ແມ່ຍິງ ນວ ສຸມໃສ່ປະຕິບັດແຜນພັດທະນາ 10 ແຜນງານ 33 ໂຄງການ

    ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 2 ສະໄໝທີ VIII ຈັດຂຶ້ນວັນທີ 17 ກຸມພາ 2022 ຢູ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງທ່ານ ນາງ ຫຼຽນຄໍາ ວິລະພັນ ປະທານສະຫະພັນແມ່ຍິງ ນວ ມີທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງຊາດ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ນວ ພ້ອມດ້ວຍຄະນະປະທານສະຫະພັນແມ່ຍິງ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານຂອງສະຫະພັນແມ່ຍິງ ນວ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ເຊິ່ງໄລຍະຜ່ານມາ ສະຫະພັນແມ່ຍິງນັບແຕ່ຂັ້ນ ນວ ແລະ ຂັ້ນຮາກຖານ ໄດ້ເປັນເຈົ້າການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນວ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງຜູ້ແທນແມ່ຍິງທົ່ວປະເທດ ພ້ອມທັງສ້າງຂະບວນການຄໍານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ກໍຄືການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ນວ ຄັ້ງທີ VIII ແລະ ແຜນພັດທະນາເສດຖະກິດສັງຄົມຂອງ ນວ ໂດຍສຸມໃສ່ຜັນຂະຫຍາຍແຜນພັດທະນາແມ່ຍິງ ນວ  ໃນ X ແຜນງານ 33 ໂຄງການ ໃຫ້ແທດເໝາະກັບແຕ່ລະໄລຍະ  ແລະ ແຕ່ລະຂົງເຂດ ເຮັດໃຫ້ການເຄື່ອນໄຫວວຽກງານແຕ່ລະດ້ານມີຜົນສຳເລັດເປັນກ້າວໆ ເປັນຕົ້ນວຽກງານການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ສຳເລັດໂດຍພື້ນຖານ ກ່ຽວກັບການສ້າງແຜນດຳເນີນງານໃຫຍ່ 3 ແຜນຄື: ແຜນດຳເນີນງານ ນວ ເພື່ອຄວາມສະເໝີພາບຍິງ-ຊາຍ ແຜນດຳເນີນງານ ເພື່ອແມ່-ເດັກ ແລະ ແຜນດຳເນີນງານ ນວ ເພື່ອປ້ອງກັນ ແລະ ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ  2021-2025 ວຽກງານຂະຫຍາຍສະມາຊິກແມ່ຍິງ ທົ່ວ ນວ ມີສະມາຊິກແມ່ຍິງ 57.241 ຄົນ ກວມ 12,85% ຂອງແມ່ຍິງທັງໝົດ ສາມາດຂະຫຍາຍສະມາຊິກໃໝ່ໄດ້ 1.368 ຄົນ ກວມ 2,38% ຂອງສະມາຊິກແມ່ຍິງທັງໝົດ ໄດ້ເຄື່ອນໄຫວຊຸກຍູ້ ຕິດຕາມການປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ສາມາດສັງລວມການຈັດຕັ້ງປະຕິບັດຂໍ້ແຂ່ງຂັນດັ່ງກ່າວປະຈຳປີ 2021 ຢູ່ບັນດາສະຫະພັນແມ່ຍິງພະແນກການ ແລະ ເມືອງ ໃນນັ້ນ ສາມາດຈັດແບ່ງສະມາຊິກແມ່ຍິງ 3 ດີປະເພດ 1 ໄດ້ 6.553 ຄົນ  ແລະ ດີປະເພດ2 ໄດ້ 784 ຄົນ.

    ນອກນີ້ກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວ ທົ່ວປະເທດ ຄັ້ງທີ VII ຜ່ານບົດສໍາຫຼວດການຊີ້ນໍາ-ນໍາພາ ລວມຂອງຄະນະບໍລິຫານງານ ສະຫະພັນແມ່ຍິງ ນວ ສະ ໄໝທີ VIII ເພື່ອສະຫຼຸບຕີລາຄາກ່ຽວກັບແບບແຜນວິທີນຳພາ ວິທີເຮັດວຽກຂອງຄະນະບໍລິຫານງານສະຫະພັນແມ່ຍິງ ນວ  ປຶກສາຫາລືກ່ຽວກັບການປັບປຸງ ບາງແຜນງານ ໂຄງການຂອງແຜນພັດທະນາແມ່ຍິງ ນວ 5 ປີ (2021-2025) ຄົ້ນຄວ້າຮ່າງບົດບັນທຶກຊ່ວຍຈໍາລະຫວ່າງ ສະຫະພັນແມ່ຍິງ ນວ ແລະ ສະຫະພັນແມ່ຍິງນະຄອນຫຼວງໂຮ່ຈິມິນ (2022-2026) ແລະ ຄົ້ນຄວ້າໂຄງປະກອບການຈັດຕັ້ງສະຫະພັນແມ່ຍິງ ນວ ພ້ອມນັ້ນຍັງໄດ້ມອບໃບຢັ້ງຢືນ ໃນການຈັດຕັ້ງປະຕິບັດວຽກງານ 3 ດີ ຂອງ ສູນກາງສະຫະພັນແມ່ຍິງລາວ ໃຫ້ບັນດາພະແນກການ ແລະ  ເມືອງ ພ້ອມທັງຍ້ອງຍໍບຸກຄົນທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານຜ່ານມາຕື່ມອີກ.

# ຂ່າວ-ພາບ : ລັດເວລາ

error: Content is protected !!