ເນັ້ນໜັກບາງໜ້າວຽກໃນຕໍ່ໜ້າຂອງສະຫະພັນກໍາມະບານ ນວ

   ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ໃຫ້ກຽດເຂົ້າຮ່ວມໂອ້ລົມ ພ້ອມໃຫ້ທິດຊີ້ນໍາຕໍ່ກອງປະຊຸມສາມັນເປີດກວ້າງຄົບຄະນະບໍລິຫານງານສະຫະພັນກໍາມະບານ ນວ ຄັ້ງທີ 2 ສະໄໝທີ VIII ວັນທີ 16 ກຸມພາ 2022 ທີ່ຫ້ອງວ່າການ ນວ ເຊິ່ງກອງປະຊຸມເປັນປະທານຂອງທ່ານ ດາວເພັດ ອາລຸນ ປະທານສະຫະພັນກໍາມະບານ ນວ ມີບັນດາຄະນະບໍລິຫານງານສະຫະພັນກໍາມະບານ ນວ ປະທານສະຫະພັນກໍາມບະບານພະແນກການ ອົງການທຽບເທົ່າ ເມືອງ ບໍລິສັດອ້ອມຂ້າງ ນວ ແລະ ຜູ້ຕາງໜ້າຈາກຊາວໜຸ່ມ ແລະ ສະຫະພັນແມ່ຍິງ ນວ ເຂົ້າຮ່ວມ. 

    ທ່ານ ອານຸພາບ ຕຸນາລົມ ກ່າວວ່າ: ຄະນະພັກ ນວ ຍາມໃດກໍໃຫ້ຄວາມສໍາຄັນຕໍ່ວຽການກໍາມະບານ ພ້ອມທັງເອົາໃຈໃສ່ຕິດຕາມ ຊີ້ນໍາເປັນປະຈໍາ ແລະ ຕີລາຄາສູງຕໍ່ການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານສະຫະພັນກໍາມະບານ ນວ ສະຫະພັນກໍາມະບານເມືອງ ພະແນກການ ຮາກຖານທີ່ໄດ້ເຄື່ອນໄຫວປະຕິບັດພາລະບົດບາດ ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຄັ້ງທີ VI ຂອງອົງຄະນະພັກ ນວ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານ ນວ ຄັ້ງທີ VIII ທີ່ໄດ້ກໍານົດ 7 ແຜນງານ 13 ໂຄງການ ໃຫ້ສໍາເລັດຜົນນັ້ນໃນຕໍ່ໜ້າ ສະຫະພັນກໍາມະບານ ນວ ຕ້ອງໄດ້ສຸມໃສ່ວຽກງານທີ່ສໍາຄັນ ເປັນຕົ້ນ ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ເພື່ອຍົກສູງທາດແທ້ ແລະ ອຸດົມການປະຕິວັດໃຫ້ແກ່ກໍາມະກອນ ຊາວຜູ້ອອກແຮງງານຍຸກໃໝ່ຂອງການພັດທະນາໃນເງື່ອນໄຂການຂະຫຍາຍຕົວທາງດ້ານເຕັກໂນໂລຊີ ການນໍາໃຊ້ເຂົ້າໃນການຜະລິດ ສ້າງ ປັບປຸງຍົກສູງສະຕິຕື່ນຕົວຄວາມເປັນເຈົ້າ ສະຕິເຄົາລົບກົດໝາຍໃຫ້ເຂັ້ມງວດ ສ້າງທ່າຫັນປ່ຽນທີ່ແຂງແຮງເລິກເຊິ່ງ ພ້ອມທັງສ້າງໃຫ້ໄດ້ພະນັກງານກໍາມະບານອາຊີບທັງຢູ່ ນວ ຢູ່ບັນດາໂຮງຈັກໂຮງງານໃຫຍ່ທັງຂອງລັດ ແລະ ເອກະຊົນ ເອົາໃຈໃສ່ວຽກງານສ້າງ ແລະ ປັບປຸງການຈັດຕັ້ງກໍາມະບານແຕ່ລະຂັ້ນໃຫ້ເຂັ້ມແຂງສາມາດເຄື່ອນໄຫວຖືກຕ້ອງຕາມພາລະບົດບາດຂອງຕົນຢ່າງແຂງແຮງ ສືບຕໍ່ປະສານສົມທົບ ຮ່ວມມືກັບຄະນະກໍາມະການ 3 ຝ່າຍໃຫ້ກົມກຽວກັນ ແລະ ສະໜິດແໜ້ນ ເພື່ອແກ້ໄຂບັນຫາແຮງງານທີ່ກັບຄືນປະເທດໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ເປັນເຈົ້າການຄົ້ນຄວ້າ ນໍາສະເໜີການປັບປຸງຄ່າແຮງງານຂັ້ນຕໍ່າຊຸດໃໝ່ຂອງຜູ້ອອກແຮງງານໃນພາກວິສາຫະກິດ ໂດຍສອດຄ່ອງກັບສະພາບການໃຊ້ແຮງງານແຕ່ລະປະເພດ ເອົາໃຈໃສ່ສ້າງ ແລະ ປັບປຸງບັນດານິຕິກໍາໃນການຈັດຕັ້ງເຄື່ອນໄຫວຂອງສະຫະພັນກໍາມະບານເມືອງ ແລະ ກໍາມະບານຮາກຖານ ເອົາໃຈໃສ່ຍູ້ແຮງຂະບວນການແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວຕິດພັນກັບວຽກງານວິຊາສະເພາະ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາໃນສາຂາອາຊີບຕ່າງໆ.

.

# ຂ່າວ-ພາບ : ຂັນທະວີ

error: Content is protected !!