ພົບ ປາຂ່າ ຕາຍ ຄາດວ່າອາດເປັນໂຕສຸດທ້າຍໃນລາວ

    ຖືໂອກາດນີ້ ສະແດງຄວາມເສຍໃຈຮ່ວມກັບສັງຄົມ ກໍຄື ສປປ ລາວ ຕໍ່ການສູນເສຍສັດນໍ້າອັນລໍ້າຄ່າ (ປາຂ່າ) ຂອງແມ່ນໍ້າຂອງ ເພີ່ມອີກຈໍານວນ 1 ໂຕ ໃນວັນທີ 15 ກຸມພາ 2022 ທີ່ຜ່ານມາ ນີ້ (ຕາຍ 2 ໂຕ ໃນໄລຍະກາງປີ 2021) ທັງ 3 ໂຕທີ່ພົບເຫັນຕາຍ ແມ່ນເຫັນຢູ່ຝັ່ງກໍາປູເຈຍ ແຕ່ຄາດວ່າຕາຍ ແລະ ໄຫຼຈາກຝັ່ງຂອງລາວ. ຈາກການໃຫ້ຂໍ້ມູນຂອງທີມງານລາດຕະເວນ ຫຼື ເຈົ້າໜ້າທີ່ຄຸ້ມຄອງວັງອະນຸຮັກປາຂ່າ ໃນໄລຍະ 2-3 ປີທີ່ຜ່ານມາ ສາມາດພົບເຫັນປາຂ່າປະມານ 3-4 ໂຕ ແລະ ຈໍານວນ 2 ໂຕທີ່ຕາຍໃນກາງປີ 2021 ແລະ ອີກ 1 ໂຕ ໃນວັນທີ 15 ກຸມພາ 2022 ນີ້ ອາດນອນຢູ່ໃນຈໍານວນທີ່ທີມງານລາດຕະເວນພົບເຫັນ ນັ້ນສະແດງໃຫ້ເຫັນວ່າ ປາຂ່າຢູ່ໃນແມ່ນໍ້າຂອງໃນ ສປປ ລາວ ອາດຕົກຢູໃນສະຖານະການສ່ຽງຕໍ່ການສູນພັນຂັ້ນສູງສຸດແຫ່ງດຽວໃນ ສປປ ລາວ ທີ່ພວກເຮົາສາມາດພົບເຫັນປາຂ່າໄດ້ ກໍຄືຢູ່ພາກໃຕ້ຂອງລາວ ເຂດສີພັນດອນ (ບ້ານຫາງສະດໍາ ແລະ ບ້ານຫາງຄອນ ເມືອງໂຂງ ແຂວງຈໍາປາສັກ) ຊາຍແດນລະຫວ່າງ ລາວ-ກໍາປູເຈຍ ຈາກການຕາຍຂອງປາຂ່າໃນຄັ້ງນີ້ ເຮັດໃຫ້ກະຈ່າງແຈ້ງຂຶ້ນອີກວ່າ ວຽກງານອະນຸຮັກ ແລະ ມາດຕະການຕໍ່ການຄຸ້ມຄອງສັດນໍ້າ ຈໍາຕ້ອງເພີ່ມທະວີຄູນຂຶ້ນ ໂດຍສະເພາະ ຕໍ່ຊະນິດພັນສັດນໍ້າທີ່ໃກ້ຈະສູນພັນຈາກແມ່ນໍ້າຂອງ ເຊັ່ນ ປາຝາໄລ ປາບຶກ ແລະ ອື່ນໆ ກ່ອນຈະຊ້າເກີນໄປ. 

    ປາຂ່ານໍ້າຈືດ ມີທັ້ງໝົດ 6 ສາຍພັນ ແລະ ໜຶ່ງໃນ 6 ສາຍພັນນີ້ ແມ່ນພົບເຫັນຢູ່ແມ່ນໍ້າຂອງ ສະເພາະໃນລາວ ແລະ ກໍາປູເຈຍ (ຝັ່ງກໍາປູເຈຍແມ່ນຍັງມີປະມານ 89 ໂຕ ຈາກການສໍາລວດໃນປີ 2020) ແຕ່ຕອນນີ້ ຈາກການຕາຍຂອງປາຂ່າ 3 ໂຕ ໃນລະຫວ່າງປີ 2021-2022 ນີ້ ອາດຍາກທີ່ຈະເວົ້າໄດ້ວ່າ ປາຂ່າຍັງມີຢູ່ໃນ ສປປ ລາວ ເພາະລະຫວ່າງ 2-3 ປີທີ່ຜ່ານມາ ການພົບເຫັນປາຂ່າໃນລາວແມ່ນມີປະມານ 3-4 ໂຕເທົ່ານັ້ນ. 

   ປາຂ່ານໍ້າຈືດ ຄືໜຶ່ງໃນຊະນິດພັນສັດນໍ້າປະເພດຫວງຫ້າມ ບັນຊີ 1 ແລະ ຍັງນອນຢູ່ໃນບັນຊີແດງ ວ່າດ້ວຍສັດນໍ້າ-ສັດປ່າ ທີ່ໃກ້ຈະສູນພັນຂອງ IUCN. 

    ອົງການ WWF-Laos ຮຽກຮ້ອງມາຍັງທຸກຄົນ ທຸກພາກສ່ວນຈົ່ງໃຫ້ຄວາມສໍາຄັນ ແລະ ຮ່ວມແຮງກັນຕໍ່ການປົກປັກຮັກສາ ແລະ ອະນຸຮັກສັດນໍ້າ-ສັດປ່າ ທີ່ໃກ້ຈະສູນພັນ ໃຫ້ຢູ່ກັບແມ່ນໍ້າຂອງ ແມ່ນໍ້າສາຂາຕ່າງໆ ຢູ່ກັບຜືນປ່າ ແລະ ຊຸມຊົນ ກໍຄືປະເທດລາວ ເຮົາ.

ຂໍ້ມູນຈາກ: ອົງການ WWF-Laos

error: Content is protected !!