ລາວ-ກຳປູເຈຍ ຮັດແໜ້ນສາຍພົວພັນມິດຕະພາບ

    ໂດຍຕອບສະໜອງຕາມຄຳເຊີນຂອງພະນະທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນແຫ່ງລາຊະອານາຈັກກຳປູເຈຍ ພະນະທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້​ເດີນທາງຢ້ຽມຢາມລາຊະອາ ນາຈັກກຳປູເຈຍຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ໃນລະຫວ່າງວັນທີ 15-17 ກຸມພາ 2022 ເພື່ອຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຖານບ້ານໃກ້ ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ແລະ ເພີ່ມທະວີການຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງສອງປະເທດ ລາວ ແລະ ກຳປູເຈຍ.

    ວັນທີ 16 ກຸມພາ 2022 ທີ່ກະຊວງການຕ່າງປະເທດແຫ່ງລາຊະອານາຈັກກຳປູເຈຍ ພະນະທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ຄະນະ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງລາຊະອານາຈັກກຳປູເຈຍ. ໃນກອງປະຊຸມພົບປະ ສອງຝ່າຍໄດ້ທົບທວນຄືນ ແລະ ຜັນຂະຫຍາຍການຢ້ຽມຢາມທາງການຂອງພະນະທ່ານ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໃນເດືອນພະຈິກ 2021 ຜ່ານມາ ພ້ອມນີ້ ກໍ່ໄດ້ຕີລາຄາສູງຕໍ່ສາຍ​ພົວພັນ​ມິດຕະພາບ ແລະ ການຮ່ວມມືທີ່​ເປັນ​ມູນ​ເຊື້ອ​ ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ມາ​ແຕ່​ດົນ​ນານ   ລະຫວ່າງ​ປະຊາຊົນສອງຊາດ  ລາວ-ກໍາປູ​ເຈຍ  ທີ່ນັບ​ມື້ໄດ້​ຮັບ​ການ​ເສີມ​ຂະຫຍາຍຂຶ້ນຢ່າງ ແໜ້ນແຟ້ນ ພາຍຫຼັງທີ່ໄດ້ຍົກລະດັບການພົວພັນສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019 ຜ່ານມາ ຊຶ່ງໃນປີຜ່ານມາ ສອງຝ່າຍກໍ່ໄດ້ຮ່ວມກັນຈັດພິທີສະຫຼອງສະຫຼອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນຂອງສອງປະເທດຢ່າງມີຂະບວນຟົດຟື້ນ ເຖິງວ່າຈະມີການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ການພົວພັນຮ່ວມມືສອງປະເທດ ຍັງດຳເນີນໄປເປັນປົກກະຕິ ການຮ່ວມມືດ້ານການເມືອງແມ່ນມີການຂະຫຍາຍຕົວເປັນກ້າວໆ ການນຳຂັ້ນສຸງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມ ແລະ ສົນທະນາທາງໂທລະສັບ ແລະ ທາງວິດີໂອຢ່າງເປັນປົກກະຕິ. ສິ່ງດັ່ງກ່າວໄດ້ເປັນພື້ນຖານສໍາຄັນ ແລະ ໜັກແໜ້ນໃຫ້ແກ່ການຮ່ວມມືດ້ານອື່ນໆ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ວຽກງານຕ້ານຢາເສບຕິດ ໄດ້ຮັບການເອົາໃຈໃສ່ຈາກການນຳສອງປະເທດ ດ້ານວັດທະນະທຳ-ສັງຄົມ ການສຶກສາ-ກິລາ ການຮ່ວມມືລະດັບທ້ອງຖິ່ນ ແມ່ນມີການຂະຫຍາຍຕົວເປັນກ້າວໆ ມີການສ້າງຕັ້ງແຂວງແຮກສ່ຽວ ລະຫວ່າງນະຄອນຫຼວງວຽງຈັນ-ນະຄອນຫຼວງພະນົມເປັນ ແຂວງຈຳປາສັກ ກັບ ແຂວງຊຽມຣຽບ ແລະ ອື່ນໆ; ອັນພົ້ນເດັ່ນແມ່ນການຮ່ວມມືດ້ານເສດຖະກິດ-ການຄ້າ ມີທ່ວງທ່າຂະຫຍາຍຕົວຂຶ້ນ ເປັນຕົ້ນ: ການຊື້-ຂາຍໄຟຟ້າ ໄດ້ເລີ່ມຈັດຕັ້ງປະຕິບັດແລ້ວ ເຮັດໃຫ້ມູນຄ່າການຄ້າສອງຝ່າຍກ້າວກະໂດດຂຶ້ນຢ່າງໄວວາ ຈາກສະເລ່ຍປີລະ 10-20 ລ້ານໂດລາສະຫະລັດໃນເມື່ອກ່ອນ ມາເປັນປີລະ 100 ກວ່າລ້ານໂດລາສະຫະລັດ ນັບແຕ່ປີ 2020 ເປັນຕົ້ນມາ ການລົງທຶນສອງຝ່າຍ ສືບຕໍ່ເພີ່ມຂຶ້ນເລື້ອຍໆ ຊຶ່ງມາຮອດປັດຈຸບັນ ມີນັກລົງທຶນ ກຳປູເຈຍ ມາລົງທຶນຢູ່ລາວ ປະມານ 30 ບໍລິສັດ ມູນຄ່າຈົດທະບຽນ 107 ລ້ານໂດລາສະຫະລັດ ແລະ ນັກລົງທຶນອັນດັບຕົ້ນຂອງລາວ ກໍເຂົ້າໄປລົງທຶນໃນກຳປູເຈຍນັບມື້ຫຼາຍຂຶ້ນເຊັ່ນດຽວກັນ.

    ສຳລັບທິດທາງໃນຕໍ່ຫນ້າ ສອງກະຊວງການຕ່າງປະເທດ ເຫັນດີສືບຕໍ່ຊຸກຍູ້ບັນດາຂະແໜງການກ່ຽວຂ້ອງຂອງສອງຝ່າຍ ໃນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈຂອງຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 13 ທີ່ລົງນາມໃນຕົ້ນປີ 2019 ຜ່ານມາ ໃຫ້ເປັນຮູບປະທຳ ແລະ ກະກຽມກອງປະຊຸມ JC ຄັ້ງທີ 14 ທີ່ຝ່າຍກໍາປູເຈຍຈະເປັນເຈົ້າພາບ ສືບຕໍ່ຮ່າງແຜນປະຕິບັດງານຮ່ວມ (Action Plan) ໃຫ້ສໍາເລັດໂດຍໄວ ສືບຕໍ່ຊຸກຍູ້ໃຫ້ສອງຝ່າຍປຶກສາຫາລືກັນ ເພື່ອໃຫ້ສໍາເລັດວຽກງານປັກຫຼັກໝາຍຊາຍແດນ ລາວ-ກໍາປູເຈຍ ທີ່ຍັງຄົງຄ້າງ ການຮັກສາຄວາມເປັນລະບຽບຮຽບຮ້ອຍ ຕາມບໍລິເວນຊາຍແດນຮ່ວມກັນ ເພີ່ມທະວີການຮ່ວມມືສອງຝ່າຍໃຫ້ຫຼາຍຂຶ້ນ ໃນຂົງເຂດ ການຄ້າ ການລົງທຶນ ການບໍລິການທ່ອງທ່ຽວ ພະລັງງານໄຟຟ້າ ໂດຍສະເພາະແມ່ນເພີ່ມກຳລັງການຊື້ຂາຍໄຟຟ້າພະລັງນໍ້າ ແລະ ຖ່ານຫີນ ຈາກ ສປປ ລາວ ໄປສູ່ ກຳປູເຈຍ ໃນອະນາຄົດ ສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີອານຸພາກພື້ນ ພາກພື້ນ ແລະ ສາກົນ ໃນຂອບສະຫະປະຊາຊາດ ອາຊຽນ ແລະ ອານຸພາກພື້ນແມ່ນໍ້າຂອງ ແລະ ອື່ນໆ.

    ນອກຈາກນີ້ ສອງຝ່າຍ ກໍໄດ້ແຈ້ງສະພາບການພັດທະນາພາຍໃນປະ​ເທດໃນໄລຍະຜ່ານມາໃຫ້ກັນຊາບ ໂດຍສະເພາະຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ແລະ ການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງປະເທດຕົນ.

    ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງຫຼາຍດ້ານທີ່ປະຊາຊົນກຳປູເຈຍຍາດມາໄດ້ຕະຫຼອດໄລຍະຜ່ານມາ ລວມທັງຄວາມສາມາດໃນການຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ສາມາດເປີດປະເທດໄດ້ແລ້ວ ມີສະຖຽນລະພາບທາງດ້ານການເມືອງ ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂື້ນເປັນກ້າວໆ; ພ້ອມດຽວກັນນີ້ ຂໍສະແດງຄວາມຊົມເຊີຍຕໍ່ບົດບາດການເປັນປະທານອາຊຽນຂອງກຳປູເຈຍ ໃນປີ 2022 ນີ້ ແລະ ສປປ ລາວ ຂໍຢືນຢັນຄວາມພ້ອມທີ່ຈະໃຫ້ການຮ່ວມມື ແລະ ສະໜັບສະໜູນກໍາປູເຈຍ ໃຫ້ສຳເລັດໜ້າທີ່ອັນສຳຄັນດັ່ງກ່າວຢ່າງຈົບງາມ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງພັກ-ລັດຖະບານ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນການໃຫ້ການຊ່ວຍເຫຼືອດ້ານອຸປະກອນການແພດ ວັກຊິນຕ້ານໂຄວິດ ເງິນສົດ ແລະ ອື່ນໆ ໃນໄລຍະຜ່ານມາ ຊຶ່ງເປັນການຊ່ວຍເຫຼືອທີ່ມີປະສິດທິພາບ ປະສິດທິຜົນ ແລະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງ ສປປ ລາວ ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງລາວ ແລະ ກຳປູເຈຍ ຈົ່ງໄດ້ຮັບການເພີ່ມພູນຄູນສ້າງຂຶ້ນໄປເລື້ອຍໆ. ໃນໂອກາດຢ້ຽມຢາມຄັ້ງນີ້ ພະນະທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ແລະ ຄະນະ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບ ​ເຈົ້າ​ຊີວິດ ໂນໂຣດົມ ສີຫາມຸນີ ແລະ ສົມ​ເດັດອັກຄະມະຫາ​ເສນາ​ບໍດີ ​ເຕ​ໂຈ ຮຸນແຊນ, ນາຍົກລັດຖະມົນຕີ ​ແຫ່ງ ຣາຊະອານາຈັກ ກຳປູເຈຍ.

# ຂ່າວ – ພາບ : ໄຊບັນດິດ

error: Content is protected !!