ສາທາ ຈະປັບປຸງການບໍລິການສຸຂະພາບຢູ່ຂັ້ນທ້ອງຖິ່ນຮາກຖານໃຫ້ດີຂຶ້ນກວ່າເກົ່າ

    ກອງປະຊຸມສະຫຼຸບວຽກງານຈັດຕັ້ງ-ພະນັກງານຂອງຂະແໜງສາທາລະນະສຸກ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີ (2021-2025) ຈັດຂຶ້ນວັນທີ 18-19 ກຸມພາ 2022 ທີ່ໂຮງແຮມດອນຈັນ ພາເລດ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ດຣ.ບຸນແຝງ ພູມມະໄລສິດ ເລຂາຄະນະພັກ ລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານ ດຣ.ຄຳປະສົງ ເທບປັນຍາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງ ຕາງໜ້າຈາກພະແນກສາທະລະນະສຸກແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

    ທ່ານ ດຣ.ຄຳປະສົງ ເທບປັນຍາ ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຈັດຕັ້ງ ກໍ່ສ້າງພັກ -ພະນັກງານ ໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີ (2021-2025) ເຊິ່ງທ່ານໄດ້ກ່າວບາງຕອນວ່າ: ໄລຍະ 5 ປີ ຜ່ານມາ ບັນດາໜ່ວຍພັກໄດ້ເອົາໃຈໃສ່ປັບປຸງ ແລະ ຍົກສູງຄຸນນະພາບ ການດຳເນີນຊີວິດການເມືອງພາຍໃນພັກ ປະຕິບັດລະບອບລາຍງານສ່ອງແສງປະຈໍາເດືອນຢ່າງເປັນປົກກະຕິ ສໍາເລັດດຳເນີນຊີວິດການເມືອງ ແລະ ກອງປະຊຸມໃຫຍ່ 72 ຮາກຖານພັກ (5 ຄະນະພັກຮາກຖານ ແລະ 67 ໜ່ວຍພັກ) ໄດ້ເອົາໃຈໃສ່ວຽກງານປັບປຸງ ແລະ ຂະຫຍາຍພັກຢ່າງເປັນລະບົບຕໍ່ເນື່ອງ ແຕ່ປີ 2016-2020 ໄດ້ສ້າງມະຫາຊົນກ້າວໜ້າ ຮຽນສະໜັບສະໜູນ 596 ສະຫາຍ ຮອດປີ 2020 ອົງຄະນະພັກກະຊວງມີສະມາຊິກພັກທັງໝົດ 1.393 ສະຫາຍ ຍິງ 719 ສະຫາຍ.

    ໃນໄລຍະ 5 ປີຜ່ານມາ ພະນັກງານ-ລັດຖະກອນຂະແໜງສາທາລະນະສຸກເພີ່ມຂື້ນ ປັດຈຸບັນມີທັງໝົດ 20.351 ຄົນ (ເພີ່ມຂື້ນຈາກປີ 2015 ຈໍານວນ 303 ຄົນ) ຍິງ 13.328 ຄົນ ໃນນັ້ນ ຢູ່ຂັ້ນສູນກາງ 3.721 ຄົນ (ຫຼຸດລົງຈາກປີ 2015 ຈໍານວນ 214 ຄົນ) ຢູ່ຂັ້ນແຂວງ 4.945 ຄົນ (ເພີ່ມຂຶ້ນຈາກປີ 2015 ຈໍານວນ 524 ຄົນ) ຢູ່ຂັ້ນເມືອງ 7.235 ຄົນ (ຫຼຸດລົງ 93 ຄົນ ທຽບໃສ່ປີ 2015) ໂຮງໝໍນ້ອຍ 4.319 ຄົນ (ທຽບໃສ່ປີ 2015 ເພີ່ມຂື້ນ 64 ຄົນ) ແລະ ຂັ້ນບ້ານ 131 ຄົນ (ທຽບໃສປີ 2015 ເພີ່ມຂຶ້ນ 22 ຄົນ) ການບັນຈຸ ແລະ ຊັບຊ້ອນລັດຖະກອນໃໝ່ ແມ່ນສຸມໃສ່ທ້ອງຖີ່ນ ໄລຍະແຕ່ປີ 2016-2020 ໄດ້ທັງໝົດຈໍານວນ 2.050 ຕໍາແໜ່ງ ເຊິ່ງບັນຈຸໃສ່ຂັ້ນສູນກາງ 547 ຄົນ ຂັ້ນແຂວງ 272 ຄົນ ຂັ້ນເມືອງ 345 ຄົນ ແລະ ໂຮງໝໍນ້ອຍ 886 ຄົນ ໃນນີ້ ແມ່ນໃຫ້ບູລິມະສິດຂັ້ນໂຮງໝໍນ້ອຍ ທີ່ມີພະນັກງານບໍ່ຮອດ 3 ຄົນ ບໍ່ມີແພດປິ່ນປົວ ແລະ ຜະດຸງຄັນ ເພື່ອແນໃສ່ປັບປຸງການບໍລິການສຸຂະພາບຢູ່ຂັ້ນທ້ອງຖິ່ນຮາກຖານ ໃຫ້ດີຂຶ້ນກວ່າເກົ່າ ໄລຍະ 5 ປີ ຜ່ານມາ ໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ນຳສະເໜີແຕ່ງຕັ້ງພະນັກງານຮັບຕຳແໜ່ງບໍລິຫານປະເພດຕ່າງໆ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຈໍານວນ 892 ຕໍາແໜ່ງ.

# ຂ່າວ-ພາບ : ຊິລິການດາ

error: Content is protected !!