ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 18 ກຸມພາ 2022 ທີ່ກະຊວງສາທາລະນະສຸກ.

ໃນວັນທີ 17 ກຸມພາ 2022 ທົ່ວປະເທດໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 2.676 ຕົວຢ່າງ ໃນນັ້ນ ກວດພົບເຊື້ອພະຍາດໂຄວິດ-19 ຈຳນວນ 251 ຄົນ ເປັນການຕິດເຊື້ອພາຍໃນ 247 ຄົນ ແລະ ນໍາເຂົ້າ 4 ຄົນ ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ 247 ຄົນ ມີລາຍລະອຽດດັ່ງນີ້:
- ນະຄອນຫຼວງວຽງຈັນ 50 ຄົນ
- ແຂວງຫົວພັນ 33 ຄົນ
- ສະຫວັນນະເຂດ 24 ຄົນ
- ຊຽງຂວາງ 22 ຄົນ
- ສາລະວັນ 21 ຄົນ
- ຜົ້ງສາລີ 21 ຄົນ
- ອັດຕະປື 14 ຄົນ
- ວຽງຈັນ 13 ຄົນ
- ຄຳມ່ວນ 9 ຄົນ
- ຫຼວງພະບາງ 7 ຄົນ
- ໄຊຍະບູລີ 7 ຄົນ
- ບໍລິຄຳໄຊ 6 ຄົນ
- ບໍ່ແກ້ວ 5 ຄົນ
- ຈຳປາສັກ ເຊກອງ ຫຼວງນ້ຳທາ ແຂວງລະ 4 ຄົນ
- ແຂວງໄຊສົມບູນ 3 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ 4 ຄົນ ໃນນີ້ ຈາກແຂວງຈຳປາສັກ 3 ຄົນ ແລະ ແຂວງສະຫວັນນະເຂດ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ. ປັດຈຸບັນ ທົ່ວປະເທດມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 140.604 ຄົນ ອອກໂຮງໝໍໃນວັນທີ 17 ກຸມພາ 2022 ຈຳນວນ 46 ຄົນ ກຳລັງປິ່ນປົວ 3.176 ຄົນ ແລະ ເສຍຊີວິດທັງໝົດ 605 ຄົນ (ເສຍຊິວິດໃໝ່ 3 ຄົນ) ສຳລັບ ຜູ້ເສຍຊີວິດໃໝ່ 3 ຄົນ ຈາກແຂວງຫຼວງນ້ຳທາ 1 ຄົນ ບໍລິຄຳໄຊ 1 ຄົນ ແລະ ແຂວງຫົວພັນ 1 ຄົນ.
ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອພະຍາດໂຄວິດ-19 ໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ກໍລະນີຢັ້ງຢືນທັງໝົດ 419.890.900 ຄົນ (ໃໝ່ 1.919.043 ຄົນ) ເສຍຊິວິດທັງໝົດ 5.878.817 ຄົນ (ໃໝ່ 10.136 ຄົນ) ແລະ ປີ່ນປົວຫາຍດີ 343.549.292 ຄົນ (ໃໝ່ 2.190.419 ຄົນ).
# ຂ່າວ – ພາບ : ຊິລິການດາ