ຊາຍອາຍຸ 58 ປີ ກໍ່ເຫດຟັນເມຍແລ້ວຫຼົບໜີໄປປາກເຊ ກໍ່ເຫດຊໍ້າ ວາງຢາເບື່ອໜູສອງຄອບຄົວຫວັງຄາດຕະກຳ

    ອິງຕາມຂໍ້ມູນຂອງໜັງສືພິມປ້ອງກັນຄວາມສະຫງົບ ທ້າວ ພວງ ອາຍຸ 58 ປີ ປະຊາຊົນຢູ່ບ້ານດົງຂວງ ເມືອງໜອງບົກ ແຂວງຄຳມ່ວນ ຫຼົບໜີຈາກຄະດີທຳຮ້າຍຮ່າງກາຍເມຍ ແລ້ວໄປອາໄສຢູ່ນຳພີ່ນ້ອງຢູ່ກົກເດື່ອ ນະຄອນປາກເຊ ແຂວງຈຳປາສັກ ແລ້ວກໍ່ເຫດວາງຢາເບື່ອໜູໃສ່ເຄື່ອງດື່ມນໍ້າຫວານໄປໄວ້ໃນຕູ້ເຢັນຂອງສອງຄອບຄົວ ຫວັງຄາດຕະກຳຍ້ອນບໍ່ພໍໃຈ້ ເຮັດໃຫ້ມີເດັກນ້ອຍເສຍຊີວິດ 2 ຄົນ ອາຍຸ 6 ປີ ແລະ 2 ປີ ແລ້ວຫຼົບໜີໄປຢູ່ໄທ ກັບມາອາໄສຢູ່ຄຳມ່ວນ ຖືກເຈົ້າໜ້າທີ່ຈັບໄດ້ໃນທ້າຍເດືອນມັງກອນ 2022.

    ເຈົ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບສວນຄະດີອາຍາ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ເຫດການຄົນຮ້າຍວາງຢາເບື່ອໜູໃສ່ເຄື່ອງດື່ມປະເພດນໍ້າຫວານ ແມ່ນເກີດຂຶ້ນໃນວັນທີ 14 ແລະ 15 ມີນາ 2021 ເຈົ້າໜ້າທີ່ໄດ້ຮັບແຈ້ງຈາກອົງການປົກຄອງບ້ານກົກເດື່ອ ນະຄອນປາກເຊ ວ່າ: ທ້າວ ປານ ອາຍຸ21 ປີ ແລະ ນາງ ສຸກສະໝອນ ອາຍຸ 19 ທັງສອງເປັນຜົວເມຍກັນ ພ້ອມດ້ວຍລູກ ແລະ ຫຼານສາວ ໄດ້ດື່ມນໍ້າຫວານມິລິນດາ ແລ້ວເຮັດໃຫ້ລູກ ແລະ ຫຼານສາວເສຍຊີວິດ ສ່ວນ ທ້າວ ປານ ແລະ ຈັນສະໝອນ ແມ່ນໄດ້ນຳສົ່ງໄປປິ່ນປົວຢູ່ໂຮງໝໍ ແລະ ປອດໄພແລ້ວ.

    ຫຼັງຈາກນັ້ນ ເຈົ້າໜ້າທີ່ຈິ່ງໄດ້ເກັບກຳຂໍ້ມູນຫຼັກຖານ ແລະ ຂຶ້ນບັນຊີເປົ້າໝາຍ ຈົນສືບຮູ້ວ່າຜູ້ກໍ່ເຫດຄື ທ້າວ ພວງ ທີ່ມາອາໄສຢູ່ກັບພີ່ນ້ອງຢູ່ບ້ານກົກເດື່ອ ພາຍຫຼັງກໍ່ເຫດ ຜູ້ກ່ຽວໄດ້ເອົາຕົວຫຼົບໜີໄປຢູ່ປະເທດໄທ ແລະ ຕໍ່ມາຜູ້ກ່ຽວໄດ້ກັບມາລາວ ແລະ ໄດ້ລີ້ຊ້ອນຢູ່ແຂວງຄຳມ່ວນ. ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ຈຶ່ງໄດ້ປະສານຫາ ປກສ ແຂວງຄຳມ່ວນເພື່ອຈັບຕົວຜູ້ກ່ຽວ ແລະ ສາມາດຈັບຕົວໄດ້ໃນວັນທີ 31 ມັງກອນ 2022 ປກສ ແຂວງຄຳມ່ວນ ຈຶ່ງໄດ້ນຳຕົວຜູ້ກ່ຽວສົ່ງໃຫ້ ປກສ ແຂວງຈຳປາສັກ ດຳເນີນຄະດີ.

error: Content is protected !!