ວັນທີ 17 ກຸມພາ 2022 ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ຊຶ່ງເປັນກອງປະຊຸມທຳອິດໃນລະດັບລັດຖະມົນຕີການຕ່າງປະເທດ ພາຍໃຕ້ການເປັນປະທານອາຊຽນຂອງກໍາປູເຈຍ ໃນປີ 2022 ຈັດຂຶ້ນໃນຮູບແບບປະສົມ ໂດຍມີການເຂົ້າຮ່ວມແບບເຊິ່ງໜ້າ ທີ່ພະນົມເປັນ ລາຊະອານາຈັກກໍາປູເຈຍ ແລະ ເຂົ້າຮ່ວມ ແບບທາງໄກ ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ.

ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາຄໍາຕົກລົງຂອງຜູ້ນໍາອາຊຽນໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ແລະກອງປະຊຸມສຸດຍອດທີ່ກ່ຽວຂ້ອງຜ່ານມາ ເປັນຕົ້ນແມ່ນການກະກຽມຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານຂອງອາຊຽນ ຂໍ້ຕົກລົງແລວການເດີນທາງອາຊຽນ ແລະ ອື່ນໆ.
