ນວ ມີແຜນຄາດຄະເນດຶງດູດນັກທ່ອງທ່ຽວເຂົ້າມາ ຈະສູ້ຊົນໃຫ້ໄດ້ປະມານ 3 ແສນຄົນ

   ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ໃຫ້ສໍາພາດວັນທີ 16 ກຸມພາ 2022 ວ່າ: ພາຍຫຼັງທີ່ລັດຖະບານ ກໍຄືກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ມີແຜນເປີດຮັບນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວຂົງເຂດສີຂຽວໃນ ສປປ ລາວ ແຕ່ວັນທີ 1 ມັງກອນ 2022 ເປັນຕົ້ນມາ ໂດຍປະຕິບັດຕາມແຜນດັ່ງກ່າວ ນະຄອນຫຼວງວຽງຈັນໄດ້ມີນັກທ່ອງທ່ຽວທະຍອຍເດີນທາງເຂົ້າມາທ່ອງທ່ຽວໃນ ນວ ໂດຍຜ່ານສະໜາມບິນສາກົນວັດໄຕ ແລະ ຂົວມິດຕະພາບແຫ່ງທີ 1 ນະຄອນຫຼວງວຽງຈັນ ມາຮອດປັດຈຸບັນມີນັກທ່ອງທ່ຽວເຂົ້າມາແລ້ວເກືອບ 100 ຄົນ ແລະ ໃນເດືອນມີນາທີ່ຈະມາເຖິງນີ້ ໄດ້ມີນັກທ່ອງທ່ຽວທີ່ມີການຈອງເຂົ້າມາຜ່ານບໍລິສັດບໍລິການທ່ອງທ່ຽວປະມານ 11 ຄົນ ທີ່ມາຈາກປະເທດໄທ ຮົງກາລີ ອາເມຣິກາ ອັງກິດ ສ ເກົາຫຼີ ຟີລິບປິນ ໂຮນລັງ ແລະ ຍີ່ປຸ່ນ ເຖິງແນວໃດກໍຕາມ ຖ້າສະພາບການຄວບຄຸມ ແລະ ປ້ອງກັນການລະບາດພະຍາດໂຄວິດ-19 ມີທ່າອ່ຽງທີ່ດີຂຶ້ນ ຄາດວ່າໃນທ້າຍເດືອນທັນວາ 2022 ເຊິ່ງເປັນຊ່ວງລະດູການທ່ອງທ່ຽວ ດັ່ງນັ້ນ ແຜນການທີ່ຄາດຄະເນໄວ້ສໍາລັບນັກທ່ອງທ່ຽວທີ່ເດີນທາງເຂົ້າມາທ່ອງທ່ຽວໃນ ສປປ ລາວ ກໍຄື ນວ ຈະສູ້ຊົນໃຫ້ໄດ້ 3 ແສນຄົນ ແຕ່ຖ້າຫາກເກີດມີສະພາບຄວາມບໍ່ສະດວກ ຫຼື ສະພາບການລະບາດຂອງພະຍາດດັ່ງກ່າວເກີດຂຶ້ນແບບບໍ່ສາມາດຄາດຄິດໄດ້ ກໍ່ຈະເປັນສາເຫດໜຶ່ງທີ່ບໍ່ສາມາດຈັດຕັ້ງປະຕິບັດໄດ້ ແຕ່ຢ່າງໃດກໍຕາມ ກໍຍັງມີຄວາມຫວັງໄວ້ວ່າຈະຕ້ອງມີນັກທ່ອງທ່ຽວຈາກຕ່າງປະເທດເດີນທາງມາທ່ຽວໃນ ນວ ພ້ອມທັງໃຫ້ການຮ່ວມມືໃນການປະຕິບັດມາດຕະການປ້ອງກັນການລະບາດພະຍາດໂຄວິດ-19 ຢ່າງເຂັ້ມງວດ. 

    ຄຽງຄູ່ກັນນັ້ນ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນວ ກໍໄດ້ເພີ່ມທະວີຊຸກຍູ້ສົ່ງເສີມການທ່ອງທ່ຽວພາຍໃນ ພາຍໃຕ້ໂຄງການ ລາວທ່ຽວລາວ ສະເພາະຢູ່ ນວ ໄດ້ພະຍາຍາມສ້າງໃຫ້ມີຫຼາຍກິດຈະກໍາເພື່ອເປັນການດຶງດູດນັກທ່ອງທ່ຽວພາຍໃນເອງ ເປັນຕົ້ນ ໄດ້ມີສິ່ງອໍານວຍຄວາມສະດວກຫຼາຍຢ່າງທີ່ເກີດຂຶ້ນໃໝ່ ໂດຍມີພັກ ແລະ ລັດຖະບານເປັນຜູ້ຊຸກຍູ້ສົ່ງເສີມ ເຊັ່ນ: ມີເສັ້ນທາງດ່ວນ ນວ ຫາ ເມືອງວັງວຽງ ແຂວງວຽງຈັນ ມີເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ ທັງໝົດນີ້ໄດ້ອໍານວຍຄວາມສະດວກໃຫ້ແກ່ປະຊາຊົນ ແລະ ນັກທ່ອງທ່ຽວລະຫວ່າງແຂວງຕໍ່ແຂວງ ນອກນີ້ ຍັງໄດ້ສົມທົບກັບບັນດາອົງການ ສະມາຄົມ ແລະ ຫົວໜ່ວຍທຸລະກິດອື່ນໆທີ່ມີເງື່ອນໄຂ ຈັດກິດຈະກໍາທີ່ໜ້າສົນໃຈຄື: ໃນເດືອນມັງກອນຜ່ານມາ ສະມາຄົມນັກທຸລະກິດແມ່ຍິງລາວ ໄດ້ຈັດງານເທສະການອາຫານລາວຂຶ້ນທີ່ສວນເຈົ້າອະນຸວົງ ເຫັນວ່ານັກທ່ອງທ່ຽວທັງພາຍໃນ ນວ ແລະ ຕ່າງແຂວງເຂົ້າມາທ່ຽວຊົມເປັນຈໍານວນຫຼາຍ ນອກຈາກຈັດກິດຈະກໍາສົ່ງເສີມການທ່ອງທ່ຽວທາງດ້ານການຄ້າຂາຍສິນຄ້າແລ້ວ ຍັງໄດ້ຈັດກິດຈະກໍາສູດມົນປະຈໍາທຸກໆວັນສິນ ເຊິ່ງໄດ້ເລີ່ມເປີດມື້ທໍາອິດໃນວັນທີ 16 ກຸມພາ ເຫັນໄດ້ວ່າພໍ່ແມ່ປະຊາຊົນໄດ້ໃຫ້ຄວາມສົນໃຈເຊັ່ນກັນ ນອກນີ້ ໃນທ້າຍປີ 2022 ກໍຈະຈັດກິດຈະກໍາການທ່ອງທ່ຽວໃຫ້ມີຫຼາຍຮູບແບບ ປັດຈຸບັນກໍາລັງຮ່າງເປັນແຜນ ພ້ອມທັງເບິ່ງສະພາບການຄວບຄຸມການລະບາດພະຍາດໂຄວິດ-19 ວ່າຈະມີທ່າອ່ຽງດີຂຶ້ນບໍ່ ຖ້າຫາກມີທ່າອ່ຽງດີຂຶ້ນ ກໍຈະເປັນເງື່ອນໄຂທີ່ດີໃຫ້ຈັດໄດ້ຫຼາຍກິດຈະກໍາ ແນໃສ່ເປັນການກະຕຸ້ນເສດຖະກິດຫຼາຍຮູບແບບ.

# ຂ່າວ-ພາບ : ຂັນທະວີ

error: Content is protected !!