ມູນຄ່າການນໍາເຂົ້າ-ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນມັງກອນ 2022 ບັນລຸໄດ້ປະມານ 1.156 ລ້ານໂດລາ ໃນນັ້ນ ມູນຄ່າການສົ່ງອອກມີປະມານ 598 ລ້ານໂດລາ ມູນຄ່າການນໍາເຂົ້າມີປະມານ 557 ລ້ານໂດລາ ແລະ ເກີນດຸນການຄ້າປະມານ 41 ລ້ານໂດລາ (ໃນນີີ້ຍັງບໍ່ລວມການສົ່ງອອກໄຟຟ້າ).

ອີງຕາມຂໍ້ມູນຈາກສູນຂໍ້ມູນຂ່າວສານດ້ານການຄ້າຂອງ ສປປ ລາວ ໃຫ້ຮູ້ວ່າ: ສີນຄ້າສົ່ງອອກຫຼັກປະກອບມີ: ຄຳປະສົມ ຄຳແທ່ງ ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ແຮ່ ທອງ ເຍື່ອໄມ້ ແລະ ເສດເຈ້ຍ ຢາງພາລາ ມັນຕົ້ນ ໝາກກ້ວຍ ເຄື່ອງນຸ່ງຫົ່ມ ແກ້ວ ແລະ ເຄື່ອງທີ່ເຮັດດ້ວຍແກ້ວ ແລະ ແປ້ງມັນຕົ້ນ.

ໝວດສິນຄ້ານໍາເຂົ້າຫຼັກ ປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ ລົດໄຖ) ນ້ຳມັນກາຊວນ ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ ແວ່ນ ໂສ້…) ສາຍໄຟຟ້າ ເຄເບີລ ເຄື່ອງໃຊ້ທີ່ເຮັດດ້ວຍປລາສຕິກ ນ້ຳມັນແອັດຊັງ ແອັດຊັງພິເສດ ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ ຜະລິດຕະພັນທາງເຄມີ ແລະ ຜະລິດຕະພັນການຢາ (ເພສັດຊະກໍາ).
ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ປະກອບມີ: ຈີນ ມູນຄ່າ 217 ລ້ານໂດລາ ຫວຽດນາມ 110 ລ້ານໂດລາ ໄທ 141 ລ້ານໂດລາ ອົດສະຕຣາລີ 42 ລ້ານໂດລາ ແລະ ຍີ່ປຸ່ນ 12 ລ້ານໂດລາ ແລະ ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກປະກອບມີ: ໄທ ມູນຄ່າ 254 ລ້ານໂດລາ ຈີນ 108 ລ້ານໂດລາຫວຽດນາມ 27 ລ້ານໂດລາ ສະວິດ 59 ລ້ານໂດລາ ແລະ ສ ອາເມຣິກາ 41 ລ້ານໂດລາ.
..# ຂ່າວ & ພາບ : ເພັດສະໝອນ