ກຸ່ມເປົ້າໝາຍເດັກ 6 ປີ ຂຶ້ນໄປ ຈະໄດ້ຮັບວັກຊີນກັນພະຍາດໂຄວິດ-19

    ເລີ່ມເດືອນມີນານີ້ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການໃນວັນທີ 18 ກຸມພາ 2022 ກ່ຽວກັບການຈັດຕັ້ງປະຕິບັດວັນສັກວັກຊິນແຫ່ງຊາດ (ວສຊ) ເພື່ອກັນພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດ ເພື່ອເປັນການຍົກລະດັບອັດຕາພູມຄຸ້ມກັນປະຊາຊົນບັນດາເຜົ່າໃຫ້ສູງຂຶ້ນ ແລະ ຮັບມືກັບສາຍພັນໂອໄມຄຣອນ ເຊິ່ງກຸ່ມເປົ້າໝາຍທີ່ຈະເຂົ້າຮັບວັກຊິນກັນພະຍາດໂຄວິດ-19 ໃນຂະບວນການ ວສຊ ຄັ້ງນີ້ ແມ່ນເລີ່ມແຕ່ອາຍຸ 6 ປີຂຶ້ນໄປ ລວມທັງຜູ້ທີ່ຍັງບໍ່ທັນໄດ້ຮັບວັກຊິນເຂັມທີ 1 ເຂັມທີ 2 ແລະ ເຂັມກະຕຸ້ນ ໃນໄລຍະຜ່ານມາ.

    ສຳລັບການຈັດຕັ້ງປະຕິບັດວັນສັກວັກຊິນແຫ່ງຊາດ ເພື່ອກັນພະຍາດໂຄວິດ-19 ຢູ່ແຂວງຫົວພັນ ຊຽງຂວາງ ອຸດົມໄຊ ສະຫວັນນະເຂດ ແລະ ແຂວງໄຊສົມບູນ ແມ່ນເລີ່ມປະຕິບັດແຕ່ວັນທີ 21 ກຸມພາ ຫາ 4 ມີນາ 2022 ສ່ວນນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆ ແມ່ນຈັດຕັ້ງປະຕິບັດໃນວັນທີ 4-9 ມີນາ 2022 ຫຼື ຖ້າແຂວງໃດມີຄວາມພ້ອມ ກໍສາມາດເລີ່ມປະຕິບັດໃນວັນທີ 21 ກຸມພາ 2022.

    ພາຍຫຼັງສຳເລັດ ວສຊ ຄັ້ງນີ້ແລ້ວ ໃຫ້ສືບຕໍ່ຄົ້ນຄວ້າພິຈາລະນາສັກໃຫ້ເດັກນ້ອຍກຸ່ມອາຍຸ 3-5 ປີ ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ສົມທົບກັບພາກສ່ວນກ່ຽວຂ້ອງເກັບກຳ ແລະ ສັງລວມກຸ່ມເປົ້າໝາຍນັກຮຽນອາຍຸ 6-11 ປີ ແລະ ນັກຮຽນອາຍຸ 12 ປີຂຶ້ນໄປ ທີ່ຍັງບໍ່ທັນໄດ້ຮັບວັກຊີນຜ່ານມາ ຢູ່ໃນສະຖານການສຶກສາທຸກຂັ້ນ ທັງພາກລັດ ແລະ ເອກະຊົນ ໃຫ້ສຳເລັດກ່ອນວັນຈັດຕັ້ງປະຕິບັດ ວສຊ ເພື່ອໃຫ້ຮູ້ຈຳນວນທີ່ຊັດເຈນ ທີ່ຈະໄດ້ຮັບວັກຊີນໃນຂະບວນການຄັ້ງນີ້ ມອບໃຫ້ບັນດາກະຊວງ ກົມກອງ ສຳນັກງານອົງການ ໂຮງຈັກ-ໂຮງງານ ທັງພາກລັດ ແລະ ເອກະຊົນ ແລະ ອົງການປົກຄອງທ້ອງຖິ່ນ ຕ້ອງໄດ້ກວດກາຄືນພະນັກງານ ແລະ ປະຊາຊົນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ທີ່ຍັງບໍ່ທັນໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຄົບຕາມຄຳແນະນຳ ແມ່ນໃຫ້ເຂົ້າມາຮັບວັກຊີນໃນໄລຍະ ວສຊ ຄັ້ງນີ້ ໃຫ້ຄົບໝົດທຸກຄົນ..

# ຂ່າວ-ພາບ : ເພັດສະໝອນ

error: Content is protected !!