ວັນທີ 17 ກຸມພາ 2022 ຢູ່ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ຈັດກອງປະຊຸມເຜີຍແຜ່ກ່ຽວກັບການແຂ່ງຂັນ ແລະ ພິຈາລະນາຄັດເລືອກລາງວັນຄຸນນະພາບແຫ່ງຊາດ ຮ່ວມກັບພາກລັດ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ບັນດາຜູ້ປະກອບການທີ່ດໍາເນີນທຸລະກິດກ່ຽວກັບການຜະລິດ ແລະ ບໍລິການ ເປັນປະທານຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ມີທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ ພ້ອມຫົວໜ້າສູນວັດແທກ ສູນຮັບຮອງ ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນະພາບແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ (ທາງກອງປະຊຸມອອນລາຍ).

ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ ກ່າວວ່າ: ເປົ້າໝາຍອັນສໍາຄັນກອງປະຊຸມຄັ້ງນີ້ ກໍເພື່ອສ້າງຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບຂັ້ນຕອນການຢັ້ງຢືນ ແລະ ຂະບວນການສະໜັກຄັດເລືອກ ການແຂ່ງຂັນລາງວັນຄຸນນະພາບແຫ່ງຊາດໃນ ສປປ ລາວ ໃຫ້ແກ່ຜູ້ປະກອບການທຸລະກິດທີ່ມີຄວາມສົນໃຈ ແລະ ຕ້ອງການພັດທະນາຕົນເອງໃຫ້ຜະລິດຕະພັນ ແລະ ການບໍການເຂົ້າສູ່ຕະຫຼາດ ໃນນາມກະຊວງອຸດສາຫະກໍາ ແລະ ການຄ້າ ຂໍຖືເອົາໂອກາດນີ້ແຈ້ງມາຍັງບັນດາວິສາຫະກິດ ແລະ ພາກສ່ວນກ່ຽວຂ້ອງທີ່ດໍາເນີນການຜະລິດ ແລະ ການບໍລິການຢູ່ ສປປ ລາວ ຊາບທົ່ວເຖິງກັນວ່າ: ເລີ່ມແຕ່ເດືອນກຸມພາ 2022 ເປັນຕົ້ນໄປ ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍແມ່ນກົມມາດຕະຖານ ແລະ ວັດແທກ ຈະໄດ້ເປີດໃຫ້ບັນດາວິສາຫະກິດ ເລີ່ມລົງທະບຽນໃນການສະໝັກຄັດເລືອກລາງວັນຄຸນນະພາບແຫ່ງຊາດຢູ່ໃນຂອບເຂດທົ່ວປະເທດ ຂໍເຊີນຊວນບັນດາຂະແໜງການ ອົງການຈັດຕັ້ງຕ່າງໆ ໂດຍສະເພາະວິສາຫະກິດ ຜູ້ປະກອບການ ພ້ອມກັນສ້າງຂະບວນການຈັດຕັັ້ງກັນເຂົ້າຮ່ວມການແຂ່ງຂັນຄັດເລືອກລາງວັນຄຸນນະພາບແຫ່ງຊາດຄັ້ງນີ້ ໃຫ້ເປັນວົງກວ້າງ ແລະ ຖືເອົາວຽກງານນີ້ ເປັນສ່ວນໜຶ່ງໃນການຍົກສູງຄວາມຮັບຜິດຊອບຂອງຕົນ ຕໍ່ກັບສັງຄົມ ແລະ ຜູ້ຊົມໃຊ້ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

# ຂ່າວ – ພາບ : ຊິລິການດາ