ປັດຈຸບັນ ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ ມີທ່າອ່ຽງຫຼຸດລົງ

    ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານໃຫ້ຊາບກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 21 ກຸມພາ 2022 ເຊິ່ງວັນທີ 20 ກຸມພາ 2022 ໄດ້ກວດວິເຄາະທັງໝົດ 1.925 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 218 ຄົນ (ຕິດເຊື້ອພາຍໃນ 204 ຄົນ ແລະ ນໍາເຂົ້າ 14 ຄົນ) ເຊິ່ງຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 204 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີ: 

  • ໄຊຍະບູລີ 78 ຄົນ 
  • ຊຽງຂວາງ 29 ຄົນ 
  • ນະຄອນຫຼວງ 24 ຄົນ 
  • ອັດຕະປື 21 ຄົນ 
  • ບໍລິຄຳໄຊ 12 ຄົນ 
  • ສະຫວັນນະເຂດ ແລະ ຫົວພັນ ແຂວງລະ 10 ຄົນ 
  • ສາລະວັນ 6 ຄົນ 
  • ຄຳມ່ວນ 5 ຄົນ ຈຳປາສັກ 
  • ເຊກອງ ແຂວງລະ 4 ຄົນ 
  • ວຽງຈັນ 3 ຄົນ 
  • ໄຊສົມບູນ 2 ຄົນ 
  • ຫຼວງພະບາງ ຫຼວງນໍ້າທ່າ ອຸດົມໄຊ ຜົ້ງສາລີ ແຂວງລະ 1 ຄົນ. 

    ສໍາລັບການຕິດເຊື້ອນໍາເຂົ້າ ມີ 14 ຄົນ ຈາກ ຈຳປາສັກ 4 ຄົນ ນະຄອນຫຼວງ ສະຫວັນນະເຂດ ແຂວງລະ 3 ຄົນ ບໍລິຄຳໄຊ 2 ຄົນ ອັດຕະປຶ 1 ຄົນ ແລະ ຄຳມ່ວນ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ ປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 141.301 ຄົນ ອອກໂຮງໝໍ 38 ຄົນ ກຳລັງປິ່ນປົວ 2,873 ຄົນ ແລະ ເສຍຊີວິດທັງໝົດ 612 ຄົນ (ເສຍຊິວິດໃໝ່ 2 ຄົນ) ສຳລັບຜູ້ເສຍຊີວິດໃໝ່ 2 ຄົນ ແມ່ນຈາກ ນະຄອນຫຼວງ 1 ຄົນ ແລະ ຊຽງຂວາງ 1 ຄົນ. 

    ໃນໂອກາດດັ່ງກ່າວທ່ານ ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາລະ ນະສຸກ ລາຍງານໃຫ້ບັນດາທ່ານຮັບຊາບ ກ່ຽວກັບ ຢາປິ່ນປົວພະຍາດໂຄວິດ ແລະ ການນຳໃຊ້ຊຸດເຄື່ອງກວດແບບໄວຕື່ມອີກ.

..# ຂ່າວ & ພາບ :  ວຽງມາ

error: Content is protected !!