ວັນທີ 15 ກຸມພາ 2022 ນີ້ ໜ່ວຍສະຫະພັນແມ່ຍິງໂຮງຫມໍ 20 ຕຽງ ວິທະຍາຄານກົມມະດໍາ ໄດ້ສະຫຼຸບຖອດຖອນບົດວຽກງານຮອບດ້ານໃນໄລຍະ 3 ປີຜ່ານມາ ແລະ ຜ່ານທິດທາງແຜນການໃນປີຕໍ່ໜ້າ ໂດຍການເປັນປະທານຂອງສະຫາຍ ພັນໂທນາງ ນວນທອງ ຈັນທະພິມ ຫົວໜ້າພະແນກສະຫະພັນແມ່ຍິງ ວິທະຍາຄານກົມມະດຳ ເປັນກຽດເຂົ້າຮ່ວມກອງປະຊຸມໂດຍສະຫາຍ ພັນໂທ ຊົມພູ ໄຊຍະເພັດ ຮອງຫ້ອງພະລາ ຮັບຜິດຊອບວຽກງານການເມືອງ ວິທະຍາຄານ ມີຄະນະພັກ-ຄະນະບັນຊາ ໂຮງໜໍ 20ຕຽງ ພ້ອມດ້ວຍໜ່ວຍອ້ອມຂ້າງ ແລະ ສະມາຊິກແມ່ຍິງພາຍໃນໜ່ວຍ ເຂົ້າຮ່ວມ.

ສະຫາຍ ພັນຕີ ນາງ ຈິດດາວອນ ຄຳທາວົງ ຮອງເລຂາໜ່ວຍ ສະຫະພັນແມ່ຍິງ ໂຮງໝໍ 20 ຕຽງ ໄດ້ຂຶ້ນຜ່ານບົດສະຫລຸບຕີລາຄາຄືນຜ່ານການຈັດຕັ້ງນຳພາວຽກງານໃນໄລຍະ 3 ປີຜ່ານມາ ແລະ ຜ່ານທິດທາງແຜນການໃນຊຸມປີຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນການຊີ້ນຳ-ນຳພາ ຂອງຄະນະໜ່ວຍດັ່ງກ່າວ ເປັນຕົ້ນ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ນຳພາແນວຄິດ ໃຫ້ເອື້ອຍນ້ອງແມ່ຍິງພາຍໃນ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ. ຕາມການຈັດຕັ້ງມອບໝາຍໃຫ້ ໂດຍນຳເອົາແນວທາງແຜນການນະໂຍບາຍຂອງພັກ ກົດໝາຍຂອງລັດ ຂໍ້ກຳນົດ-ກົດລະບຽບຂອງກອງທັບ ແລະ ສູນກາງສະຫະພັນແມ່ຍິງລາວວາງອອກ ໂດຍສຸມໃສ່ວຽກງານບໍລິການປີ່ນປົ່ວຄົນເຈັບຕ່າງໆ ເຊັ່ນ ກວດວັດແທກອຸນຫະພູມ 50 ເທື່ອ ເກັບກໍາສະຖິຕິຄົນເຈັບ 120 ເທື່ອ ພົວພັນຂໍຢານຳເສນາຮັກ ຄົນເຈັບເຂົ້ານອນຢູ່ໂຮງໜໍ 2.208 ຄົນ ປີ່ນປົວດີ 2.014 ຄົນ ໃນນັ້ນ ມີທະຫານ 685 ຄົນ ລູກເມຍພະນັກງານ 989 ຄົນ ປະຊາຊົນອ້ອມຂ້າງ534 ຄົນ ກວດທ້ອງແມ່ມານ 25 ຄົນ ຊ່ວຍປະສູດລູກ 15 ຄົນ ຜ່າຕັດນ້ອຍ 1.038 ຄົນ ກວດເຂດນອກ 3.528 ເທື່ອຄົນ,ກວດເລືອດ+ເຄມີ 2.856 ຄົນ ກວດແມງແດງ 358 ຄົນ ກວດອາຈົມ 61 ຄົນ

ຈາກຜົນງານດັ່ງກ່າວ ກົມກອງຄັດເລືອກປະເພດບຸກຄົນດີເດັ່ນຄື : ໄດ້ຮັບການຍ້ອງ-ຍໍເປັນແມ່ຍິງ 3 ດີ ປະເພດ III ໄດ້ 29 ສະຫາຍ ປະເພດ II ມີ 4 ສະຫາຍ ຄອບຄົວດີ ມີ 25 ຄອບຄົວ ດ້ານວຽກງານພະລາທິການກັບທິ ໄດ້ປະຕິຄຳຂັວນ 4 ປຸກ 4 ລ້ຽງ ຕາມທ່າແຮງບົ່ມຊ້ອນເພິ່ງຕົນເອງ ກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ ຈາກການຊອກແຫຼ່ງລາຍຮັບບໍລິການຕ່າງໆ ປຸກຝັງ – ລ້ຽງສັດ ແລະ ການບໍລິການອື່ນໆ ສາມາດສ້າງລາຍຮັບເຂົ້າຄັງລວມ ເປັນເງິນທັງໜົດ 32.321.000 ກີບ .

ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນພັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບຢ່າງມີເນື້ອໃນສົມບູນຄົບຖ້ວນ ພ້ອມທັງປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ນຳອີກ,
# ຂ່າວ-ພາບ: ນາງດວງມະລາ ວັນທານຸວົງ.