ຄະນະບໍລິຫານງານຊາວໜຸ່ມບັນດາກົມ ລົງຢ້ຽມຢາມກຸ່ມລ້ຽງໝູ ຢູ່ບ້ານໄຊ

     ຄະນະບໍລິຫານງານຊາວໜຸ່ມບັນດາກົມ ຂອງກະຊວງກະສິກຳ ແລະ ປ່າໄມ້ ນຳໂດຍທ່ານ ຂັນທະນູ ລໍສະຫວັນ ຮອງເລຂາຊາວໜຸ່ມຮາກຖານກົມສົ່ງເສີມກະສິກຳ ຢ້ຽມຢາມກຸ່ມລ້ຽງໝູລາດຊອດໝູປ່າ ຢູ່ບ້ານໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ວັນທີ 16 ກຸມພາ 2022 ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຄຳພຸດ ຂຸນສຳລານ ຫົວໜ້າກຸ່ມລ້ຽງໝູລາດຊອດໝູປ່າ ພ້ອມດ້ວຍຄະນະ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຄຳພຸດ ຂຸນສຳລານ ໄດ້ລາຍງານວ່າ: ກຸ່ມລ້ຽງໝູລາດຊອດໝູປ່າບ້ານໄຊ ສ້າງຕັ້ງຂຶ້ນວັນທີ 15 ທັນວາ 2021 ມີສະມາຊິກ 8 ທ່ານ ຍິງ 1 ທ່ານ ປະກອບມີຫົວໜ້າກຸ່ມ 1 ທ່ານ ຮອງຫົວໜ້າກຸ່ມ 1 ທ່ານ ປະທານກວດກາ 1 ທ່ານ ປັດຈຸບັນ ມີໝູແມ່ພັນ 20 ໂຕ ໝູພໍ່ພັນ 7 ໂຕ ໝູກາງ 4 ໂຕ ໝູນ້ອຍ 114 ໂຕ ຂໍ້ສະດວກໃນການລ້ຽງ ແມ່ນໄດ້ຮັບການຊີ້ນຳຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊທານີ ແລະ ໄດ້ຮັບການໃກ້ຊິດຕິດແທດຈາກອົງການປົກຄອງບ້ານ ສະຖານທີ່ລ້ຽງແມ່ນໄກຈາກເຮືອນປະຊາຊົນ ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ໝູປະເພດນີ້ລ້ຽງງ່າຍ ອາຫານແມ່ນເນັ້ນຂີ້ເບຍປະສົມຜັກທຳມະຊາດ ເປັນສ່ວນຫຼາຍ ສໍາລັບຂໍ້ຫຍຸ້ງຍາກແມ່ນຍັງຂາດປະສົບການ ຂາດແຫຼ່ງທຶນ ແລະ ຂາດອຸປະກອນຈຳນວນ ໜຶ່ງ ເພື່ອຮັບໃຊ້ການລ້ຽງ ສ່ວນການຕະຫຼາດແມ່ນຂາຍໝູນ້ອຍໃຫ້ປະຊາຊົນທົ່ວໄປ ເພື່ອໄປລ້ຽງຕໍ່ ຍັງບໍ່ ພຽງພໍທີ່ຈະສົ່ງຕະຫຼາດທົ່ວໄປ

    ໂອກາດນີ້ ຄະນະນຳຊາວໜຸ່ມບັນດາກົມ ກໍໄດ້ແນະນຳຫຼັກວິຊາການດ້ານການລ້ຽງໝູ ເປັນຕົ້ນການ ຮັກສາສຸຂະພາບໝູ ສ່ວນປະສົມອາຫານໝູ ແລະ ວິທີປະສົມພໍ່ພັນ-ແມ່ພັນໝູ ລວມທັງການວາງແຜນ ການໃຊ້ຈ່າຍ ເພື່ອເຮັດໃຫ້ກຸ່ມລ້ຽງໝູດັ່ງກ່າວ ມີການເຕີບໃຫຍ່ຂະຫຍາຍໂຕຂຶ້ນເລື້ອຍໆ.

..# ຂ່າວ & ພາບ : ບຸນມີ

error: Content is protected !!