ທາງ​ລົດ​ໄຟ​ ລາວ-ຈີນ​ ມີ​ບົດ​ບາດ​​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ ສປປ ​ລາວ

    ບໍ​ລິ​ສັດ​ທາງ​ລົດ​ໄຟ ​ລາວ-ຈີນ​ ຈຳ​ກັດ ​​ອອກ​ແຈ້ງ​ການ​ໃຫ້ຮູ້ວ່າ: ນັບ​ແຕ່​ວັນ​ທີ 14 ກຸມ​ພາ 2022 ເປັນ​ຕົ້ນ​ໄປ ຈະໄດ້​ເພີ່ມ​ຖ້ຽວ​ລົດ​ໄຟ​ ໄປ-ກັບ​ ຈາກ​ນະ​ຄອນຫຼວງວຽງ​ຈັນ​-​ນະ​ຄອນຫຼວງ​ພະ​ບາງ​ ແຕ່ວັນ​ຈັນ​-ວັນ​ພະ​ຫັດ ໂດຍທຸກ​ວັນ​ຈະ​ມີ​ 2 ຖ້ຽວ​ ຄື: ຈາກ​ນະ​ຄອນຫຼວງວຽງ​ຈັນ-ບໍ່​ເຕັນ ​ແມ່ນ C81/82 ແລະ ນະ​ຄອນຫຼວງວຽງ​ຈັນ-ນະ​ຄອນຫຼວງ​ພະ​ບາງ C83/84 ເພື່ອ​ຕອ​ບ​ສະ​ໜອງ​​ຄວາມ​ຕ້ອງ​ການ​ໃນ​ການ​ເດີນ​ທາງ​ຂອງ​ຜູ້​ໂດຍ​ສານ ​ຂະ​ນະ​ດຽວ​ກັນ ບໍ​ລິ​ສັດ​ທາງ​ລົດ​ໄຟ ​ລາວ-ຈີນ​ ຈຳ​ກັດ​ ຍັງ​ຈະ​ເປີດ​ຖ້ຽວ​ລົດ​ໄຟ​ດ່ວນ ແລະ ​ຖ້ຽວລົດ​ໄຟ​ໂດຍ​ສາ​ນ​ທຳ​ມະ​ດາ ຕື່ມອີກ.

    ນັບ​ແຕ່​ໄດ້​ເປີດ​ນຳ​ໃຊ້ທາງ​ລົດ​ໄຟ​ ລາວ-ຈີນ ໄລຍະ 2 ​ເດືອນ​ກວ່າ​ເປັນ​ຕົ້ນ​ມາ ບໍ​ລິ​ສັດ​ທາງ​ລົດ​ໄຟ​ ລາວ-ຈີນ ​ຈຳ​ກັດ​ ໄດ້​ເພີ່ມ​ຖ້ຽວ​ລົດ​ໄຟຫຼາຍ​ຄັ້ງ ເພື່ອ​ຕອບ​ສະ​ໜອງ​​ຄວາມ​ຕ້ອງ​ການ​ຂອງ​ຜູ້​ໂດ​ຍ​ສານ​ທີ່​ນັບ​ມື້​​ເພີ່ມ​ຂຶ້ນ ພາຍຫຼັງ​ສຳ​ຜັດ​ກັບ​ຄວາມ​ປອດ​ໄພ​ ຄວາມ​​ດວກສະ​ບາຍ ແລະ ຄວາມ​ວ່ອງ​ໄວ​ຂອງ​ລົດ​ໄຟ​ຄວາມ​ໄວ​ສູງ​ແລ້ວ ປະ​ຊາ​ຊົນ​ລາວຈໍານວນຫຼວງຫຼາຍ​​ກໍໄດ້​ເລືອກ​ມາ​ຂີ່​ລົດ​ໄຟ​ຄວາມ​ໄວ​ສູງນັບມື້ເພີ່ມຂຶ້ນ ແລະ ມາຮອດ​ປັດ​ຈຸ​ບັນ ຈຳ​ນວນ​ຜູ້​ໂດຍ​ສານກໍ​ຍັງ​ເພີ່ມ​ຂຶ້ນ​ເລື້ອຍໆ ເຮັດໃຫ້ປີ້​ລົດ​ໄຟທີ່ຈະອອກເດີນທາງໃນ​ມື້​ຖັດ​ໄປ ສ່ວນຫຼາຍແມ່ນ​ຈະ​​ຂາຍ​ໝົດ​ແຕ່​ຕອນ​ເຊົ້າ.

    ​ດ້ານ​ການ​ຂົນ​ສົ່ງ​ສິນ​ຄ້າ ນັບ​ແຕ່​ເປີດ​ຖ້ຽວ​ລົດ​ໄຟ “​ຂະ​ບວນດ່ວນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ” ເປັນ​ຕົ້ນ​ມາ ຍ້ອນ​ວ່າ​ລົດ​ໄຟ​ຖ້ຽວ​ນີ້​​ໄດ້ຜ່ານ​ດ່ານ​ໄວ ແລ່ນ​ໄວ ສາ​ມາດ​ກຳ​ນົດ​ເວ​ລາ​​ໄປເຖິງ​ສະ​ຖາ​ນີ​ປາຍ​ທາງ​ໄດ້​ຢ່າງ​ກົງ​ເວ​ລາ ແລະ ການ​ບໍ​ລິ​ການ​ມີ​ຄຸນ​ນະ​ພາບ​ສູງ ຈຶ່ງໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ລູກ​ຄ້າ​ເປັນ​ຈຳ​ນວນຫຼວງຫຼາຍ ປະ​ເພດ​ສິນ​ຄ້າ​ກໍນັບ​ມື້​ເພີ່ມ​ຂຶ້ນ ໂດຍສິນ​ຄ້າ​ຈາກປະ​ເທດ​ຈີນ​ໄດ້​ຂົນ​ສົ່ງ​ມາ​ເຕົ້າ​ໂຮມ​ໄວ້​ຢູ່​ນະ​ຄອນ​ຄຸນໝິງ​ ແຂວງ​ຢຸນ​ນານ ​ແລ້ວ​ຖືກສົ່ງ​ຕໍ່​ໄປ​ 10 ກວ່າ​ປະ​ເທດ ເປັນຕົ້ນ ມາ​ເລ​ເຊຍ ສິງ​ກະ​ໂປ ໄທ ​ແລະ ອື່ນໆ ໂດຍ​ຜ່ານ​ທາງ​ລົດ​ໄຟ ​ລາວ-ຈີນ ສ່ວນ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ມີ​ຄຸນ​ນະ​ພາບ​ດີ​ຂອງ​ປະ​ເທດ​ລາວ ​ກໍ​ສາ​ມາດ​ສົ່ງ​ອອກ​ໄປ​ສູ່​​ປະ​ເທດຈີນ ທີ່​ເປັນ​ຕະຫຼາດ​ບໍ​ລິ​ໂພກ​​ໃຫຍ່​ທີ່​ສຸດ​ໃນ​ໂລກ ໂດຍ​ຜ່ານ​ທາງ​ລົດ​ໄຟ​ສາຍ​ນີ້ເຊັ່ນກັນ.

    ມາ​ຮອດ​ວັນ​ທີ 5 ກຸມ​ພາ 2022 ທາງ​ລົດ​ໄຟ​ ລາວ-ຈີນ​ ​​ຢູ່​ປະ​ເທດ​ລາວ​ ໄດ້​​ໃຫ້​ບໍ​ລິ​ການຖ້ຽວ​ລົດ​ໄຟ​ໂດຍ​ສານ​ໄປ-ກັບ 116 ​ຖ້ຽວ ຂົນ​ສົ່ງ​ຜູ້​ໂດຍ​ສານ​ໄດ້​ 108.770 ຄົນ ສະ​ເລ່ຍ​ແລ້ວ ຂົນ​ສົ່ງ​ຜູ້​ໂດຍ​ສານໄດ້​​ 1.699 ​ຄົນຕໍ່ວັນ ​ໃນນີ້​ສູງ​ສຸດ​ມີເຖິງ​ 2.804 ​ຄົນຕໍ່ວັນ ແລະ ໃຫ້​ບໍ​ລິ​ການ​ຖ້ຽວ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ ໄປ-ກັບ 124,5 ​ຖ້ຽວ ລວມ​ຂົນ​ສົ່ງ​ສິນ​ຄ້າ​ທັງ​ໝົດ 133.191 ໂຕນ ສະ​ເລ່ຍ​ແລ້ວ ​​ຂົນ​ສົ່ງ​ສິນ​ຄ້າໄດ້ 2.081 ໂຕນຕໍ່ວັນ ຄຽງ​ຄູ່​ກັບ​ເວ​ລາ​ຜ່ານ​ໄປ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ທາງ​ລົດ​ໄຟ ​ລາວ-ຈີນ ​ນັບ​ມື້​ນັບ​ຖືກ​ຂຸດ​ຄົ້ນ​ອອກ​ມາ​ ແລະ​ ປາ​ກົດ​​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ ໂດຍສະເພາະໄດ້​ນຳ​ເອົາ​ໂອ​ກາດ​ການພັດ​ທະ​ນາ​ມາ​ໃຫ້​ປະ​ເທດ​ລາວ ທັງ​​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ໃຫ້​ຄວາມ​ສົນ​ໃຈ​ຢ່າງ​ສູງ​ຕໍ່​ທາງ​ລົດ​ໄຟ ​ລາວ-ຈີນ.

    ວັນ​ທີ 7 ແລະ ​ວັນ​ທີ 9 ກຸ​ມ​ພາ​ 2022 ທ່ານ​ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ ສ​ປ​ປ ລາວ​ ພ້ອມ​ດ້ວຍ​ຄະ​ນະ ໄດ້​ຂີ່​ລົດ​ໄຟ​ລາວ-ຈີນ​ 2 ​ເທື່ອ ​​ແລະ​ ທ່ານກ່າວ​ວ່າ: ນັບ​ແຕ່​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ ລາວ-ຈີນ ​ເປັນ​ຕົ້ນ​ມາ ປະ​ຊາ​ຊົນ​ລາວ​ຮູ້​ສຶກ​ພາກ​ພູມ​ໃຈ​ທີ່​ສຸດ ຫວັງ​ວ່າປະ​ຊາ​ຊົນ​ລາວ​ທຸກ​ຄົນ​​ຈະ​ຫາ​ໂອ​ກາດ​ໄປ​ຂີ່​ລົດ​ໄຟ​ຄວາມ​ໄວ​ສູງ​ ລາວ-ຈີນ ເພື່ອຮັບ​ຮູ້​​ ແລະ ​ເຂົ້າ​ໃຈ​ຄວາມ​ໝາຍ​​ຄວາມສຳ​ຄັນຂອງ​ຂໍ້ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຢ່າງ​ແທ້​ຈິງ ພ້ອມນີ້ ທ່ານ​ຍັງ​ໄດ້​​ພັນ​ລະ​ນາ​ກ່ຽວ​ກັບ​ທາງ​ລົດ​ໄຟ​ສາຍ​ນີ້​ວ່າ: “ມີ​ຊ່ອງ​ທາງ​ແລ້ວ ກໍ​ຈະ​ມີ​ໂອ​ກາດ​ແຫ່ງ​ການ​ພັດ​ທະ​ນາ” ເຊິ່ງ​ເປັນ​ການ​ຢືນ​ຢັນ​ຢ່າງ​ເຕັມ​ສ່ວນເຖິງ​ບົດ​ບາດ​ສຳ​ຄັນ​ຂອງ​ທາງ​ລົດ​ໄຟ​ ລາວ-ຈີນ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ປະ​ເທດ​ລາວ.

    ​ສຳ​ລັບ​ປະ​ຊາ​ຊົນ​ລາວ ແລ້ວ ທາງ​ລົດ​ໄຟ​ ລາວ-ຈີນ ​ບໍ່​ພຽງ​ແຕ່​ແມ່ນ​​ທາງ​ເລືອກ​ໃນ​ການອອກ​ເດີນ​ທາງ​ທີ່​ສະ​ດວກ​ສະ​ບາຍ​ເທົ່າ​ນັ້ນ ຫາກ​ຍັງ​​ແມ່ນ​ຄວາມ​ຫວັງ​ຂອງ​ລາວ ທີ່​ຈະ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ ​​ໄດ້​ເຮັດ​ໃຫ້​ຍຸດ​ທະ​ສາດຫັນປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ ​ກາຍ​ເປັນ​ປະ​ເທດ​ເຊື່ອມ​ໂຍງ​-ເຊື່ອມ​ຈອດ​​ກັບພາກ​ພື້ນ​ປາກົດ​ຜົນ​ເປັນ​ຈິງ ​ທັງຈະ​ບັນລຸ​ຄວາມ​ໃຝ່​ຝັນ​ຂອງ​ປະ​ຊາ​ຊົນ​ລາວ​ ທີ່​ມຸ່ງ​ຫວັງກ້າວ​ໄປ​ສູ່​ຊີ​ວິດ​ທີ່​ສຸກ​ສຳ​ລານອີກ​ດ້ວຍ. 

#  ຂ່າວ – ພາບ : ສະບາໄພ 

error: Content is protected !!