​ ຮັບຮອງເອົາຮ່າງສຸດທ້າຍຂອງແຜນດໍາເນີນງານການຄຸ້ມຄອງການລົງທຶນຂອງລັດແຕ່ປີ 2022-2030

    ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບອົງການໄຈກາ ປະຈໍາລາວ ຈັດກອງປະຊຸມຄະນະທີ່ປຶກສາ ໃນການປັບປຸງການຄຸ້ມຄອງການລົງທຶນຂອງລັດ ໃນວັນທີ 15 ກຸມພາ 2022 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ເຄັນອິຈິ ໂຄບາຢາຊິ ເອກອັກຄະລາຊະທູດຍີ່ປຸ່ນ ປະຈໍາລາວ ແລະ ທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ມີບັນດາທ່ານຮອງລັດຖະມົນຕີ ທ່ານຫົວໜ້າກົມ ຮອງຫົວໜ້າກົມ ຄະນະພະແນກ ແລະ ວິຊາການຈາກຂະແໜງການຂັ້ນສູນກາງ ແລະ ແຂວງ ທີ່ກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ແມ່ນກອງປະຊຸມຄັ້ງສຸດທ້າຍຂອງຄະນະທີ່ປຶກສາການປັບປຸງການຄຸ້ມຄອງການລົງທຶນຂອງລັດ ຄະນະດັ່ງກ່າວ ໄດ້ເຮັດໜ້າທີ່ຄົ້ນຄວ້າ ແລະ ປຶກສາຫາລືກ່ຽວກັບການປັບປຸງການຄຸ້ມຄອງການລົງທຶນຂອງລັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ ໂດຍສ້າງເປັນແຜນດໍາເນີນງານການຄຸ້ມຄອງການລົງທຶນຂອງລັດ ແຕ່ປີ 2022-2030 ເຊິ່ງເປັນຂອບວຽກໄລຍະຍາວຂອງລັດຖະບານໃນການຍົກສູງວິທີການຄຸ້ມຄອງການລົງທອນຂອງລັດ ແລະ ການສ້າງຄວາມສາມາດໃຫ້ພະນັກງານພາກລັດໃນການຄຸ້ມຄອງໂຄງການລົງທຶນຂອງລັດໃຫ້ດີຂຶ້ນກວ່າເກົ່າ.

    ທ່ານ ນາງ ພອນວັນ ອຸທະວົງ ໄດ້ກ່າວວ່າ: ການປັບປຸງການຄຸ້ມຄອງໂຄງການລົງທຶນຂອງລັດໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ ແລະ ສາມາດກວດສອບໄດ້ ບໍ່ພາໃຫ້ເກີດໜີ້ສິນຄຸມເຄືອ ແມ່ນໜຶ່ງໃນເປົ້າໝາຍຂອງລັດຖະບານ ເພື່ອເຮັດໃຫ້ການລົງທຶນຊຸກຍູ້ການເຕີບໂຕຢ່າງມີຄຸນນະພາບ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນດໍາເນີນງານການຄຸ້ມຄອງການລົງທຶນຂອງລັດ ໃຫ້ໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ແມ່ນໂຄງການໜຶ່ງທີ່ໄດ້ຮັບການສະໜັບສະໜູນທາງດ້ານທຶນຮອນ ແລະ ວິຊາການຈາກລັດຖະບານຍີ່ປຸ່ນ.

    ທ່ານ ເຄັນອິຈິ ໂຄບາຢາຊິ ເອກອັກຄະລາຊະທູດຍີ່ປຸ່ນ ປະຈໍາລາວ ໄດ້ກ່າວວ່າ: ໜຶ່ງໃນແຜນວຽກບູລິມະສິດຂອງປະເທດຍີ່ປຸ່ນໃນການສະໜັບສະໜູນ ສປປ ລາວ ແມ່ນໃນຂົງເຂດການບໍລິຫານງານ ພາກລັດ ໃນນັ້ນ ລວມທັງວຽກງານດ້ານການເງິນ ຂ້າພະເຈົ້າຮູ້ສຶກດີໃຈທີ່ແຜນດໍາເນີນງານການຄຸ້ມຄອງການລົງທຶນຂອງລັດ ແຕ່ປີ 2022-2030 ໄດ້ຮັບການຮັບຮອງຈາກຄະນະທີ່ປຶກສາໃນມື້ນີ້ ເຊິ່ງເປັນແຜນດໍາເນີນງານທີ່ຈະແຈ້ງ ທີ່ຈະນໍາໄປສູ່ການປັບປຸງວຽກງານຄຸ້ມຄອງການລົງທຶນຂອງລັດຂອງ ສປປ ລາວ.

..# ຂ່າວ & ພາບ : ບຸນມີ

error: Content is protected !!