ລົດໄຟລາວ-ຈີນຈະເພີ່ມຖ້ຽວ ແລະ ຈຸດບໍລິການຂາຍປີ້ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ

    ພາຍຫຼັງເສັ້ນທາງລົດໄຟລາວ-ຈີນຊ່ວງບໍ່ເຕັນຫາ ນະຄອນຫຼວງວຽງຈັນ (ນວ) ເປີດໃຫ້ບໍລິການແຕ່ຕົ້ນເດືອນທັນວາຜ່ານມາ ຫາ ວັນທີ 13 ເດືອນກຸມພາ 2022 ຂະບວນລົດໄຟຂົນສົ່ງໂດຍສານໄດ້ແລ່ນລົດທັງໝົດ 128 ຄູ່  ປະລິມານການຂົນສົ່ງຜູ້ໂດຍສານແມ່ນ 124.225 ຄົນ ສະເລ່ຍຈໍານວນການຂົນສົ່ງຜູ້ໂດຍສານ 1.725 ຄົນຕໍ່ມື້ ການຂົນສົ່ງຜູ້ໂດຍສານສູງສຸດຕໍ່ມື້ປະມານ 2.804 ຄົນ ສ່ວນຂະບວນລົດໄຟຂົນສົ່ງສິນຄ້າໄດ້ແລ່ນລົດທັງໝົດ 145 ຄູ່ຫຼື 290 ຖ້ຽວ ປະລິມານສິນຄ້າສະສົມ 157.568 ໂຕນ ສະເລ່ຍຈໍານວນທີ່ຂົນສົ່ງສິນຄ້າຕໍ່ມື້ແມ່ນ 2.188 ໂຕນ ການຂົນສົ່ງສິນຄ້າສູງສຸດຕໍ່ມື້ 6.748 ໂຕນ ສະຖານີຊາຍແດນສົ່ງອອກ 144 ຂະບວນ 3.964 ລົດຫາງພ່ວງ ຂາເຂົ້າ 143 ຂະບວນ 4.060 ລົດຫາງພ່ວງ. 

   ທ່ານ ວົງທອງ ສຸພັນທອງ ຮອງວິສະວະກອນເອກ ປະຈຳບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໃຫ້ສຳພາດ ວັນທີ 18 ກຸມພາ 2022 ທີ່ສະຖານີລົດໄຟ ນວ ໃຫ້ຮູ້ວ່າ ທາງລົດໄຟລາວ-ຈີນຊ່ວງບໍ່ເຕັນຫາ ນວ ມີສະຖານີຂົນສົ່ງໂດຍສານທັງໝົດ 10 ສະຖານີ ສະຖານີທີ່ໄດ້ເປີດໃຫ້ມີການຂົນສົ່ງໂດຍສານແລ້ວມີ 7 ສະຖານີຄື ສະຖານີ ນວ ໂພນໂຮງ ວັງວຽງ ຫຼວງພະບາງ ເມືອງໄຊ ນາເຕີຍ ບໍ່ເຕັນ ສະຖານີທີ່ມີການຂົນສົ່ງສິນຄ້າແມ່ນມີ 7 ສະຖານີຄືສະຖານີວຽງຈັນໃຕ້ ໂພນໂຮງ ວັງວຽງ ກາສີ ຫຼວງພະບາງ ເມືອງໄຊ ນາເຕີຍ ແລະ ສະຖານີບໍ່ເຕັນແມ່ນດ່ານຊາຍແດນ ສະຖານີທີ່ໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າແລ້ວແມ່ນມີ 3 ສະຖານີຄື ວຽງຈັນໃຕ້ ວັງວຽງ ແລະ ນາເຕີຍ ປັດຈຸບັນໄດ້ດໍາເນີນກິດຈະການຂົນສົ່ງຕູ້ຄອນເທນເນີ (ແຜນການສະຖານີຂົນສົ່ງສິນຄ້າຫຼວງພະບາງຈະເປີດບໍລິການໃນວັນທີ 22 ກຸມພານີ້) ປັດຈຸບັນການເດີນລົດຂົນສົ່ງຜູ້ໂດຍສານຂອງທາງລົດໄຟແມ່ນມີ 4 ຂະບວນຕໍ່ວັນ. 

   ຕະຫຼອດໄລຍະເວລາທີ່ເປີດໃຫ້ການບໍລິການຜ່ານມາໄດ້ຫາງສຽງຈາກຜູ້ໃຊ້ບໍລິການກໍຄືສັງຄົມເປັນຈຳນວນຫຼວງຫຼາຍໃນການບໍລິການຂົນສົ່ງຜູ້ໂດຍສານເປັນຕົ້ນແມ່ນ ການບໍລິການຂາຍປີ້ບງຄັ້ງຍັງຊັກຊ້າ ມີການຈ່າຍເງິນເພີ່ມເພື່ອລັດຄິວໃຫ້ໄດ້ປີ້ໄວ ແລະ ອື່ນໆ ຕໍ່ກັບບັນຫາດັ່ງກ່າວທາງບໍລິສັດລົດໄຟລາວ-ຈີນໄດ້ສົມທົບຂະແໜງການກ່ຽວຂ້ອງເພື່ອຕິດຕາມກວດກາ ຕ້ານ ແລະ ສະກັດກັ້ນບັນຫາດັ່ງກ່າວບໍໃຫ້ເກີດຂຶ້ນ ຖ້າຫາກພົບຜູ້ກະທຳຜິດຕ້ອງໄດ້ປະຕິບັດລະບຽບວິໄນຢ່າງເຂັ້ມງວດ ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານໃນການຊື້ປີ້ລົດໄຟ ແລະ ການບໍລິການຜູ້ໂດຍສານໃຫ້ພຽງພໍ ສະນັ້ນຈຶ່ງຈະເປີດບໍລິການຂາຍປີລົດໄຟຢູ່ສູນການຄ້າວຽງຈັນເຊັນເຕີຄາດວ່າຈະເປີດໃຫ້ບໍລິການໄວໆນີ້  ພ້ອມກັນນັ້ນກໍຈະເພີ່ມຂະບວນລົດໃຫ້ສາມາດບັນຈຸຜູ້ໂດຍສານຫຼາຍຂຶ້ນຈາກ 700 ຄົນ ໃຫ້ເປັນ 1.400 ຄົນ ຕໍ່ຖ້ຽວ ໂດຍສະເພາະວັນພັກລັດຖະການ ແລະ ວັນສຳຄັນຕ່າງໆເນື່ອງຈາກວ່າຈະມີຜູ້ໂດຍສານມີຈຳນວນຫຼາຍ ໃນເດືອນໜ້ານີ້ຈະມີຂະບວນລົດໄຟຂົນສົ່ງຄວາມໄວທຳມະດາ ສາມາດຂົນສົ່ງຜູ້ໂດຍສານໄດ້ 1.000 ກວ່າຄົນ  ນອກຈາກນີ້ບໍລິສັດລົດໄຟລາວ-ຈີນ ກຳລັງຄົ້ນຄ້ວາລະບົບຊື້ປີ້ຜ່ານລະບົບອອນລາຍຄາດວ່າຈະໄດ້ນຳໃຊ້ກາງປີນີ້ ພ້ອມດຽວກັນນີ້ກໍຈະໄດ້ສ້າງສິ່ງອຳນວຍຄວາມສະວດກຕ່າງໆເປັນຕົ້ນ ຕູ້ເອທີເອັມໃນສະຖານີ ຫ້ອງນໍ້າ ສະຖານທີ່ນັ່ງເພື່ອລໍຖ້າຊື້ປີ້ ຮ້ານອາຫານຕ່າງໆໃຫ້ແກ່ຜູ້ມາໃຊ້ບໍລິການ.

error: Content is protected !!