ພົບປະຊາຊົນ 8 ແຂວງພາກເໜືອ ລັກລອບປູກຝິ່ນເນື້ອທີ່ຫຼາຍກວ່າ 900 ເຮັກຕາ

    ຫ້ອງກວດກາ ແລະ ຄວບຄຸມຢາເສບຕິດ (315) ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ກວດພົບການລັກລອບປູກຝິ່ນຂອງປະຊາຊົນ 8 ແຂວງພາກເໜືອ ໃນປີ 2021 ມີ 156 ຈຸດ ພົບເຫັນສວນຝິ່ນຈຳນວນ 1.278 ຕອນ ທັງໝົດຖືກເຈົ້າໜ້າທີ່ທຳລາຍຖີ້ມ.

    ພັທ ວົງໄຊ ພັນທະວົງ ຮອງຫົວໜ້າຫ້ອງການ 315 ຜ່ານບົດສະຫຼຸບໃນກອງປະຊຸມສະຫຼຸບວຽກງານປະຈຳປີ 2021 ຄັ້ງວັນທີ 18 ກຸມພາ 2022 ວ່າ: ໃນປີຜ່ານມາ ຫ້ອງການ 315 ໄດ້ສົມທົບກັບພະແນກ ໄດ້ນຳເອົາລະບຽບກົດໝາຍລົງເຜີຍແຜ່ໃຫ້ພໍ່-ແມ່ປະຊາຊົນຢ່າງຕໍ່ເນື່ອງ ເພື່ອໃຫ້ຢຸດເຊົາການລັກລອບປູກຝິ່ນ-ກັນຊາ ແຕ່ກໍຍັງພົບເຫັນພໍ່-ແມ່ປະຊາຊົນຈຳນວນໜຶ່ງມີການລັກລອບປູກ ໂດຍສະເພາະ ໄດ້ລົງສຳຫຼວດເນື້ອທີ່ການລັກລອບປູກຝິ່ນຢູ່ 8 ແຂວງພາກເໜືອ 156 ຈຸດ ພົບເຫັນສວນຝິ່ນ 1.278 ຕອນ ມີເນື້ອທີ່ 901 ເຮັກຕາ ລົງທຳລາຍສວນຝິ່ນ 569 ເຮັກຕາ ທຳລາຍສວນກັນຊາ ຈຳນວນ 4,2 ເຮັກຕາ ພ້ອມທັງເຮັດບົດບັນທຶກຢຸດເຊົາການປູກຝິ່ນຈຳນວນ 12.856 ຄອບຄົວ.

..# ຂ່າວ & ພາບ : ເພັດສະໝອນ

error: Content is protected !!