ຫົງສາໄດ້ຮັບຜົນກະທົບຈາກສັດຕູພືດ ແລະ ໄພທຳມະຊາດ ເນື້ອທີ່ທຳການຜະລິດເສຍຫາຍ 117,90 ເຮັກຕາ

    ຫ້ອງການກະສິກໍາ ແລະ ປ່າໄມ້ ແລະ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຫົງສາ ແຂວງໄຊຍະບູລີ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2021 ແລະ ແຜນການປີ 2022 ວັນທີ 15 ກຸມພາ 2022 ທີ່ສະໂມສອນເມືອງ ເປັນກຽດເຂົ້າຮ່ວມຂອງທ່ານ ຈັນເພັງ ອູ່ທອງຄໍາ ຮອງເຈົ້າເມືອງຫົງສາ ມີຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ແລະ ຂະແໜງການກຽ່ວຂ້ອງ. 

    ກອງປະຊຸມ 2 ຫ້ອງການໄດ້ຜັດປຽ່ນກັນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດປະຈໍາປີ 2021 ແຜນການປີ 2022 ເຊັ່ນ ວຽກງານຫ້ອງການກະສິກໍາ ແລະ ປ່າໄມ້ ໄດ້ກຳນົດແຜນການປູກເຂົ້າໃນເນື້ອທີ່ທັງໝົດ 2.605,08 ເຮັກຕາ ຜົນຜະລິດໄດ້ 9.054,56 ໂຕນ ເທົ່າກັບ 102,66% ໃນນີ້ ນາປີ 1.575,08 ເຮັກຕາ ຜົນຜະລິດ 7.066,58 ໂຕນ ເຂົ້າໄຮ່ 1.091,66 ເຮັກຕາ (ຖືກສັດຕູພືດທຳລາຍ ແລະ ໄພພິບັດທຳມະຊາດເສຍຫາຍທັງໝົດ 117,90 ເຮັກຕາ ມີເນື້ອທີ່ເກັບກູ້ 978.49 ເຮັກຕາ ຜົນຜະລິດ 1.956,98 ໂຕນ) ນາແຊງ ເນື້ອທີ່ 7,75 ເຮັກຕາ ຜົນຜະລິດ 31 ໂຕນ ການປູກພືດລະດູແລ້ງ ແຜນການ 1.140 ເຮັກຕາ ຜົນຜະລິດໄດ້ທັງໝົດ 13.974,21 ໂຕນ ທຽບໃສ່ປີຜ່ານມາເນື້ອທີ່ເພີ່ມຂື້ນ 105,22 ເຮັກຕາ ຜົນຜະລິດເພີ່ມຂື້ນ 2.214,96 ໂຕນ ການປູກພືດລະດູຝົນ ແຜນການ 5.310,08 ເຮັກຕາ ປະຕິບັດໄດ້ 4.497,84 ເຮັກຕາ ທຽບໃສ່ແຜນການປະຕິບັດໄດ້ 84,70% ຕຽງຄູ່ກັບຜົນສຳເລັດຍັງມີສິ່ງທ້າທາຍຫຼາຍດ້ານໃນການຜະລິດກະສິກຳຂອງປະຊາຊົນ. 

    ສ່ວນວຽກງານຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສາມາດເກັບລາຍຮັບ ມອບເຂົ້າງົບປະມານໄດ້ 172 ລ້ານກວ່າກີບ ທຽບໃສ່ແຜນການປີປະຕິບັດໄດ້ 95%) ໄດ້ຂຶ້ນທະບຽນອອກໃບຕາດິນໄດ້ 937 ຕອນ ມີເນື້ອທີ່ 414.428 ຕາແມັດ ທຽບໃສ່ແຜນການທີ່ແຂວງແບ່ງຕົວເລກໃຫ້ປະຕິບັດໄດ້ເທົ່າກັບ 110,32 % ຮັບໃບຕາດິນຈາກພະແນກທັງໝົດ 1.043 ຕອນ ແລະ ແຈກຢາຍໃບຕາດິນໃຫ້ປະຊາຊົນສຳເລັດ 1.043 ຕອນ ໄດ້ຈັດສັນທີ່ດິນຈຸລະພາກຂັ້ນບ້ານສຳເລັດແລ້ວ 6 ບ້ານ ແລະ ອື່ນໆ ຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງທ່ານ ຈັນເພັງ ອູ່ທອງຄໍາ ອີກດ້ວຍ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!