ປີ 2021 ຈຳປາສັກສົ່ງອອກກາເຟ-ຊາ ໄດ້ 70 ລ້ານໂດລາ ສົ່ງອອກ 20 ປະເທດ

    ເມືອງປາກຊ່ອງ ແຂວງຈຳປາສັກ ຜືນແຜ່ນດິນຄໍາ ແລະ ດິນພູໄຟ ສົມຄໍາຊ່າລື ຈາກສວນ-ສູ່ຈອກຂອງຜູ້ຊົມໃຊ້ ກາເຟ-ຊາ ແມ່ນສິນຄ້າຍຸດທະສາດຂອງແຂວງຈຳປາສັກ ສ້າງລາຍຮັບທີ່ໝັ້ນທ່ຽງໃຫ້ແກ່ປະຊາຊົນຊາວສວນ ແລະ ລັດຖະບານ ເປັນສິນຄ້າສົ່ງອອກ ສໍາລັບປີ 2021 ແຂວງຈໍາປາສັກສົ່ງອອກສິນຄ້າ ມູນຄ່າ 300 ລ້ານໂດລາສະຫະລັດ ໃນນັ້ນ ກາເຟ-ຊາ ສົ່ງອອກມູນຄ່າ 70 ລ້ານໂດລາ ກວມ 23,33% ຂອງການສົ່ງອອກ ໄປໃນ 20 ປະເທດທົ່ວໂລກ.

    ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ກ່າວໃນພິທີເປີດບຸນມະໂຫລານ ກາເຟ-ຊາ ພູພຽງບໍລະເວນ ປີ 2022 ຈັດຂຶ້ນວັນທີ 17 ກຸມພາ ຜ່ານມາວ່າ: ການຈັດງານບຸນມະໂຫລານກາເຟ-ຊາ ພູພຽງບໍລະເວນ ປະຈຳປີ 2022 ນີ້ ເປັນການສົ່ງເສີມການຜະລິດຂອງຊາວສວນກາເຟ-ຊາ ແຂວງຈຳປາສັກ ແລະ ບັນດາແຂວງ ຜູ້ປະກອບການທຸລະກິດກາເຟ-ຊາຈາກທົ່ວປະເທດ ຮັບຮູ້ ແລະ ເຂົ້າໃຈເຖິງປະຫວັດຄວາມເປັນມາຂອງກາເຟ-ຊາ ພູພຽງບໍລະເວນ ຄວາມຫລາກຫລາຍດ້ານແນວພັນ ຊະນິດກາເຟ ວິຖີຊີວິດຊາວສວນເມືອງປາກຊ່ອງ ທີ່ຕິດພັນກັບການສ້າງຄຸນຄ່າໃນການຜະລິດກາເຟ-ຊາ ຄຸນນະພາບ ແລະ ສ້າງຄ່ານິຍົມໃນໝູ່ຄົນລຸ້ນໃໝ່ໃຫ້ມີວັດທະນະທໍາການດື່ມກາເຟ-ຊາ ພູພຽງບໍລະເວນ; ສ້າງຕ່ອງໂສ້ມູນຄ່າການຜະລິດ ການສົ່ງເສີມການຕະຫຼາດ ແລກປ່ຽນຊື້-ຂາຍ ຈັບຄູ່ທຸລະກິດ ແລະ ການສົ່ງອອກ ນັບແຕ່ຊາວສວນຜູ້ຜະລິດ ຜ່ານຂະບວນເຕັກນິກການຄັດເລືອກຄຸນນະພາບເມັດກາເຟ-ຊາ ການຂົ້ວ ການປຸງແຕ່ງໃນຫລາຍຂັ້ນຕອນ ຈົນຮອດສິລະປະການຊົງກາເຟທີ່ເປັນເອກະລັກ ຮັກສາລົດຊາດສະເພາະກາເຟ-ຊາ ພູພຽງບໍລະເວນ ເວົ້າລວມ ເວົ້າສະເພາະ ທີ່ເມືອງປາກຊ່ອງ ຜືນແຜ່ນດິນຄໍາ ແລະ ດິນພູໄຟ ສົມຄໍາຊ່າລື ຈາກສວນ-ສູ່ຈອກຂອງຜູ້ຊົມໃຊ້. ການເຟ-ຊາ ແມ່ນສິນຄ້າຍຸດທະສາດຂອງແຂວງຈຳປາສັກ ສ້າງລາຍຮັບທີ່ໝັ້ນທ່ຽງໃຫ້ແກ່ປະຊາຊົນ ຊາວສວນ ແລະລັດຖະບານ ເປັນສິນຄ້າສົ່ງອອກ ສໍາລັບປີ 2021 ແຂວງຈໍາປາສັກສົ່ງອອກສິນຄ້າ ມູນຄ່າ 300 ລ້ານໂດລາ ໃນນັ້ນ ກາເຟ-ຊາ ສົ່ງອອກມູນຄ່າ 70 ລ້ານໂດລາ ກວມ 23,33% ຂອງການສົ່ງອອກ ໄປໃນ 20 ປະເທດທົ່ວໂລກ. 

   ໃນງານຄັ້ງນີ້ ມີຫຼາຍກິດຈະກຳ ເປັນຕົ້ນ: ງານວາງສະແດງ ແລະ ຂາຍສິນຄ້າຜົນຜະລິດ ແລະຜະລິດຕະພັນກາເຟ ຊາ ພືດຜັກເມືອງໜາວ ແລະ ສິນຄ້າ ODOP ຈາກບັນດາເມືອງອ້ອມຂ້າງແຂວງ ຈໍາປາສັກ, ຊິມລົດຊາດການປຸງແຕ່ງກາເຟ-ຊາ ຂອງຮ້ານກາເຟ-ຊາຈາກບັນດາແຂວງໃນທົ່ວປະເທດ ການສໍາມະນາວິທະຍາສາດ ໃນຫົວຂໍ້ ສໍາຄັນກ່ຽວກັບຍຸດທະສາດການພັດທະນາກາເຟລາວ ກາລະໂອກາດການເຂົ້າເຖິງຕະຫລາດ ແລະ ສິ່ງທ້າທາຍການແຂ່ງຂັນໃນຕະຫລາດກາເຟສາກົນ ການປະກວດ ແລະ ແຂ່ງຂັນການຊົງ ແລະ ຊິມຄຸນນະພາບກາເຝ Barista ແລະ ທ່ຽວຊົມສວນກາເຟ ແລະ ແຫຼ່ງທ່ອງທ່ຽວທຳມະຊາດ ທີ່ເມືອງປາກຊ່ອງ. 

..# ຂ່າວ & ພາບ : ເພັດສະໝອນ

error: Content is protected !!