ລມຕ ກະຊວງ ຮສສ ເຄື່ອນໄຫວເຮັດວຽກຢູ່ພະແນກ ຮສສ

    ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກ ຮສສ ນະຄອນຫຼວງວຽງຈັນ (ນວ) ວັນທີ 17 ກຸມພາ 2022 ທີ່ພະແນກດັ່ງກ່າວ ມີຫົວໜ້າກົມ ສູນ ສະຖາບັນ ຄະນະພະແນກ ຮສສ ນວ ຫົວໜ້າຂະແໜງ ຫ້ອງການ ຮສສ 9 ຕົວເມືອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. 

    ການເຄື່ອນໄຫວຄັ້ງນີ້ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຈຸດສຸມໄລຍະ 1 ປີຜ່ານມາ ແລະ ວາງທິດທາງແຜນການໃນປີຕໍ່ໜ້າ ຈາກທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກ ຮສສ ນວ ພ້ອມນັ້ນຄະນະພະແນກ ຫົວໜ້າຫ້ອງການປະກັນສັງຄົມ ອໍານວຍການສູນພັດທະນາສີມືແຮງງານ ແລະ ຂະແໜງ ການກ່ຽວຂ້ອງ ຍັງໄດ້ສະເໜີແລກປ່ຽນບົດຮຽນການຈັດຕັ້ງປະຕິບດວຽກງານ ຮສສ ນໍາອົງການປະກັນສັງຄົມແຫ່ງຊາດ ສະຖາບັນພັດທະນາສີມືແຮງງານ ແລະ ບັນດາກົມຕື່ມອີກ. 

    ໂອກາດນີ້ ທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ມີຄໍາເຫັນໃຫ້ທິດຊີ້ນໍາ ໂດຍເນັ້ນໜັກບາງວຽກທີ່ສໍາຄັນ ເປັນຕົ້ນ ໃຫ້ມີການປັບປຸງປ່ຽນແປງພາລະບົດບາດ ໜ້າທີ່ຄວາມຮັບຜິດຊອບຂອງວຽກງານ ຮສສ ໃນທົ່ວພະແນກ ຮສສ ແລະ ຫ້ອງການ ຮສສ 9 ຕົວເມືອງ ໂດຍສະເພາະ ປັບປຸງການຄຸ້ມຄອງການບໍລິຫານລັດໃຫ້ປ່ຽນໄປໄປໃນທິດທາງທີ່ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ ແລະ ມີການພັດທະນາທີ່ດີຂຶ້ນ ການເຄື່ອນໄຫວວຽກງານວິຊາສະເພາະ   ໃຫ້ເບິ່ງຄືນບັນຫາທີ່ຕິດພັນກັບນິກໍາທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ພ້ອມນັ້ນ   ໃນເງື່ອນໄຂໃໝ່ ນີ້ ຄວນເຊື່ອມຊຶມພາລະບົດບາດຂອງຕົນເຂົ້າສູ່ພາກທຸລະກິດ ແລະ ສັງຄົມໃນຂົງເຂດຕ່າງໆ ເພື່ອໃຫ້ເຂົາເຈົ້າໄດ້ເປັນເຈົ້າການ ແລະ ມີສ່ວນຮ່ວມຫຼາຍຂຶ້ນ ນອກນີ້ ຍັງໄດ້ໃຫ້ເພີ່ມທະວີຄວາມເອົາໃຈໃສ່ຈັດງານຕະຫຼາດນັ້ນແຮງງານເປັນປົກກະຕິຢ່າງຕໍ່ເນື່ອງ ເພື່ອສ້າງຄວາມລຶ້ງເຄີຍໃຫ້ຜູ້ຫວ່າງງານ ແລະ ຜູ້ໃຊ້ແຮງງານໄດ້ພົບປະກັນເລື້ອຍໆ ແນໃສ່ໃຫ້ຜູ້ຫວ່າງງານໄດ້ເຂົ້າເຖິງການມີວຽກເຮັດງານທໍາທີ່ດີ ແລະ ອື່ນໆ.

# ຂ່າວ-ພາບ : ຂັນທະວີ

error: Content is protected !!