ່າງໆໃຫ້ແກ່ນັກທ່ອງທ່ຽວ ພ້ອມນັ້ນ ຍັງສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນທີ່ດໍາລົງຊີວິດໃກ້ສະຖານທີ່ດັ່ງກ່າວຕື່ມອີກ ຈາກຜົນງານທີ່ໄດ້ປະຕິບັດມາຢ່າງຕໍ່ເນື່ອງ ເຮັດໃຫ້ສະຖານທີ່ດັ່ງກ່າວໄດ້ຮັບລາງວັນທຸລະກິດດີອາຊຽນເດັ່ນຂອງ ສປປ ລາວ ປະຈໍາປີ 2021 ໃນລາງວັນປະເພດທຸລະກິດ SME ດີເດັ່ນ ຂະແໜງນະວັດຕະກໍາດີເດັ່ນ ເຊິ່ງໄດ້ມີພິທີມອບຮັບຢ່າງເປັນທາງການໃນຕົ້ນເດືອນກຸມພາ ຜ່ານມາ.

    ທ່ານ ນາງ ສອນທິດາ ອຸນນາພົມ ຜູ້ບໍລິຫານບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໃຫ້ສໍາພາກວ່າ: ລາງວັນປະເພດທຸລະກິດ SME ດີເດັ່ນ ຂະແໜງນະວັດຕະກໍາດີເດັ່ນ ເປັນລາງວັນທີ 2 ທີ່ໄດ້ຮັບໃນປີ 2022 ເນື່ອງຈາກວ່າໃນເດືອນມັງກອນຜ່ານມາ ຕົນໄດ້ໄປຮັບລາງວັນການທ່ອງທ່ຽວຍືນຍົງອາຊຽນ ທີ່ປະເທດກໍາປູເຈຍ ເຊິ່ງລາງວັນທີ່ໄດ້ຮັບຄັ້ງນີ້ ຕົນມີຄວາມພາກພູມໃຈ ເປັນລາງວັນໃຫ້ກໍາລັງໃຈຕໍ່ຜູ້ພັດທະນາ ກໍຄືພໍ່ແມ່ປະຊາຊົນທຸກຄົນໄດ້ພ້ອມກັນມີສ່ວນຮ່ວມໃນການພັດທະນາແຫຼ່ງທ່ອງທ່ຽວຕາດເຍືອງໃຫ້ມີຄວາມສວຍງາມ ແລະ ໂດດເດັ່ນ ສະເພາະໃນໄລຍະການແຜ່ລະບາດພະຍາດໂຄວິດ-19 ຕັ້ງແຕ່ຮອບທີ 1 ຈົນມາເຖິງປັດຈຸບັນ ພວກເຮົາກໍຍັງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນໄດ້ທໍາການຜະລິດ ຮັກສາສະເຖຍລະພາບພະນັກງານໃນສະຖານທີ່ແຫ່ງນີ້ຮັບປະກັນໃຫ້ເຂົາເຈົ້າມີວຽກເຮັດງານທໍາ ແລະ ມີລາຍໄດ້ທີ່ໝັ້ນຄົງຈາກການຜະລິດກະສິກໍາປະເພດພືດຜັກ ໄປຄຽງຄູ່ກັບການປູກກາເຟເປັນສິນຄ້າ ດັ່ງນັ້ນ ໃນນາມສ່ວນຕົວ ຕາງໜ້າໃຫ້ພໍ່ແມ່ປະຊາຊົນສະແດງຄວາມຂອບໃຈມາຍັງລັດຖະບານ ກໍຄືພາກສ່ວນກ່ຽວຂ້ອງ ແລະ ຄະນະກໍາມະການທີ່ໄດ້ຄັດເລືອກໃຫ້ແຫຼ່ງທ່ອງທ່ຽວພັດທະນາຕາດເຍືອງລາງວັນປະເພດທຸລະກິດ SME ດີເດັ່ນ ຂະແໜງນະວັດຕະກໍາດີເດັ່ນ ຫວັງວ່າລາງວັນດັ່ງກ່າວນີ້ ຈະເປັນແຮງກະຕຸກຊຸກຍູ້ໃຫ້ທຸກໆແຫຼ່ງທ່ອງທ່ຽວ ມີຄວາມກະຕືລືລົ້ນ ແລະ ກະກຽມຄວາມພ້ອມໃຫ້ບໍລິການຕ້ອນຮັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ອງທ່ຽວໃນຂົງເຂດສີຂຽວ ເພື່ອຟື້ນຟູເສດຖະກິດຂອງລາວໃຫ້ມີຄວາມຟົດຟື້ນຕື່ມອີກ.

..# ຂ່າວ & ພາບ : ຂັນທະວີ

error: Content is protected !!