ມື້ນີ້ ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຫຼາຍກວາ 300 ຄົນ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບການລະບາດຂອງພະຍາດໂຄວິດ-19 ປະຈຳວັນທີ 17 ກຸມພາ 2022 ໃຫ້ຮູ້ວ່າ ວັນທີ 16 ກຸມພາ ທົ່ວປະເທດໄດ້ກວດວິເຄາະທັງໝົດ 3.003 ຕົວຢ່າງ ພົບເຊື້ອ 323 ຄົນ (ຕິດເຊື້ອພາຍໃນ 314 ຄົນ ແລະ ນໍາເຂົ້າ 9 ຄົນ). ບັນດາແຂວງທີ່ມີການຕິດເຊື້ອພາຍໃນມີຄື

  • ນະຄອນຫຼວງວຽງຈັນ (ນວ) 58 ຄົນ
  • ສະຫວັນນະເຂດ 37 ຄົນ
  • ຈຳປາສັກ 5 ຄົນ
  • ສາລະວັນ 17 ຄົນ
  • ເຊກອງ 5 ຄົນ
  • ອັດຕະປື 24 ຄົນ
  • ບໍ່ແກ້ວ 2 ຄົນ
  • ວຽງຈັນ 9 ຄົນ
  • ຫຼວງພະບາງ 9 ຄົນ
  • ຫຼວງນ້ຳທາ 1 ຄົນ
  • ອຸດົມໄຊ 10 ຄົນ
  • ຜົ້ງສາລີ 23 ຄົນ
  • ໄຊຍະບູລີ 14 ຄົນ
  • ຊຽງຂວາງ 31 ຄົນ
  • ຄຳມ່ວນ 5 ຄົນ
  • ບໍລິຄຳໄຊ 3 ຄົນ
  • ແຂວງຫົວພັນ 61 ຄົນ

    ສ່ວນການຕິດເຊື້ອນໍາເຂົ້າມີ 9 ຄົນ ຈາກ ນວ 8 ຄົນ ແລະ ຄຳມ່ວນ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ  ປັດຈຸບັນທົ່ວປະເທດມີຜູ້ຕິດເຊື້ອສະສົມ 140.353 ຄົນ  ອອກໂຮງໝໍໃໝ່ 312 ຄົນ ກຳລັງປິ່ນປົວ 3.123 ຄົນ ແລະ ເສຍຊີວິດສະສົມ 602 ຄົນ ບໍມີຜູ້ເສຍຊີວິດໃໝ່. ປັດຈຸບັນການຕິດເຊື້ອໂຄວິດ-19 ພາຍໃນແຕ່ລະວັນຍັງຫຼາຍ ໃນນັ້ນ ກວດພົບສາຍພັນໂອໄມຄຣອນ ເກືອບ 30 ຄົນ ສ່ວນໃຫຍ່ ແມ່ນມາຈາກຜູ້ທີ່ເດີນທາງມາແຕ່ຕ່າງປະເທດ ສະນັ້ນ ບໍຄວນປະໝາດ ຕ້ອງມີສະຕິລະວັງຕົວຢູ່ຕະຫຼອດເວລາ ເພື່ອສະກັດກັ້ນບໍ່ໃຫ້ເກີດມີການລະບາດໃນຊຸມຊົນເປັນວົງກວ້າງ ພັກ ແລະ ລັດຖະບານ ໄດ້ຕິດຕາມສະພາບການຢ່າງໃກ້ຊິດ ຄົ້ນຄວ້າມາດຕະການ ກຽມຄວາມພ້ອມ ແລະ ຮັບມື ໃນແຕ່ລະໄລຍະ ເປັນຕົ້ນ ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ການເກັບຕົວຢ່າງເລັ່ງຄົ້ນຫາຜູ້ຕິດເຊື້ອ ແລະ ຊອກຫາສາຍພັນ ກຽມຄວາມພ້ອມລະບົບການຂົນສົ່ງ ຫຼື ເຄື່ອນຍ້າຍຄົນເຈັບ ສະຖານທີ່ປິ່ນປົວສຳລັບຜູ້ທີ່ມີອາການໜັກ ຢາປິ່ນປົວ ອຸປະກອນການແພດທີ່ຈຳເປັນ ແລະ ບຸຄະລາກອນທາງການແພດ.

# ຂ່າວ-ພາບ : ອົ່ນ ໄຟສົມທອງ

error: Content is protected !!