ສາທາ ວາງຄາດໝາຍສັກວັກຊີນປ້ອງກັນໂຄວິດ-19 ໃຫ້ໄດ້ຫຼາຍກວ່າ 87% ໃນປີ 2022

    ໃນປີ 2022 ກະຊວງສາທາລະນະສຸກ ຈະຕ້ອງໄດ້ສຸມໃສ່ບັນດາວຽກບູລິມະສິດອັນຈໍາເປັນພື້ນຖານ ເປັນຕົ້ນແມ່ນຂະຫຍາຍການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ໄດ້ຕາມແຜນ ຫຼື ລື່ນແຜນທີ່ວາງໄວ້ (ຄາດໝາຍປີ 2022 ແມ່ນ 87,25%) ຄຽງຄູ່ກັບການປະຕິບັດນະໂຍບາຍ ແລະ ມາດຕະການປ້ອງກັນພະຍາດຕາມລະດູການ.

    ທ່ານ ນາງ ຈັນຖະໜອມ ມະນີທິບ ຫົວໜ້າຫ້ອງການ ກະຊວງສາທາລະນະສຸກໄດ້ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ ກ່ຽວກັບວຽກບູລິມະສິດຂອງກະຊວງສາທາລະນະສຸກ ວ່າ: ໃນປີ 2022 ກະຊວງສາທາລະນະສຸກ ຈະຕ້ອງໄດ້ສຸມໃສ່ບັນດາວຽກບູລິມະສິດ ໂດຍສືບຕໍ່ປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19: 

    1) ເລັ່ງຊອກຄົ້ນຫາຜູ້ຕິດເຊື້ອຕາມສະຖານທີ່ຕ່າງໆໃຫ້ໄດ້ຫຼາຍ 

    2) ປັບປຸງສູນຈໍາກັດບໍລິເວນໃນພາກສະໜາມໃຫ້ມີຄວາມກຽມພ້ອມໃນການບໍລິການ ເຊັ່ນ: ຫ້ອງນໍ້າ ຕຽງນອນ ທີມແພດ ສຸມໃສ່ຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດເພື່ອກ້າວຜ່ານໂຄວິດ-19 ສູ່ການໃຊ້ຊີວິດປົກກະຕິແບບໃໝ່ ສຸມໃສ່ຊຸກຍູ້ຕົວຊີ້ບອກທີ່ບໍ່ບັນລຸຄາດໝາຍ ປີ 2021 ໂດຍສະເພາະ ຢູ່ເມືອງທີ່ຍັງບໍ່ບັນລຸຄາດໝາຍ (SBA&Penta3) ຊອກຫາສາເຫດ ແລະ ວິທີແກ້ໄຂຮ່ວມກັນ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນ: ບັນຫາຍ້ອນບໍ່ມີງົບປະມານ ພະນັກງານບໍ່ພຽງພໍ ຫຼື ມີຄວາມຫຍຸ້ງຍາກອື່ນໆ ພ້ອມທັງສຸມໃສ່ແກ້ໄຂບັນຫາສາຍເຫດການຕາຍຂອງແມ່ ແລະ ເດັກ ລວມທັງບັນຫາການຂາດສານອາຫານ ເຜີຍແຜ່ ແລະ ຈັດຕັ້ງປະຕິບັດຍຸດທະສາດປະຕິຮູບສາທາລະນະສຸກ 2021-2030 ເພື່ອເລັ່ງໃສ່ການພັດທະນາຂອງຂະແໜງສາທາລະນະສຸກໃຫ້ບັນລຸຄາດໝາຍທີ່ວາງໄວ້ ຮັບປະກັນການຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ນໍາໃຊ້ທຶນຂອງລັດ ແລະ ທຶນຊ່ວຍເຫຼືອຂອງແຕ່ລະແຜນງານໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້ ການຮ່ວມມືກັບພາກເອກະຊົນ ໃນການລົງທຶນ ແລະ ການບໍລິການ ສືບຕໍ່ກະກຽມເງື່ອນໄຂໃຫ້ສຳເລັດໃນການຈັດຕັ້ງປະຕິບັດທົດລອງຫັນໂຮງໝໍໃຫ້ກຸ້ມຕົນເອງເທື່ອລະກ້າວ ແລະ ເລັ່ງປັບປຸງກົນໄກ ການຄຸ້ມຄອງກອງທຶນປະກັນສຸຂະພາບແຫ່ງຊາດໃຫ້ມີຄວາມຄ່ອງຕົວ ສືບຕໍ່ປັບປຸງຕາໜ່າງການບໍລິການໃຫ້ມີຄຸນນະພາບ ລວມທັງຈັນຍາບັນຂອງພະນັກງານ ພ້ອມທັງການປະເມີນຕີລາຄາ 5 ດີ 1 ພໍໃຈ ພັດທະນາຕາໜ່າງບໍລິການໃຫ້ມີມາດຕະຖານສູງຂຶ້ນ ໂດຍບັນດາສະຖານທີ່ບໍລິການທີ່ກຳລັງກໍ່ສ້າງໃຫ້ສຳເລັດຕາມແຜນການ ສືບຕໍ່ປັບປຸງລະບົບຂໍ້ມູນຂ່າວສານສາທາລະນະສຸກ ຮັບປະກັນຄວາມຖືກຕ້ອງ ຄົບຖ້ວນ ແລະ ທັນເວລາ ພັດທະນາເພື່ອສາມາດລາຍງານ-ສະຫຼຸບຕີລາຄາ ຄວາມຄືບໜ້າຂອງຕົວຊີ້ບອກຕ່າງໆ ຂອງຂະແໜງການ ແລະ ສຸມໃສ່ສ້າງແຜນພັດທະນາພະນັກງານໃຫ້ສຳເລັດ ໃຫ້ໄປຕາມ: ແຜນກໍານົດ ການກໍ່ສ້າງ ການນຳໃຊ້ ແລະ ການປະຕິບັດນະໂຍບາຍ ສຸມໃສ່ຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ຂອງລັດ ຖະບານໃຫ້ເປັນຮູບປະທໍາ.

#  ຂ່າວ – ພາບ : ເພັດສະໝອນ

error: Content is protected !!