ບໍລິສັດເພີດລີເວີ (ລາວ) ຈໍາກັດຜູ້ດຽວ ມອບເຄື່ອງຊ່ວຍເຫຼືອອຸປະກອນການແພດ ປະກອບມີ ຜ້າອັດປາກ 70.000 ອັນ ຖົງມື 10.000 ຄູ່ ຊຸດ PPE 1.500 ຊຸດ ເຈວລ້າງມື 120 ຕຸກ ແລະ ນໍ້າຢາຂ້າເຊື້ອ 120 ຕຸກ ລວມມູນຄ່າ 200 ລ້ານກີບ ໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂອງ ນວ ວັນທີ 17 ກຸມພາ 2022 ຢູ່ຫ້ອງວ່າການປົກຄອງ ນວ ກ່າວມອບໂດຍທ່ານ ນາງ ຮວງຢິ່ງເຝີຍ ຕາງໜ້າບໍລິສັດ China construction pearl River (Lao) sole co.ltd ແລະ ກ່າວຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ເຊິ່ງມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້ ທ່ານເຈົ້າຄອງ ກໍໄດ້ສະແດງຄວາມຂອບໃຈມາຍັງບໍລິສັດດັ່ງກ່າວ ທີ່ເຫັນໄດ້ຄວາມສຳຄັນ ແລະ ນຳເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ອົງການປົກຄອງ ນວ ຄັ້ງນີ້ ເປັນການປະກອບສ່ວນສໍາຄັນເຂົ້າໃນວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ ນວ ໃຫ້ມີຄວາມເຂັ້ມແຂງ ແລະ ມີຄວາມພ້ອມຢ່າງຮອບດ້ານ ພ້ອມນີ້ ທ່ານຍັງຍົກໃຫ້ເຫັນເຖິງການໃຫ້ຄວາມສຳຄັນໃນການສຸມໃສໃນວຽກງານດັ່ງກ່າວຂອງພັກ-ລັດຖະບານລາວ ກໍຄື ນວ ເຊິ່ງປັດຈຸບັນ ໄດ້ເລັ່ງການຈັດຕັ້ງປະຕິບັດຢູ່ຂັ້ນບ້ານ ແລະ ເຝົ້າລະວັງການແຜ່ລະບາດຂອງເຊື້ອພະຍາດສາຍພັນໃໝ່ ບໍ່ໃຫ້ມີການລະບາດໃນຊຸມຊົນເພີ່ມຂຶ້ນ ເພື່ອແນໃສ່ເຮັດໃຫ້ການລະບາດຫຼຸດລົງ ແລະ ກ້າວໄປສູ່ການດຳລົງຊີວິດປົກກະຕິແບບໃໝ່ເທື່ອລະກ້າວ.
# ຂ່າວ-ພາບ : ລັດເວລາ