ກອງປະຊຸມປະຈໍາປີ ຄັ້ງທີ 45 ຂອງສະພາຜູ້ວ່າການກອງທຶນສາກົນ

    ເພື່ອການພັດທະນາກະສິກໍາໃນຮູບແບບທາງໄກ ທ່ານ ພົມມີ ອິນທະຈັກ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມປະຈໍາປີ ຄັ້ງທີ 45 ຂອງສະພາຜູ້ວ່າການກອງທຶນສາກົນ ເພື່ອການພັດທະນາກະສິກໍາ (IFAD) ຜ່ານລະບົບທາງໄກ ພາຍໃຕ້ຫົວຂໍ້ ການນໍາໃຊ້ນະວັດຕະກໍາ ແລະ ການເງິນ ເພື່ອຄວາມທົນທານຕໍ່ດິນຟ້າອາກາດ ແລະ ຟື້ນຟູແບບທົ່ວເຖິງ ໃນວັນທີ 15 ກຸມພາ 2022 ກອງປະຊຸມຄັ້ງນີ້ ໄດ້ມີການສົນທະນາແກ້ໄຂບັນຫາຂ້າມຜ່ານ ເຊັ່ນ: ການຊຸກຍູ້ການປູກຝັງສີຂຽວ ກະສິກໍາກາກບອນຕໍ່າ ການສ້າງລະບົບອາຫານທີ່ປອດໄພ ແລະ ສຸຂະພາບດີ ການສ້າງໂລກຊົນນະບົດດິຈີຕ໋ອນ ຜ່ານນະວັດຕະກໍາເຕັກໂນໂລຊີ ແລະ ຍົກສູງບົດບາດການຮ່ວມມືກັບເອກະຊົນ ນອກນັ້ນ ຍັງໄດ້ຮັບຟັງການລາຍງານທາງດ້ານການເງິນ ລວມທັງຄວາມຄືບໜ້າການຄ່ຽນເງິນຄັ້ງທີ 12 ໃນໜຶ່ງປີຜ່ານມາ ການສະໜອງທຶນໃນປີ 2022 ແລະ ທິດທາງຍຸດທະສາດ IFAD ໃນສົກປີ 2023-2024 ການດັດແກ້ບາງເນື້ອໃນເອກະສານກົດໝາຍ ພ້ອມທັງຮັບຮອງບັນດາບົດລາຍງານທີ່ຕິດພັນ ແລະ ການເລືອກຕັ້ງສະພາບໍລິຫານ.

.

# ຂ່າວ-ພາບ : ຂັນທະວີ

error: Content is protected !!